Ad

Ad

29 October 2013

ພາສາ ແລະ ເຕັກໂນໂລຊີ ຕິດພັນກັບການດຳລົງຊີວິດແນວໃດ ? ( ຄໍລຳ ສົ່ງເສີມການອ່ານ )



  ໂດຍ: ມະອາລີ ວໍລະບຸດ 
      ກ່ອນໜ້ານີ້, ການຄົ້ນຄວ້າ ເນື້ອໃນຂອງເອກະສານຕ່າງໆ ຍັງບໍ່ທັນເອົາ ໃຈໃສ່ພາສາລາວ ຫຼາຍປານໃດ, ຈຶ່ງປາກົດມີຄຳ ເວົ້າທີ່ວ່າ “ມີເວລາຈຳກັດ, ເອົາ ເນື້ອໃນເປັນຫຼັກ, ບໍ່ເນັ້ນໜັກພາ ສາລາວ”. ເຖິງຢ່າງນັ້ນກໍຕາມ, ບາງເອກະສານກໍຍັງ ອ່ານເຂົ້າ ໃຈຍາກຈຶ່ງເກີດມີຄຳເວົ້າອັນໜຶ່ງຕື່ມອີກວ່າ “ຂຽນພາສາລາວຖືກຫຼັກ, ອ່ານແລ້ວຍັງບໍ່ເຂົ້າໃຈຄັກ”. ການເວົ້າ, ຟັງ, ອ່ານ ແລະ ຂຽນ ພາສາໃດໜຶ່ງ ແມ່ນມີຄວາມສຳ ຄັນຫຼາຍ ແລະ ເປັນພື້ນຖານໃນ ການດຳລົງຊີວິດ. ຖ້າເວົ້າແລ້ວ ແຕ່ຜູ້ຟັງບໍ່ເຂົ້າໃຈ, ຈະ ເຮັດໃຫ້ທັງຜູ້ເວົ້າ ແລະ ຜູ້ຟັງຮູ້ສຶກອິດ ເມື່ອຍທັງເສຍອາລົມໃນການສົນທະນາອາດກໍ່ເກີດຜົນກະທົບທາງດ້ານລົບຕາມມາ. ເຊັ່ນດຽວກັນ, ການຟັງກໍແມ່ນທັກສະອັນໜຶ່ງທີ່ ຈຳເປັນສຳລັບຄົນເຮົາ. ອາດມີ ຄົນຕັ້ງຄຳຖາມວ່າ “ເຮັດແນວ ໃດຈຶ່ງຈະຮູ້ວ່າ ທັກສະການຟັງ ຂອງຕົນເອງຢູ່ໃນລະດັບໃດ ?”. ການທົດສອບທັກສະການຟັງ ແມ່ນມີຫຼາຍວີທີ; ວິທີງ່າຍທີ່ສຸດ ໃຫ້ເລືອກ ເອົາເວລາໃດ ໜຶ່ງທີ່ຕົນເອງຮູ້ສຶກສາ “ຕ້ອງການຟັງ ແລະ ບໍ່ຄິດເຖິງເລື່ອງອື່ນໆ”, ເບື້ອງຕົ້ນ ໃຫ້ຕັ້ງໃຈນັ່ງຟັງຜູ້ອື່ນ (ໃຊ້ເວລາ ຟັງຕາມຄວາມ ເໝາະສົມ) ແລ້ວເຮັດໜ້າທີ່ເປັນຜູ້ເວົ້າທັງຕັ້ງຄຳຖາມເພື່ອສືບຕໍ່ສົນທະນາ, ຈາກ ນັ້ນໃຫ້ສືບຕໍ່ຟັງ ແລະ ສົນ ທະນາ ກັບຜູ້ອື່ນໆ ນຫຼາຍໆກໍລະນີແລ້ວ ທ່ານກໍຈະປະເມີນຜົນຕົນເອງໄດ້ (ໃນບົດສະເໜີນີ້ບໍ່ໄດ້ກ່າວເຖິງ ເກນເພື່ອກຳນົດລະ ດັບຄວາມໃນ ໃຈກ່ຽວກັບ 4 ທັກສະທີ່ກ່າວມາ).      

       ຄຽງຄູ່ກັບພາສາລາວ, ພວກ ເຮົາຍັງຈຳເປັນຕ້ອງຮຽນຮູ້ພາ ສາຕ່າງປະເທດຕື່ມອີກ ເປັນຕົ້ນ ແມ່ນພາສາອັງກິດ, ພາສາ ຝຣັ່ງ ແລະ ພາສາອື່ນໆຕາມທ່າອ່ຽງ ໃນແຕ່ລະໄລຍະເພື່ອພັດທະນາ ຕົນເອງ, ເພື່ອການຮ່ວມມື ແລະ ແຂ່ງຂັນກັບປະເທດ ອື່ນ. ເມື່ອ ກ່ອນ, ເຄີຍໄດ້ຍິນຄຳວ່າ “ຮຽນ ໄດ້ລືມໄວແມ່ນພາສາອັງກິດ, ຮຽນແລ້ວມິດຍ້ອນບໍ່ໄດ້ນຳໃຊ້’, ຕໍ່ມາປາກົດມີຄຳວ່າ “ພາສາອັງ ກິດເປັນໄມ້ງັດໃນການພັດທະນາວິຊາຊີບ” ຊຶ່ງໄລຍະນີ້ແມ່ນຮຽກ ຮ້ອງໃຫ້ນັກວິຊາການຮຽນຮູ້ພາສາອັງກິດເພີ່ມ ຕື່ມຢ່າງໜ້ອຍ ໃຫ້ຮູ້ຄຳສັບວິຊາສະເພາະເພື່ອພັດທະນາຄວາມຮູ້ດ້ານວິຊາຊີບຂອງຕົນ. ມາເຖິງປັດຈຸບັນຄວາມຮູ້ໃນບາງດ້ານ ມີການປັບປຸງປ່ຽນ ແປງ, ບາງດ້ານໃຊ້ບໍ່ໄດ້ ແລະ ມີຄວາມຮູ້ໃໝ່ໆເກີດຂຶ້ນຢ່າງຫຼວງຫຼາຍຊຶ່ງຄົນເຮົາກໍຕ້ອງຮຽນຮູ້ຕະຫຼອດເວ ລາ. ອີງຕາມຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ-ສັງຄົມໃນຍຸກປັດຈຸບັນ, ບຸກຄະລາກອນຈະຕ້ອງມີ ຄວາມຮູ້-ຄວາມສາມາດໃນລະດັບສູງ, ຮູ້ພາສາ ຕ່າງປະເທດທີ່ແນ່ນອນ ແລະ ສາມາດນຳໃຊ້ເຕັກໂນໂລຊີຢ່າງມີປະສິດທິພາບ. ຕົວຢ່າງເມື່ອຮູ້ພາສາອັງກິດແຕ່ບໍ່ຮູ້ນຳໃຊ້ເຕັກໂນໂລຊີຍ່ອມມີໂອກາດເຂົ້າຫາ ແຫຼ່ງຄວາມຮູ້ຕ່າງໆໜ້ອຍລົງ ແລະ ປະສິດທິພາບ ໃນການເຮັດ ວຽກ ຫຼື ການຮ່ວມມືສາກົນກໍ ຫຼຸດລົງ. ທັງໝົດທີ່ກ່າວມານັ້ນ ຊີ້ໃຫ້ເຫັນວ່າ ພາສາລາວ, ພາ ສາຕ່າງປະເທດ (ພາສາອັງກິດ, ພາສາຝຣັ່ງ) ແລະ ເຕັກໂນໂລຊີມີ ຄວາມສຳຄັນ ແລະ ຕິດພັນກັບ ຊີວິດຂອງຄົນເຮົາ. ບາງຄົນອາດ ຕັ້ງຄຳຖາມ ຕື່ມອີກວ່າ “ພາສາ ແລະ ເຕັກໂນໂລຊີ ຕິດພັນກັບ ການດຳລົງຊີວິດຂອງທຸກຄົນໃນສັງຄົມແທ້ບໍ່?” ເມື່ອຫວນຄືນສູ່ອະດີດນັບ ແຕ່ປີ 1997 ເປັນຕົ້ນ ມາ ເຕັກໂນໂລຊີ ເລີ່ມມີບົດບາດ ແລະ ເປັນເຄື່ອງມືຮັບໃຊ້ການ ສອນ-ການຮຽນໂດຍສະເພາະຢູ່ ສະຖາ ບັນການສຶກສາ, ໂຮງຮຽນ ຫຼືບ່ອນທີ່ມີເງື່ອນໄຂອຳນວຍ ຄວາມສະດວກ; ໃນນັ້ນສະຖາ ບັນສ້າງຄູຈຳນວນໜຶ່ງກໍໄດ້ລິເລີ່ມນຳ ໃຊ້ເທັບ, ວິດິໂອ, ເຄື່ອງ ສາຍສະໄລ, ເຄື່ອງສາຍແຜ່ນໄສ, ກ້ອງວິດິໂອ ແລະ ອື່ນໆເປັນ ເຄື່ອງມືປະກອບການສອນ. ຮອດປີ 2005 ເຫັນວ່າຈຳນວນເຄື່ອງ ຄອມພິວເຕີໃນສະຖາບັນສ້າງຄູ ໄດ້ເພີ່ມຂຶ້ນຢ່າງກະໂດດຂັ້ນ, ໃນຂະນະດຽວກັນຄ່ານິຍົມໃນ ການນຳໃຊ້ຄອມພິວເຕີເຂົ້າໃນການ ສອນ-ການຮຽນແມ່ນມີສູງທຽບ ໃສ່ເຄື່ອງປະເພດອື່ນໆ. ມາຮອດ ປັດຈຸບັນ ເຕັກໂນໂລຊີ ໂດຍສະ ເພາະແມ່ນເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ (ICT) ແມ່ນຖືກນຳໃຊ້ຢ່າງກວ້າງຂວາງໃນຂະແໜງສຶກສາ ແລະ ກິລາ, ສາທາລະນະສຸກ, ໂຍທາທິການ ແລະ ຂົນສົ່ງ, ການເງິນ ແລະ ທະນາຄານ, ການຕ່າງປະເທດ, ປ້ອງກັນປະເທດ, ປ້ອງກັນຄວາມ ຫງົບ, ໄປສະນີ, ໂທລະຄົມມະນາ ຄົມ ແລະ ການສື່ສານ... ອີງຕາມ ການປະຕິຮູບລະບົບການສຶກສາ ແຫ່ງ ຊາດວິຊາ ICT ໄດ້ຖືກ ບັນຈຸເປັນວິຊາໜຶ່ງໃນຫຼັກສູດຊັ້ນມັດທະຍົມສຶກສາຕອນຕົ້ນ ແລະ ຕອນປາຍ. ພ້ອມດຽວກັນນັ້ນ, ໄດ້ນຳເອົາວິຊາພາສາອັງກິດເຂົ້າສອນໃນຊັ້ນປະຖົມສຶກສານັບແຕ່ຂັ້ນ ປ.3 ເປັນຕົ້ນໄປ.   
       ເພື່ອສ້າງຄວາມເຂົ້າໃຈກ່ຽວ ກັບ ICT ຫຼາຍຂຶ້ນ,  ຂ້າພະເຈົ້າຈະ ນຳສະເໜີສິ່ງທີ່ເກີດຂຶ້ນຕົວຈິງໃນການດຳລົງຊີວິດປະຈຳວັນຂອງພວກເຮົາຊຶ່ງບາງຕອນຈະອະທິບາຍບາງຄຳສັບວິຊາສະເພາະເພີ່ມຕື່ມເພື່ອສະດວກໃນການສື່ສານ ກັບຜູ້ອ່ານໃນທຸກລະດັບ. ‘ICT’ ແມ່ນອຸປະກອນອັນໜຶ່ງຊຶ່ງຊ່ວຍ ເຮົາໃຫ້ເຂົ້າຫາ ແລະ ຄົ້ນ ເອົາຂໍ້ມູນຂ່າວສານຕ່າງໆເຊັ່ນ: ໂທ ລະສັບ, ໂທລະສານ, ວິທະຍຸ, ໂທ ລະພາບ, ວິດິໂອ, ຄອມພິວເຕີ ແລະ ອື່ນໆ. “ລະບົບຖານຂໍ້ມູນ” ກໍ ແມ່ນພາກສ່ວນໜຶ່ງຂອງ ICT. ຖານຂໍ້ມູນຕິດພັນກັບການດຳລົງຊີວິດຂອງຄົນເຮົາແນວໃດ ? ຕົວ ຢ່າງ: ການຝາກເງິນ ແລະ ຖອນ ເງິນນຳທະນາຄານ, ທ່ານຕ້ອງ ໄດ້ລົງທະບຽນກ່ອນ (ໝາຍເຖິງ ປະກອບຂໍ້ມູນກ່ຽວກັບຊື່, ວັນເດືອນປີເກີດ, ບ່ອນຢູ່ ), ຂໍ້ມູນທີ່ ທ່ານປະກອບນັ້ນລວມທັງເລກລະຫັດຂອງທ່ານຈະຖືກເກັບມ້ຽນໄວ້ໃນລະ ບົບຖານຂໍ້ ມູນຂອງທະນາຄານ, ເມື່ອທ່ານຝາກເງິນ ຫຼື ຖອນເງິນໃນແຕ່ລະຄັ້ງຈຳນວນເງິນທີ່ຝາກ ຫຼື ຖອນລວມທັງຍອດເຫຼືອ ແລະ ການ ຄິດໄລ່ຕ່າງໆກໍຈະຖືກເກັບມ້ຽນໄວ້ໃນລະບົບເຊັ່ນດຽວກັນ, ທະນາຄານຈະໃຫ້ບໍລິການແກ່ທ່ານຢ່າງຖືກຕ້ອງ ແລະ ທັນການ ໂດຍນຳໃຊ້ ເຕັກໂນໂລຊີດ້ານລະບົບຖານຂໍ້ ມູນນັ້ນເອງ (ພະນັກງານຂອງທະນາຄານສາມາດຄົ້ນຫາຂໍ້ມູນຂອງທ່ານໄດ້ຢ່າງທັນ ການ, ພຽງ ແຕ່ປ້ອນຂໍ້ມູນຈຳນວນເງິນຝາກ ຫຼື ຖອນໃນແຕ່ລະຄັ້ງລວມທັງ ຂໍ້ມູນທີ່ຈຳເປັນຈຳນວນໜຶ່ງຊຶ່ງຫຼຸດຂັ້ນຕອນໃນ ການເຮັດວຽກຂອງພະນັກງານ ແລະ ໃຫ້ເຄື່ອງຈັກຊ່ວຍວຽກເພີ່ມຂຶ້ນ). ເຊັ່ນດຽວກັນ, ໂທລະສັບຂອງທ່ານ ແມ່ນບັນຈຸເອົາ ລາຍຊື່ ແລະ ເບີໂທຂອງຜູ້ອື່ນຈຳນວນຫຼວງຫຼາຍ,  ຂໍ້ມູນເຫຼົ່ານັ້ນກໍຖືກຈັດເກັບມ້ຽນ ຢ່າງເປັນລະບົບ, ເມື່ອທ່ານຕ້ອງການຕິດ ຕໍ່ພົວພັນຜູ້ໃດກໍສາມາດຄົ້ນຫາໄດ້ງ່າຍ ແລະ ໄວ ຢູ່ຕະຫຼາດບາງແຫ່ງກໍເຊັ່ນດຽວກັນໂດຍນຳໃຊ້ລະບົບຖານຂໍ້ມູນທີ່ກ່າວມາ, ການຊື້ເຄື່ອງ ຫຼື ຈ່າຍເງິນແມ່ນສະດວກສະບາຍທັງຖືກຕ້ອງ ແລະ ບໍ່ເສຍເວລາ. ການຮຽນຮູ້-ນຳໃຊ້ພາສາ ແລະ ICT ແມ່ນ ຄວາມຈຳເປັນຕໍ່ການດຳລົງຊີວິດໃນປັດຈຸບັນ ແລະ ອະນາຄົດ. ການມີຈັນຍາທຳໃນການພັດທະນາ ແລະ ນຳໃຊ້ ICT ເຂົ້າໃນ ການປົກປັກຮັກສາ, ພັດທະນາຕົນເອງ ແລະ ປະເທດຊາດເປັນສ່ວນປະກອບອັນໜຶ່ງທີ່ບົ່ງບອກເຖິງຄວາມເຂົ້າໃຈແກ່ນແທ້ ຂອງການນຳໃຊ້ເຕັກໂນໂລຊີ.

No comments:

Post a Comment