Ad

Ad

28 October 2013

ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມພື້ນຖານການຜະລິດຢູ່ແຂວງລີອົງ ປະເທດຝຣັ່ງ



           ​ໃນ​ວັນ​ທີ 24 ຕຸລາ​ນີ້, ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ​ແຫ່ງ ສປປ ລາວ ພ້ອມ​ຄະນະ ​ໄດ້​ເດີນທາງ​ໄປ​ແຂວງ​ລີ​ອົງ ໂດຍ​ລົດ​ໄຟ​ຄວາມ​ໄວ​ສູງ TGV ​ໂດຍ​ມີ​ທ່ານ​ນາງ ຍານາ ​ເບັນ​ກີ​ກີ ລັດຖະມົນຕີ​ຝຣັ່ງ​ໂກ​ໂຟນີ ຂອງຝຣັ່ງຮ່ວມ​ເດີນ ທາງ​ນຳ ​ເຊິ່ງຈຸດ​ທຳ​ອິດ​ແມ່ນ​ຢ້ຽມຢາມ​ເຂື່ອນ​ໄຟຟ້າ ​ແລະ ບໍລິສັດ​ຄຸ້ມ​ຄອງ​ນ້ຳ​ແຫ່ງ​ຊາດ​ແມ່ນ້ຳ​ໂຣນ, ບໍລິສັດ​ດັ່ງກ່າວ​ມີ​ບົດບາດ​ສຳຄັນ​ໃນ​ການ​ສຶກສາ​ຄວາມ​ອາດ​ສາມາດ​ດ້ານ​ພະລັງງານ​ໄຟຟ້າ​ຂອງ​ແມ່ນ້ຳຂອງ, ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ດ້ານ​ເຕັກນິກ ໃຫ້​ແກ່​ກະຊວງ​ພະລັງງານ ​ແລະ ບໍ່​ແຮ່​ຂອງ​ລາວ, ສຶກສາ​ໂຄງການ​ໄຟຟ້າ​ໄຊ​ຍະ​ບູລີກ່ຽວ​ກັບ​ການ​ແລ່ນ​ເຮືອ, ​ໃຫ້ການ​ຊ່ວຍ​ເຫລືອ​ການ​ພັດທະນາ​ແບ​ບຍືນ​ຍົງ​ຂອງ​ຊັບພະຍາກອນ​ນ້ຳ​ເພື່ອ​ການ​ຜະລິດ​ໄຟຟ້າ​ຢູ່​ຊົນນະບົດ. ຈາກ​ນັ້ນ ປະທານ​ປະ​ເທດ​ແຫ່ງ ສປປ ລາວ ກໍ​ໄດ້​ໄປ​ຢ້ຽມຢາມ​ໂຮງງານ​ຜະລິດ​ໄໝ​ເຮັກ​ແມດ​ເຊິ່ງ​ເປັນ​ໂຮງງານ​ເກົ່າ​ແກ່ ​ແລະ ມີ​ຊື່​ສຽງ​ລະດັບ​ສາກົນ​ຂອງ​ແຂວງ​ລີ​ອົງໂດຍ​ໂຮງງານ​ສ້າງຕັ້ງມາ​ແຕ່​ປີ 1633.
           ​ໃນ​ຕອນ​ທ່ຽງ​ຂອງ​ມື້ດຽວ​ກັນ, ປະທານ​ປະ​ເທດ​ໄດ້​ຮ່ວມ​ງານ​ລ້ຽງ​ອາຫານ​ທ່ຽງ​ກັບ​ເຈົ້າ​ແຂວງ​ເຂດ​ໂຣນ-ອານ ​ແລະ
​​ໂອ້​ລົມ​ກ່ຽວ​ກັບ​​ການ​ຮ່ວມ​ມື​ລະຫວ່າງ​ເຂດ​ໂຣນ-ອານ ​ແລະ ​ເມືອງ​ທ່າ​ແຂກ ​ແຂວງ​ຄຳ​ມ່ວນທາງ​ກະສິກຳ, ສາທາລະນະ​ສຸກ ​ແລະ ທ່ອງ​ທ່ຽວ, ຕີ​ລາຄາ​ການ​ຮ່ວມ​ມື​ທ້ອງ​ຖິ່ນ​ກັບ​ທ້ອງ​ຖິ່ນ​ລະຫວ່າງລາວ ​ແລະ ຝຣັ່ງ ​ໂດຍ​ສະ​ເພາະ​ລະຫວ່າງ​ເຂດ​ໂຣນ-ອານ ​ແລະ ​ເມືອງ​ທ່າ​ແຂກ, ສາມາດ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະຊາຊົນ​ທ້ອງ​ຖິ່ນ ​ແລະ ຄວນ​ຊຸກຍູ້​ສົ່ງ​ເສີມ​ການ​ຮ່ວມ​ມື​ລັກສະນະ​ດັ່ງກ່າວ​ໃຫ້​ກວ້າງຂວາງ​ຂຶ້ນ​ໃນ​ອະນາຄົດ. ຈາກ​ນັ້ນ, ປະທານ​ປະ​ເທດ​ແຫ່ງ ສປປ ລາວ ກໍ​ໄດ້​ຢ້ຽມຢາມ​ຫ້ອງ ການ​ວາງ​ແຜນຜັງ​ເມືອງ​ລີ​ອົງ ທີ່​ເນັ້ນການວາງຜັງ​ເມືອງ​ໃຫ້​ເປັນ​ເມືອງ​ສະອາດ, ປະຢັດ​ພະລັງງານ, ການ​ຈະລາຈອນ​ສະດວກ ​ແລະ ​ເປັນ​ສະຖານ​ທີ່​ພັກຜ່ອນ​ຂອງ​ຊາວ​ເມືອງ.

No comments:

Post a Comment