Ad

Ad

29 October 2013

ມະຫະກຳສີມືຫັດຖະກຳລາວປະຈຳປີ 2013 ເປີດຂຶ້ນແລ້ວ



           ມະຫະກຳສີມືຫັດຖະກຳລາວ ປະຈຳປີ 2013 ເປີດຂຶ້ນ ແລ້ວຢູ່ສູນການຄ້າ ລາວໄອເຕັກ ນະຄອນຫຼວງວຽງຈັນ ໂດຍ ສະມາຄົມຫັດຖະກຳລາວເຊິ່ງມີທ່ານ ສົມ ສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານເສດຖະກິດ-ສັງ ຄົມ, ທ່ານ ສຸກັນ ມະຫາລາດ ເຈົ້າຄອງນະຄອນຫຼວງວຽງຈັນ, ພ້ອມດ້ວຍບັນດາທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ບັນດາພັນລະຍາການນຳເຂົ້າຮ່ວມເປັນຈຳນວນ ຫລວງຫຼາຍ. ທ່ານ ຫານ ຊະນະສີສານ ປະທານສະມາຄົມຫັດຖະກຳລາວ ກ່າວ ວ່າ: ມະຫະກຳສີມືຫັດຖະກຳລາວໄດ້ຈັດຂຶ້ນທຸກໆປີແລະປີນີ້ເປັນປີີທີ 12 ແລ້ວ, ຖືວ່າ ເປັນບຸນປະເພນີອັນໜຶ່ງຂອງຊ່າງຫັດ ຖະກຳ, ພວກຂ້າພະເຈົ້າໄດ້ພະຍາຍາມຈັດຂຶ້ນໃຫ້ກົງກັບວັນທີ 1 ພະຈິກເພາະເປັນວັນຫັດ ຖະກຳລາວ. ສຳລັບປີນີ້ເປັນປີສ້າງ ຕັ້ງສະມາຄົມຫັດຖະກຳລາວຄົບຮອບ 15 ປີ ຊຶ່ງເມື່ອກ່ອນມີສະມາຊິກພຽງ 7 ຫົວໜ່ວຍ ຢູ່ນະຄອນຫຼວງວຽງຈັນເທົ່ານັ້ນ, ແຕ່ ປັດຈຸບັນມີເຖິງ 117 ຫົວໜ່ວຍ ສະມາຊິກໃນທົ່ວປະເທດ. ເໝືອນດັ່ງທຸກໆປີ, ມະຫະ
ກຳສີມືຫັດຖະກຳລາວໄດ້ຈັດໃຫ້ມີກິດ ຈະກຳຕ່າງໆ ເຊັ່ນ: ການວາງສະແດງ ແລະ ຂາຍສິນຄ້າຫັດຖະກຳລາວ, ກິດຈຳສ ທິດການຜະລິດເຄື່ອງຫັດຖະກຳ, ກິດຈະກຳ ປະກວດຜະລິດຕະພັນດີເດັ່ນ, ກິດຈະກຳສຳມະນາ ແລະ ກິດຈະກຳຍ່າງ ແບບເສື້ອຜ້າອາພອນລາວ, ການຈັດກິດຈະກຳຕ່າງໆ ນີ້ຂຶ້ນກໍເພື່ອສ້າງໂອກາດໃຫ້ຊ່າງຫັດຖະກຳໄດ້ພົບປະແລກປ່ຽນບົດຮຽນ ນຳກັນ ແລະ ພົບປະກັບລູກຄ້າໂດຍກົງໃນການຊີ້ຂາຍ ສິນຄ້າຢ່າງຍຸຕິທຳ   ແລະ ອາດຈະເຮັດຂໍ້ຜູກພັນສັ່ງຈອງສິນຄ້າຫັດຖະ ກຳທັງໃຫ້ຜູ້ເຂົ້າຊົມການວາງສະແດງ ໂດຍສະເພາະ ແມ່ນເຍົາວະຊົນໃຫ້ຮູ້ຈັກ ແລະ ໄດ້ເຫັນກັບຕາກ່ຽວກັບຂັ້ນຕອນຂອງການ ຜະລິດເຄື່ອງຫັດຖະກຳຊະນິດຕ່າງໆເພື່ອປູກຈິດ ສຳນຶກໃຫ້ເຂົາເຈົ້າຮູ້ຈັກພູມປັນຍາຂອງບັນພະບູລຸດລາວເຮົາ. ສຳລັບປີນີ້ມີ ບໍລິສັດ, ຮ້ານ ແລະ ຊ່າງຫັດຖະກຳຈາກທ້ອງຖິ່ນ ຕ່າງໆແຕ່ເໜືອຮອດໃຕ້ນຳສິນຄ້າຫັດຖະກຳຂອງຕົນເຂົ້າຮ່ວມວາງສະແດງ 250 ກວ່າຮ້ານ, ສິນຄ້າທີ່ນຳມາວາງສະແດງສ່ວນ ຫຼາຍຈະເປັນຜ້າພື້ນເມືອງ, ຜ້າໄໝ, ຜ້າຝ້າຍ, ເຄື່ອງຫັດຖະກຳໄມ້ປ່ອງ, ຫວາຍ, ເຄືອໄມ້, ໄຍພຶດ, ເຄື່ອງເງິນ, ແກະສະຫຼັກໄມ້ ,ຫີນ, ເຄື່ອງປັ້ນດິນເຜົ່າ ແລະ ຜະລິດຕະພັນວັດທະນະທຳ, ອາຫານພື້ນເມືອງລາວ ແລະ ອື່ນໆ. ນອກຈາກນີ້ຍັງມີຮ້ານຂາຍ ເຄື່ອງຫັດຖະກຳຈາກປະເທດໄທ ແລະ ກຳປູເຈຍເຂົ້າຮ່ວມນຳດ້ວຍ ແລະ ມະຫະກຳ ດັ່ງກ່າວຈະດຳເນີນໄປຮອດວັນ ທີ 3 ພະຈິກ 2013.

No comments:

Post a Comment