ໂດຍ : ແມງຫິ່ງຫ້ອຍ
ແມງຫິ່ງຫ້ອຍມອຍມອງປອງ ຈະຖາມຫາເຂັດລັບຂອງນັກການ
ຄ້າທີ່ປະສົບຜົນສຳເລັດ ເຮັດໃຫ້ ໄດ້ລ່ຳລວຍ ແລະ ໂດ່ງ ດັງ. ຍັງບໍ່ທັນຄິດອອກວ່າຈະໄປຖາມໃຜ
! ໂຊກດີ ! ມີໂອກາດມາພົວພັນກັບ ສະມາຄົມນັກຂ່າວແຫ່ງ ສປປ ລາວ ລົມຍາວໆ ທາວເຖິງຜົນສຳເລັດຂອງບໍລິສັດເບຍ
ແລະ ແປບ ຊີລາວ ກ້າວໄປເຖິງຄ້າຍເພງອິນ ດີ້ເຮັກຂອດ. ໂອ ! ຂອດສຳຄັນຕົ້ນຕໍ ຄື ຕ້ອງຮູ້ວ່າຫົວໃຈຂອງການຕະຫລາດແມ່ນການໂຄສະ
ນາກວ້າງຂວາງບໍ່ເສຍດາຍເງິນ.
ທ່ານຜູ້ນຳຂອງເຮົາມອງເຫັນ ແຕ່ດົນ ຈຶ່ງລະດົມໃຫ້ບັນດາພໍ່ຄ້າ
ມືໃຫຍ່ພໍໃຈມາດອມພ້ອມກັບລັດ ເປັນເຈົ້າການໃນໂຄງ ການສົ່ງເສີມຊຸກຍູ້ຊາວໜຸ່ມຍຸກໃໝ່ປຸ້ມລຸມ
ກັນເຂົ້າທຸກບັ້ນກວດສອບແຂ່ງ ຂັນຊີງລາງວັນ “ນາງງາມອາພອນເພດຊົງລາວ” ແຕ່ປີ 1994. ມາຮອດປີ
2012 ແຕ່ວັນທີ 23 ມີ ນາ, ກະຊວງສຶກສາທິການ ແລະ ກິລາ ພາບໍລິສັດເບຍລາວກັບ ແປບຊີລາວ ແລະ
ຄ້າຍເພງອິນດີ້ ເຮັກຂອດ ສ້າງລາງວັນເປັນທຶນ ການສຶກສາ ເປັນມູນຄ່າເຖິງ 10 ລ້ານກີບ ພ້ອມກັບການໄດ້ດື່ມ
ແປບຊີ ລ່າລ້າ 1 ປີ ແລະ ມີສັນຍາ ເປັນນັກຮ້ອງກັບຄ້າຍເພງອິນດີ້ ເຮັກຂອດຈຳກັດ. ລັດຖະບານກໍ
ມອບຂັນລາງວັນເປັນການໃຫ້ ກຽດ ແລະ ໃຫ້ກຳລັງໃຈ.
ຜູ້ທີ່ບໍ່ໄດ້ເປັນຊະນະເລີດ, ໃນ ອັນດັບຕໍ່ໆໄປຍັງໄດ້ທຶນການສຶກ
ສາເຖິງ 6 ລ້ານ, 4 ລ້ານກີບ, ຕື່ມ ອີກສອງລາງວັນ ກໍຮັບ ທຶນການສຶກສາຜູ້ລະ 2 ລ້ານກີບ. ທັງໝົດ
ໄດ້ດື່ມແປບຊີ 1 ປີ.
ມາເຖິງປີ 2013, ສາມບໍລິສັດຍັກໃຫຍ່ໃນເມືອງລາວກໍໄດ້ເອົາໃຈໃສ່ຮ່ວມມືກັບລັດຕາມເປົ້າ
ໝາຍ “ເພື່ອສົ່ງເສີມໃຫ້ໄວ ໜຸ່ມໄດ້ ຫລີກເວັ້ນຈາກອະບາຍຍະມຸກ ເສບຕິດຕ່າງໆ, ໃຫ້ນັກຮຽນຫັນມາເຮັດກິດຈະກຳທີ່ມີປະໂຫຍດໃຫ້ແກ່ຕົນເອງ
ແລະ ສັງຄົມ” ໃນ ໂຄງການປະກວດນັກຮ້ອງສຽງ ດີຊື່ວ່າ: “Pepsi Singing Contest” ຄັ້ງທີ 2
ນີ້ ລວມມີຂັນລັດຖະມົນຕີ ວ່າການກະຊວງສຶກສາທິການ, ທຶນການສຶກສາ 10 ລ້ານກີບ, ລາງວັນຕໍ່ໄປກໍ
8 ລ້ານ, 6 ລ້ານ, ລາງວັນ Pepsi Popular Vote, ລາງວັນ Pepsi Best Preformance ລາງວັນໃດກໍ
3 ລ້ານ ພ້ອມກັນນັ້ນ 9 ຄົນ ທີ່ຮັບລາງວັນຊົມເຊີຍກໍໄດ້ຜູ້ ລະ 2 ລ້ານກີບ. ທັງ 14 ຄົນນີ້ໄດ້ດື່ມ
Pepsi ລ້າ 1 ປີເຕັມ.
ຂໍຮຽນທ່ານ ຜູ້ວ່າການປະ ທານ ແລະ ຄະນະບໍລິຫານສະມາ
ຄົມນັກປະພັນທີ່ນັບຖືຢ່າງສູງ, ພວກເຮົາກໍມີຄວາມພາກພູມ ໃຈ ໃນຜົນງານດ້ານວັນນະກຳ ເຊິ່ງມີ
ນັກປະພັນໃນສະມາຄົມນັກປະ ພັນລາວຮອດຍຸກນີ້ໄດ້ມີເຖິງ 16 ທ່ານ ນັກຂຽນລາວ ໄດ້ຮັບລາງວັນ
“ຊີໄຣ” ພ້ອມກັບ 15 ທ່ານ ຮັບລາງວັນ “ວັນນະກຳແມ່ນ້ຳ ຂອງ”. ໄລຍະຕົ້ນເດືອນກໍລະກົດ 2013
ກໍໄດ້ຊົມ ເຊີຍຜົນງານຂອງ ປ້າດາຣາ ກັນລະຍາ ຜູ້ໃຊ້ນາມ ປາກກາວ່າ: “ດວງຈຳປາ” ເປັນ ນັກປະພັນລາວຜູ້ທຳອິດທີ່ໄດ້ຮັບ
ລາງວັນ “ສອນທອນພູ່” ຈາກຣາ ຊະອານາຈັກໄທ. ເຫັນໄດ້ວ່ານັກ ສິລະປິນດ້ານວັນນະກຳລາວເຄີຍ ສ້າງຊື່ສຽງໃຫ້ປະເທດລາວບົນ
ເວທີສາກົນນັບແຕ່ປີ 98 ສະຕະ ວັດທີ 20. ເວົ້າດັ່ງນີ້ບໍ່ໄດ້ມີຄວາມ ໝາຍໃນການອວດອ້າງຜົນງານ
ຂອງນັກຂຽນຢ່າງດຽວ.
ກ່ຽວກັບນ້ຳໜັກ ແລະ ຄຸນຄ່າ ຂອງວັນນະກຳລາວ, ທ່ານ
ຫົງ ເຫີນ ຂຸນພິທັກ ຜູ້ອຳນວຍການ ແລະ ຫົວໜ້າບັນນາທິການສຳ ນັກພິມນັກປະພັນລາວ ກ່າວວ່າ:
“ບັນດາບົດເລື່ອງສັ້ນ ແລະ ບົດ ກະວີທັງໝົດເຫລົ່ານັ້ນ ໄດ້ກາຍ ເປັນພະລັງແຮງປະກອບສ່ວນກະ
ຕຸກຊຸກຍູ້ຂະບວນການັດທະນາ ຊົນນະບົດ ແລະ ລຶບລ້າງຄວາມ ທຸກຍາກຂອງປະຊາຊົນ”. ຕົວ ຢ່າງຄືຄຳກອນໃນບົດກະວີ
“ສາ ລະວັນ 3 ສ້າງ” ທ່ານ ທອງໃບ ໂພທິສານ ຂຽນຢູ່ບາດທີ 10 ໃນ ວາລະສານວັນນະສິນ ສະບັບທີ
5 ປີ 2013 ດັ່ງນີ້: “ໃຫ້ເຈົ້າຫັນມາ ຟ້ອນສາລະວັນຈັງຫວະເຕັ້ຍໆ ຕ່ຳໆຈຳດິນ”, “ຍິນແລ້ວຫັນຂະ
ບວນລົງ ຮາກ ຖານ 3 ສ້າງ”, “ເຕັ້ຍລົງເມືອງລົງບ້ານ ປະຊາ ຊົນຜູ້ລຳບາກ”, “ເຕັ້ຍງາມໆ ຖາມສຸກທຸກເດືອດຮ້ອນ
ອາທອນ ແກ້ຊ່ວຍປະ ຊາ”. ເຮົາມາອ່ານຕື່ມ ຄຳເຫັນຂອງຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ ທ່ານ
ເຈືອງ ສົມບູນຂັນ ເນັ້ນໜັກວ່າ: “ສຳຄັນ ຍິ່ງກວ່ານັ້ນ ແມ່ນຈະ ຊ່ວຍໃຫ້ຜູ້ອ່ານໄດ້ຮັບບາງບົດ
ຮຽນ ບາງແບບຢ່າງພັດທະນາ ດ້ານເສດຖະກິດ, ແບບແຜນດຳ ລົງຊີວິດ, ການສຶກສາ, ສຸຂະພາບ ແລະ ອື່ນໆຂອງແຕ່ລະບຸກຄົນ,
ຄອບຄົວ, ການຈັດຕັ້ງສັງຄົມຢູ່ ຮາກຖານບ້ານ”.
ໂອຍ ! ແມງຫິ່ງຫ້ອຍຮູ້ສຶກປະ ທັບໃຈຕໍ່ຄຳນຳ ແລະ
ຄຳເຫັນ ຂອງທັງສອງທ່ານຜູ້ນຳໃນສາຍ ການຈັດຕັ້ງຂອງພັກ, ເຫັນໄດ້ ຄວາມສຳຄັນໃນການປະກອບ ສ່ວນດ້ານ
“ຊັບສິນທາງປັນຍາ” ຂອງນັກຂຽນລາວ. ຂ້າພະເຈົ້າ ຈຶ່ງໄດ້ສະເໜີຕໍ່ຄະນະ ກຳມະ ການກວດສອບກ່ຽວກັບລາງວັນ
“ສິນໄຊ ລາງວັນວັນນະກຳສ້າງສັນດີ ເດັ່ນ” ປີ 2013 ເປັນລາຍລັກອັນ ສອນວ່າ: ແມງຫິ່ງ ຫ້ອຍ
ຜູ້ຖືບັດ ປະຈຳໂຕເລກທີ 01-0011425 ອອກໃຫ້ທີ່ວຽງຈັນ ວັນທີ 23/09/2009, ໝົດອາຍຸວັນທີ
23/09/2014 ຍິນດີມອບລົດຖີບ ໃໝ່ໆໜຶ່ງຄັນ ມີມູນຄ່າບໍ່ຕ່ຳກວ່າ 1.000.000 ກີບ ເພື່ອມອບໃຫ້ຜູ້ທີ່
ໄດ້ລາງວັນສິນໄຊ “ລາງວັນວັນ ນະກຳດີເດັ່ນ” ປະຈຳປີ 2013.
ທ່ານທີ່ນັບຖືຢ່າງສູງ, ຖອດ ຖອນບົດຮຽນຈາກກະຊວງສຶກ
ສາທິການ ແລະ ກິລາທີ່ຜ່ານມາສາມາດລະດົມຂົນຂວາຍ ໃຫ້ບັນ ດານັກທຸລະກິດຮ່ວມແຮງຮ່ວມ ໃຈໄດ້ມາ
“ດ່ອມ” ດ້ວຍຄວາມ “ຍິນດີ” ສ້າງລາງວັນໃຫ້ “ນັກ ຮ້ອງສຽງຫວານ” ເປັນ “ທຶນ ການສຶກສາ”. ມາບາດນີ້
! ໃນ ບົດຂຽນນີ້ຂໍຝາກຄວາມຫວັງ ເຖິງອົງການການນຳໃນກະຊວງ ຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ
ຈະມີກິດນຳນຳ ພາບັນດາພາກສ່ວນຕ່າງໆ “ຍິນ ດີຍິນດອມ” ພ້ອມກັບອົງການຈັດຕັ້ງພາກລັດຈັດສ້າງ
ລາງວັນ “ສິນໄຊ ລາງວັນວັນນະກຳສ້າງ ສັນດີເດັ່ນ” ໃຫ້ພົ້ນເດັ່ນດັ່ງທີ່ບັນດານັກປະພັນລາວເຄີຍສ້າງຊື່ສຽງດີເດັ່ນບົນເວທີສາ
ກົນ. ລາງວັນນີ້ຈະເປັນທຶນໃຫ້ນັກຂຽນຮຽນຮູ້, ຖອດຖອນບົດຮຽນຈາກຫລາຍຊາດໃນດ້ານການຂຽນຈຶ່ງສາມາດສ້າງຮຸ່ນ
ສືບທອດໃນວົງການວັນນະກຳຂອງລາວໃຫ້ຮຸ່ງເຮືອງເຫລື້ອມໄດ້.
No comments:
Post a Comment