ຜູ້ອຳນວຍການກອງທຶນ ປົກປ້ອງຜູ້ຝາກເງິນ
(ກທປ) ໄດ້ລາຍງານຜົນ ການເຄື່ອນໄຫວ 9 ເດືອນຜ່ານມາ ຕໍ່ກອງປະ ຊຸມສະພາບໍລິຫານກອງທຶນປົກປ້ອງຜູ້
ຝາກເງິນ ເມື່ອບໍ່ດົນນີ້ວ່າ: ກທປ ມີຍອດຊັບສິນ ແລະ ໜີ້ສິນເພີ່ມຂຶ້ນ 38,7% ທຽບ ໃສ່ໄລຍະດຽວຂອງປີກາຍ
ແລະ ທຽບໃສ່ແຜນການປີ 2013 ປະຕິບັດ ໄດ້ 96,1%, ສາມາດສ້າງລາຍຮັບເພີ່ມຂຶ້ນ 79,3% ທຽບໃສ່ໄລຍະດຽວຂອງປີກາຍ.
ຂະນະດຽວກັນ ລາຍຈ່າຍກໍເພີ່ມ ຂຶ້ນ 82,6% ທຽບໃສ່ໄລຍະດຽວ ຂອງປີກາຍ ຍ້ອນມີການເພີ່ມຂຶ້ນຂອງພະນັກງານ
ແລະ ໄດ້ກໍ່ສ້າງຕໍ່ເຕີມອາຄານຫ້ອງການ ແລະ ສາມາດສ້າງລາຍຮັບສຸດທິເພີ່ມຂຶ້ນ 75,9% ລື່ນແຜນການປີ
14%.
ທ່ານຜູ້ອຳນວຍການ ກທປ ໄດ້ຢືນຢັນຜົນການຈັດຕັ້ງປະຕິບັດ
ໃນ 9 ເດືອນປີ 2013 ເຊິ່ງສາມາດ ເກັບເບ້ຍປະກັນເງິນ ຝາກເພີ່ມຂຶ້ນ 56,1% ທຽບໃສ່ໄລຍະດຽວຂອງ
ປີ 2012, ຮັບປະກັນປົກປ້ອງລູກ ຄ້າຝາກເງິນໃນວົງເງິນທີ່ແນ່ນອນທັງເງິນ ກີບ ແລະ ເງິນຕາ ຕ່າງປະເທດ.
ປັດຈຸບັນ, ກທປ ມີ ສະມາຊິກທັງ ໝົດ 30 ທະນາຄານ ໃນນີ້ມີທະນາຄານທຸລະກິດລັດ 3 ແຫ່ງ,ຮ່ວມທຶນ
2 ແຫ່ງ, ເອກະຊົນ 8 ແຫ່ງ ແລະ ສາຂາທະນາຄານຕ່າງປະເທດຈຳນວນ 17 ແຫ່ງ.
ສຳລັບກອງປະຊຸມສະພາບໍລິ ຫານກອງທຶນປົກປ້ອງຜູ້ຝາກເງິນ
ໄດ້ມີການສະເໜີປະກອບທຶນດຳ ລັດ, ການມອບພັນທະ ອາກອນ ລາຍຮັບ ກທປ, ສະເໜີປ່ຽນຊື່ ກທປ, ສະເໜີສ້າງໂລໂກກອງທຶນ,
ນຳໃຊ້ເວັບ ໄຊ, ກະກຽມເຂົ້າປະກັນໄພເງິນຝາກ ສາກົນ, ປັບປຸງ ສະມາຊິກສະພາບໍລິຫານ ກທປ, ມີແຜນຮັບພະນັກ
ງານໃໝ່ ແລະ ໃນແຜນດຳເນີນງານຮອບ 3 ເດືອນຕໍ່ໜ້ານີ້ ຄາດວ່າຍອດຊັບ ສິນ, ລາຍຮັບ, ລາຍຈ່າຍ
ແລະ ລາຍຮັບສຸດທິຈະບັນລຸຕາມແຜນ ການ. ພ້ອມກັນນັ້ນ ມີການສະເໜີຮັບ ຮອງເອົາກົດລະບຽບພາຍໃນ
ແລະ ລະບຽບວ່າດ້ວຍການຄຸ້ມຄອງສະຫວັດດີການຂອງ ກທປ ແລະ ພ້ອມທັງສະເໜີປັບລາຍ ຈ່າຍບາງສ່ວນ
ແລະ ຍັງມີການປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາຈາກບັນດາສະມາຊິກສະພາບໍລິຫານ-ຄະນະອຳນວຍ ການ
ແລະ ພະແນກການຕ່າງໆແນໃສ່ ພັດທະນາຕົນເອງໃນຫລາຍດ້ານເພື່ອເພີ່ມຄວາມໝັ້ນໃຈແກ່ສັງຄົມ ແລະ
ສາກົນ.
No comments:
Post a Comment