Ad

Ad

30 October 2013

ການນຳໃຊ້ເຄື່ອງຫມາຍການຄ້າ ແລະ ການອະນຸລັກຮັກສາຜ້າໄຫມລາວ



           ສະມາຄົມ​ຫັດຖະ​ກຳ​ລາວ​ ​ແລະ ອົງການ​ການ​ຄ້າ​ຍີ່​ປຸ່ນ JETRO ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ພາຍ​ໃຕ້ຫົວ​ຂໍ້” ຍຸດ​ທະ​ສາດ​ໃນ​ການ​ນຳ​ໃຊ້​ເຄື່ອງໝາຍ​ການ​ຄ້າ ​ແລະ ການ​ອະນຸລັກ​ຮັກສາ​ແພ​ໄໝ​ລາວ” ​ໃນ​ວັນ​ທີ 29 ຕຸລານີ້,ທີ່ສູນ​ການ​ຄ້າ​ລາວ​​ໄອ​ເຕັກ, ນະຄອນ ຫລວງ​ວຽງ​ຈັນ ​ໂດຍ​ມີທ່ານ ຫານ​ຊະນະ ສີ​ສານ  ປະທານສະມາຄົມ ຫັດຖະ​ກຳລາວ, ​ທ່ານ Mr Keisuke KAMADA ຜູ້ຕາງໜ້າ​ຈາກ​ກກົມ​ຮ່ວມ​ມື​ເສດຖະກິດ- ອຸດ​ ສະຫະ​ກຳ​ຍີ່​ປຸ່ນ,ມີ​ບັນດາ​ວິທະຍາ ກອນ ​ແລະ ​ສຳ​ມະ​ນາກ​ອນ ຈາກ​ຫົວໜ່ວຍ​ທຸລະ​ກິດ​ຫັດຖະ​ກຳແລະ ຊາວ​ຊ່າງ​ຫັດຖະ​ກຳ ​ເຂົ້າ​ຮ່ວມ.
          ຜູ້​ເຂົ້າ​ຮ່ວມສຳ​ມະ​ນາ​​​​ໄດ້​ຮັບ​ຟັງການ​ບັນ​ລະ​ຍາຍ​ ຈາກ​ວິ ທະຍາກອນ​ຂອງໂຄງການ​ຮ່ວມ​ມື​ລາວ-ຍີ່​ປຸ່ນ ​ກ່ຽວກັບການ​ດຳ​ເນີນ​ກຳນົດ​ເປົ້າ​ໝາຍ​​ສ້າງ​ຍີ່​ຫໍ້​ ຫລື ​ກາໝາຍ​​ສິນຄ້າ ​ຂອງຜະລິດ​ຕະພັນ​ຫັດຖະ​ກຳ​ຂອງ​ວິ​ສາ​ຫະ ກິດ​ທັງໝົດ​ ຫລື​ ເປັນ​ອັນ​ສະ​ເພາະ ​ເພື່ອ​ໃຫ້​ເປັນ​ຮູບ​ປະ​ທຳ ​ແລະ ການ​ກຳນົດ​ເປົ້າ​ໝາຍ​ລູກ​ຄ້າ​ໃນ​ການ​ຍອມຮັບ​ຄວາມ​ເຊື່ອ​ຖື, ພ້ອມ​ນີ້​ນັກ​ສຳ​ມະນາກ​ອນ
ໄດ້ຮຽນ​ຮູ້​ການບໍລິ​ການ​ສິນຄ້າ, ການ​ສົ່ງ​ເສີມ​ການ​ໂຄສະນາ, ການ​ປະຊາ​ສຳພັນ, ການ​ຫຸ້ມ​ຫໍ່​, ການ​ຕ້ອນຮັບ​ແຂກ​ ​ແລະ ປັບປຸງ ສະພາບແວດ​ລ້ອມ​ຂອງ​ຮ້ານໃຫ້ມີຄວາມໜ້າສົນໃຈດີ.
          ທ່ານ ຫານ​ຊະນະ ສີ​ສານ ​ກ່າວ​ວ່າ: ປະຊາຊົນ​ລາວ​ທຸກ​​ຊົນ ເຜົ່າ​ລ້ວນ​ແລ້ວ​ແຕ່​ມີ​ວັດທະນະ​ທຳ​ ແລະ ກຳມະ​ວິທີ​ຕ່ຳ​ຫູກ​ທໍ່ໄໝ,ແຕ່​ບາງ​ຊົນ​ເຜົ່າ​ກໍ​ໃຊ້​ວັດຖຸ​ດິບ​ທີ່​ແຕກ​ຕ່າງ​ກັນ, ບາງ​ຊົນ​ເຜົ່າ​ໃຊ້​ທັງ​ໄໝ,​ ຝ້າຍ, ບາງ​ຊົນ​ເຜົ່າ​ກໍໃຊ້​ແຕ່​ຝ້າຍ, ແຕ່​ການ​ນຳ​ໃຊ້​ແມ່ນ​ຄື​ກັນ​ ໂດຍ​ໃຊ້​ເປັນ​ເຄື່ອງ​ນຸ່ງ​ຫົ່ມ,ເຄື່ອງ​ຊົມ​ໃຊ້​ໃນ​ຊິວິດ​ປະ​ຈຳ​ວັນ​, ສຳລັບ​ການ​ອະນຸລັກ ​ແລະ ພັດທະນາແພ​ໄໝ​ລາວ ກໍ​ແມ່ນ​ມີ​ຄວາມ​ສຳຄັນຫລາຍ​ ​​​ເພາະ​ຈະ​ເປັນການ​ສົ່ງ​ເສີມ​ອາ​ຊິ​ບ​ໃຫ້​ຊາວ​ຊ່າງ​ຫັດຖະ​ກຳຮູ້ຈັກ​ຜະລິດ​ສິນຄ້າ​ໂດຍ​ນຳ​ໃຊ້​ວັດຖຸ​ດິບ​​ໃນ​ທຳ​ມະ​ຊາດ ທີ່​ມີ​ຢູ່​ພາຍ​ໃນ​ປະ​ເທດ​ມາ​ຜະລິດ​ເປັນ​ສິນຄ້າ​ຫລາຍໆ​​ປະ​ເພດບໍ່​ວ່າ​ຈະ​ເປັນ​ການ​ຜະລິດ​ແພ​ໄໝ​ພື້ນ​ເມືອງ, ​ແພ ຝ້າຍ, ຫັດ​ຖະກຳ​ຈັກສານ​ຈາກ​ໄມ້ປ່ອງ, ເຄື່ອງ​ເງິນ​, ການ​ແກະ​ສະ​ລັກ ​ແລະ ອື່ນໆ.

No comments:

Post a Comment