ຄືດັ່ງຮູ້ນຳກັນວ່າ: ປັດຈຸບັນນີ້ ບັນຫາການປຸ້ນຈີ້-ຊີງ
ຊັບແມ່ນເກີດຂຶ້ນລຽນຕິດ, ຖ້າບໍ່ມີສະຕິລະວັງຕົວກໍ ອາດຕົກເປັນ ເຫຍື່ອຂອງພວກບໍ່ດີ ດັ່ງກ່າວໄດ້
ໂດຍສະເພາະຜູ້ ທີ່ທ່ຽວໄປມາໃນຍາມຄ່ຳຄືນ ເຊິ່ງກຸ່ມຄົນບໍ່ ດີດັ່ງກ່າວແມ່ນ ຈະອາໄສໂອກາດ ລົງມືກໍ່ເຫດໃນເສັ້ນທາງທີ່ປ່ຽວ
ຫລື ເສັ້ນທາງຮ່ອມ-ທາງຊອຍທີ່ມືດ ແລະ ປັດຈຸບັນເຫັນວ່າທາງຮ່ອມສ່ວນໃຫຍ່ແມ່ນບໍ່ມີ ແສງສະຫວ່າງ
ແລະປ່ຽວມືດສ້າງຄວາມວິຕົກຢ້ານກົວໃຫ້ກັບຜູ້ທີ່ຜ່ານໄປມາ. ເມື່ອອາທິດຜ່ານມາກໍມີຫລາຍຄົນຖືກຄົນບໍ່ດີ
ປຸ້ນເອົາຊັບສິນພົນລະເມືອງຕາມທາງຊອຍຕ່າງໆໃນຕົວເມືອງໂດຍສະເພາະໃນເຂດເມືອງຈັນທະບູລີ, ສີສັດຕະນາກ,
ໄຊເສດ ຖາ ແລະ ສີໂຄດຕະບອງ ອັນໄດ້ກໍ່ໃຫ້ເກີດຜົນເສຍຫາຍຕໍ່ຊັບສິນພົນລະເມືອງເປັນຈຳນວນບໍ່ໜ້ອຍ.
No comments:
Post a Comment