Ad

Ad

30 October 2013

ເກີ​ດ​ເຫດ​ລະ​ເບີດ​ລົດ​ຢູ່​ບ້ານຫ້ວຍ​ຫ້ອມໂຊກ​ດີທີ່​ບໍ່ມີ​ໃຜ​ເສຍ​ຊີວິດ



           ​ເຈົ້າໜ້າທີ່ ປກສ ນະຄອນ ຫຼວງວຽງຈັນ ໃຫ້​ຮູ້​ວ່າ: ​ໃນ​ເວລາ​ປະມານ 23 ໂມງ ຂອງ​ວັນ​ທີ 27 ຕຸລານີ້ ໄດ້​ມີ​ເຫດ ການ​ລະ​ເບີດ​ແຕກ ຢູ່​ພື້ນລົດ​ຕູ້ຮຸນ​​ໄດ​ສະຕາ​ແລັກ, ໝາຍ​ເລກ​ທະບຽນ ກນ 8135 ກຳ​ແພງ​ນະຄອນ ຢູ່​ບ້ານ ຫ້ວຍ​ຫ້ອມ ​ເມືອງ ສີ​ໂຄດ​ຕະບອງ ນະຄອນຫຼວງວຽງຈັນ ເຮັດໃຫ້​ລົດ​ດັ່ງກ່າວໄດ້​ຮັບ​ຄວາມ​ເສຍ​ຫາຍ, ​ແຕ່​ໂຊກ​ດີ​ບໍ່ມີ​ຜູ້​ໃດ​ຮັບ​ບາດ​ເຈັບ ​ແລະ ​ເສຍ​ຊີວິດ. ລົດ​ຄັນ​ດັ່ງ ກ່າວ​ເປັນ​ລົດ​ຂອງ​ທ້າວ ສ​ົມຄິດ ວົງສາ ອາຍຸ 38 ປີ ຮອງ​ນາຍ ບ້ານໆ ຫ້ວຍ​ຫ້ອມ ​ເມືອງ ສີ​ໂຄດ​ຕະ ບອງ ນະຄອນຫຼວງວຽງຈັນ, ຜ່ານ​ການ​ລົງ​ກວດກາ​ສະຖານ​ທີ່​ເກີດ​ເຫດ​ຂອງ​ເຈົ້າໜ້າທີ່ໄດ້​ພົບ​ເຫັນລະ​ເບີດ F1 ໜຶ່ງໜ່ວຍຍັງ​ບໍ່ ທັນ​ແຕກ​ ເຊິ່ງ​ເປັນ​ລະ​ເບີດຊະນິດ​ທຳລາຍ​ສູງ​ລັກສະນະ​ແກະສະຫຼັກ​ແລ້ວ​ຮັດ​ເຊືອກ​ໄວ້.
         ຈາກ​ການ​ໃຫ້ການ​ຂອງຜູ້​ ເປັນ​ເຈົ້າ​ຂອງ​ລົດ​ ​ວ່າ: ​ໃນ​ວັນ​ທີ 23 ຕຸລາ 2013, ຕົນໄດ້​ເອົາ​ລົດ​​ໄປ​ຈອດ​ໄວ້ ຢູ່ໜ້າ​ເຮືອນ​ຂອງ ທ້າວ ຕິ່ງ ຢູ່​ບ້ານດຽວກັນເພື່ອ​ຈະ​ເອົາ​ລົດ​ມາ​ຮັບ​ໃຊ້​ໃນ​ງານ​ສົບ​ຂອງ​ພໍ່​ເຖົ້າ​ທີ່​ເສຍ​ຊີວິດ, ຕົກ​ມາ​ຮອດ​ເວ ລາ​ປະມານ 23 ໂມງ 50 ນາທີ ຂອວງັວນທີ 27 ຕຸລາ ຈຶ່ງ​ໄດ້​ມີ​ເຫດການ​ລະ​ເບີດ​ແຕກຂື້ນ ຢູ່​ພື້ນ ລົດຂອງ​ຕົນໂຊກ​ດີ​ບໍ່​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ ​ແລະ ບາດ​ເຈັບ​ຢ່າງ​ໃດ.

            ​ເຈົ້າໜ້າທີ່​ໃຫ້​ເຫດຜົນ​ວ່າ: ​ເຫດການ​ດັ່ງກ່າວ​ອາດ​ເປັນ​ການ ວາງ​ລະ​ເບີດ​ເພື່ອ​ຂົ່ມຂູ່, ເນື່ອງ​ຈາກ​ວ່າ​ໃນ​ຊ່ວງ​ປີ 2010 ກໍ​ໄດ້​ມີ​ຄົນ​ຮ້າຍ​ວາງ​ລະ​ເບີດ​ໃສ່​ອ່າງ​ນ້ຳບາ​ດານ, ຢູ່​ເຮືອນ​ຂອງ​ ທ້າວ ສົມ​ຄິດ ວົງສາ​ມາ​ແລ້ວ​ຄັ້ງໜຶ່ງ ​ແລະ ​ເທື່ອ​ນີ້​ເປັນ​ເທື່ອ​ທີ​ສອງເຊິ່ງ​ອາດ​ຈະ​ແມ່ນ​ຜູ້ກ່ຽວມີ​ຂໍ້​ຂັດ​ແຍ່ງ​ໃດໜຶ່ງ ​ເພື່ອ​ເປັນ​ການ​ຂົ່ມຂູ່, ທຳລາຍ​ຊັບ​ສິນ, ບໍ່ໝາຍ​ເອົາ​ຊີວິດ ເຊິ່ງ​ປັດຈຸ​ບັນ​ທາງ​ເຈົ້າໜ້າທີ່​ຍັງ​ສືບຕໍ່​ເກັບ​ກຳ​ຂໍ້​ມູນເພື່ອ​ຊອກ​ຫາ​ຂໍ້​ຂັດ​ແຍ່ງ​ລະອຽດຈະ​ແຈ້ງ ​ແລະ ຕິດຕາມ​ເປົ້າໝາຍມາ​ດຳ​ເນີນ​ຄະດີ.

No comments:

Post a Comment