ປັດຈຸບັນພະແນກຖະແຫຼງຂ່າວວັດທະນະທຳ
ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໄດ້ຂຽນຄຳສະເໜີ ໄປຍັງທ່ານ ເຈົ້າຄອງນະຄອນຫຼວງວຽງຈັນແລ້ວເພື່ອຂໍຄຳສັ່ງປິດຮ້ານບັນ ເທີງ 7 ແຫ່ງທີ່ເປີດບໍລິການຜິດລະບຽບ ແລະ
ເຮັດໃຫ້ສັງຄົມບໍ່ມີຄວາມເປັນລະບຽບຮຽບຮ້ອຍ, ເຊິ່ງຜ່ານມາທາງເຈົ້າໜ້າທີ່ໄດ້ມີການກວດກາ
ແລະ ພົບວ່າບັນດາຮ້ານບັນເທີງດັ່ງກ່າວໄດ້ລະເມີດລະບຽບ, ເປັນຕົ້ນເປີດກາຍໂມງເວລາ,
ປ່ອຍໃຫ້ໄວໜຸ່ມໄປມົ້ວສຸມ, ມີສຽງດັງເນືອງນັນລົບກວນປະຊາຊົນໃກ້ຄຽງ, ຊຶ່ງຜ່ານມາກໍໄດ້ມີການຕັກເຕືອນ
ແລະ ປັບໃໝ ຕາມລະບຽບການມາແລ້ວ, ແຕ່ກໍເຫັນວ່າຍັງບໍ່ປັບປຸງຕົນເອງ ແລະ ບໍ່ປະຕິ
ບັດຕາມລະບຽບການ, ດັ່ງນັ້ນ ຈຶ່ງໄດ້ສະເໜີຂໍຄຳເຫັນຈາກທ່ານເຈົ້າຄອງເພື່ອສັ່ງປິດຮ້ານດັ່ງກ່າວ.
ການຄຸ້ມຄອງຮ້ານບັນເທີງໃຫ້ເຂົ້າສູ່ລະບຽບນັ້ນ
ເຊິ່ງຜ່ານມາເຈົ້າຄອງນະຄອນຫຼວງກໍໄດ້ອອກແຈ້ງການ ເພື່ອໃຫ້ຜູ້ປະ ກອບການປະຕິບັດຢ່າງເຂັ້ມງວດ
ແຕ່ເຫັນວ່າບາງຮ້ານກໍຍັງຝ່າຝືນລະບຽບການ, ເຮັດໃຫ້ສັງຄົມບໍ່ມີຄວາມເປັນລະບຽບ
ແລະ ເກີດປະກົດການຫຍໍ້ທໍ້ຫຼາຍຢ່າງເກີດຂື້ນ, ພົ້ນເດັ່ນແມ່ນໄວໜຸ່ມກໍ່ເຫດອາລະວາດຕີກັນ
ແລະ ໄລ່ຍິງກັນຈົນເສຍຊີວິດ,
ບັນຫາມົ້ວສຸມຢາເສບຕິດ ແລະ ໄພສັງຄົມອື່ນໆ
ແລະ ສ່ວນໜຶ່ງກໍແມ່ນຍ້ອນການກວດກາຂອງເຈົ້າໜ້າທີ່ກ່ຽວຂ້ອງບໍ່ທັນເຂັ້ມ ງວດ ເປັນໂອກາດໃຫ້ຜູ້ປະກອບການດັ່ງກ່າວສວຍໃຊ້ໄປໃນທາງທີ່ບໍ່ຖືກຕ້ອງ
ແລະ ເມື່ອບໍ່ດົນມານີ້ ເຈົ້າໜ້າທີ່ກ່ຽວຂ້ອງໄດ້ມີການສັ່ງປິດການບໍລິ ການຂອງຮ້ານບັນເທີງ
2 ແຫ່ງມາ ແລ້ວຄື: ຮ້ານ ໄດມອນວີ ແລະ ຮ້ານ ຊ້າງຄຳ ຫຼັງເຮັດຜິດລະບຽບບໍ່ມີຄວາມສະຫງົບພາຍໃນຮ້ານ
ແລະ ກໍ່ໃຫ້ເກີດມີເຫດ ການຍິງກັນເສຍຊີວິດໃນຮ້ານດັ່ງກ່າວ.
No comments:
Post a Comment