ໃນວັນທີ 29 ພະຈິກຜ່ານມານີ້, ໜ່ວຍພັກໂຮງໝໍແມ່
ແລະ ເດັກ ໄດ້ດຳເນີນກອງປະຊຸມໃຫຍ່ຄັ້ງທີ IV ຂອງຕົນຂຶ້ນ ຢູ່ໂຮງໝໍດັ່ງກ່າວ ຢູ່ນະຄອນຫລວງວຽງຈັນ
ໂດຍການເປັນປະທານຂອງສະຫາຍນາງ ຄຳເສດ ຈິດຕະນາວັນ ເລຂາໜ່ວຍພັກໂຮງ ໝໍແມ່ ແລະ
ເດັກ, ສະຫາຍຮອງສາສະດາຈານ ດຣ. ບົວວັນ ແສນສະຖິດ ອຳນວຍການໂຮງໝໍແມ່ ແລະ ເດັກ
ແລະ ສະຫາຍນາງ ແສງຈ້ອຍ ປັນຍາວົງ ຄະນະພັກກະຊວງສາທາລະນະສຸກພ້ອມດ້ວຍສະມາຊິກພັກ,
ພະນັກງານແພດໝໍຂອງໂຮງໝໍດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ເລຂາໜ່ວຍພັກ ໄດ້ກ່າວລາຍງານການເຄື່ອນໄຫວຊີ້
ນຳ-ນຳພາຂອງໜ່ວຍພັກໃນໄລ ຍະ 3 ປີຜ່ານມາຕໍ່ກອງປະຊຸມວ່າ: ໂຮງໝໍແຫ່ງນີ້ມີພາລະບົດບາດໜ້າທີ່ປ້ອງກັນ,
ສົ່ງເສີມສຸຂະພາບ ແລະ ປິ່ນປົວແມ່ ແລະ ເດັກເກີດໃໝ່, ມີພະນັກງານທັງໝົດ 218 ຄົນ,
ຍິງ 158 ຄົນ, ມີສະມາຊິກພັກ 27 ສະຫາຍ, ໃນຜ່ານມາ ສາ ມາດກວດເຂດນອກໄດ້ 65 ພັນກວ່າເທື່ອຄົນ,
ຄົນເຈັບເຂົ້ານອນປິ່ນປົວ 6 ພັນກວ່າເທື່ອຄົນ, ຜ່າ ຕັດ 1.255 ຄົນ, ຈຳນວນເກີດລູກ
4.900 ກວ່າຄົນ (ໃນນີ້ຜ່າຕັດ 1.070) ແລະ ປິ່ນປົວພະຍາດໃຫ້ແມ່ ແລະ ເດັກອີກຈຳນວນໜຶ່ງ,
ສ້າງລາຍຮັບໄດ້ທັງໝົດ 15 ຕື້ ກວ່າກີບ ແລະ ປະຕິບັດນະໂຍ ບາຍຕໍ່ຜູ້ທຸກຍາກເຂົ້າມາປິ່ນປົວປະມານ
154 ລ້ານກວ່າກີບ ແລະ
ສາມາດເຮັດຫລ້ອນໜ້າທີ່ຂອງຕົນຕາມພັກ-ລັດມອບໝາຍໃຫ້
ໂດຍຜົນງານດັ່ງກ່າວນັ້ນ ແມ່ນໄດ້ຮັບການຊີ້ນຳ-ນຳພາຢ່າງໃກ້ ຊິດຈາກຄະນະພັກກະຊວງສາທາ
ລະນະສຸກ, ຄະນະໜ່ວຍພັກມີຄວາມຮັບຜິດຊອບສູງຕໍ່ການຈັດ ຕັ້ງນຳພາ ແລະ ບໍລິຫານຄຸ້ມຄອງໂຮງໝໍ
ຄຽງຄູ່ກັບການບໍລິການຄົນເຈັບໃຫ້ສອດຄ່ອງກັບເງື່ອນໄຂຕົວຈິງ ແລະ ໄດ້ຮັບຄວາມ
ເຊື່ອໝັ້ນຈາກສັງຄົມ. ຄຽງຄູ່ກັບດ້ານດີດັ່ງກ່າວນັ້ນ ກໍເຫັນວ່າຍັງມີຈຸດອ່ອນຈຳນວນໜຶ່ງ
ເປັນຕົ້ນ ການສຶກສານຳພາແນວຄິດບາງຄັ້ງຍັງຊັກຊ້າ, ການປັບປຸງວຽກງານການຈັດຕັ້ງ
ເປັນຕົ້ນແມ່ນການຄົ້ນຄວ້າສະເໜີແຕ່ງຕັ້ງຂັ້ນ ຫົວໜ້າ ແລະ ຮອງພະແນກຊັກຊ້າ ພາໃຫ້ພະນັກງານຈຳນວນໜຶ່ງເກີດມີແນວຄິດຄອນແຄນ,
ອີກບັນຫາໜຶ່ງ ແມ່ນຍ້ອນສະ ພາບແວດລ້ອມ ແລະ ເງື່ອນໄຂຫລາຍຢ່າງທີ່ພາໃຫ້ພະນັກງານແລະ
ສະມາຊິກພັກຕ້ອງດິ້ນຮົນ ຍ້ອນຖືກກະທົບຈາກການຂະ ຫຍາຍຕົວໄວດ້ານເສດຖະກິດ ເຮັດໃຫ້ເກີດມີສະພາບເຫັນແກ່ຕົວສູງຂຶ້ນ.
ໃນໂອກາດດັ່ງກ່າວ ກໍໄດ້ມີພິທີມອບບັດສະມາຊິກພັກສົມບູນຊຸດທີ
I ຂອງໜ່ວຍພັກໂຮງໝໍແມ່ ແລະ ເດັກ ໃຫ້ສະມາ ຊິກ 20 ສະ ຫາຍ (ຍິງ 11 ສະຫາຍ), ໃຫ້ກຽດມອບໂດຍສະຫາຍນາງ
ແສງຈ້ອຍ ປັນຍາວົງ ຄະນະພັກກະຊວງສາທາລະນະສຸກ ພ້ອມທັງໂອ້ລົມຕໍ່ສະມາຊິກພັກໂຮງໝໍແມ່
ແລະ ເດັກຊຸດໃໝ່ວ່າ: ຂໍໃຫ້ທຸກຄົນຈົ່ງຕັ້ງໜ້າເຝິກຝົນຫລໍ່ຫລອມຕົນເອງໃຫ້ກາຍເປັນສະມາຊິກພັກດີເດັ່ນຂອງພັກ.
No comments:
Post a Comment