Ad

Ad

2 January 2014

ກະຊວງ​ກະສິກຳ-ປ່າ​ໄມ້ ຢືນຢັນ​ບໍ່​ມີ​ການ​ຕັດ​ໄມ້​ຊະຊາຍ​ຢູ່​ແຂວງ​ວຽງ​ຈັນ ​ແລະ ບໍລິ​ຄຳ​ໄຊ.



     ພາຍຫລັງ​ມີ​ປະຊາຊົນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດວ່າ: ມີ​ກາ​ນຕັ​ດ​ໄມ້​ທຳລາຍ​ປ່າ​ຢູ່​ເຂດ​ເມືອງ​ວຽງ​ທອງ, ​ເມືອງ​ໄຊ​ຈຳ​ພອນ ​ແຂວງ​ບໍລິ​ຄຳ​ໄຊ ​ແລະ ​ເມືອງ​ແມດ ​ແຂວງ​ວຽງ​ຈັນ, ສະພາ​ແຫ່ງ​ຊາດ​ໄດ້​ສະ​ເໜີ​ໃຫ້​ກະຊວງ​ກະສິກຳ-ປ່າ​ໄມ້​ລົງ​ຕິດຕາມ​ກວດກາ​ຕົວ​ຈິງ ​ແລະ ຢືນຢັນ​ວ່າ: ມີ​ສະພາບ​ການ​ຕັດ​ໄມ້​ແທ້, ​ແຕ່​ບໍ່​ແມ່ນ​ການ​ຕັດ​ໄມ້​ຊະຊາຍ ​ເນື່ອງ​ຈາກ​ໄມ້​ທີ່​ຖືກ​ຕັດ​ແມ່ນ​ປະຕິບັດ​ຕາມ​ລະບຽບ.
     ກະຊວງ​ກະສິກຳ-ປ່າ​ໄມ້ ຊີ້​ແຈງ​ວ່າ: ຕໍ່​ບັນຫາ​ດັ່ງກ່າວ​ເຫັນ​ວ່າ​ປະຕິບັດ​ຕາມ​ແຈ້ງ​ການ​ຂອງ​ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ ສະ​ບັບ​ເລກທີ 135/ຫລບ.ກສສ, ລົງ​ວັນ​ທີ 30 ມັງກອນ 2013 ວ່າ​ດ້ວຍ​ການຈັດຕັ້ງປະຕິ ບັດ​​ແຜນການ​ປູກ​ໄມ້ ​ແລະ ຟື້ນຟູ​ປ່າ​ໄມ້, ການ​ຂຸດ​ຄົ້ນ​ໄມ້ ​ແລະ ​ເກັບ​ກູ້​ເຄື່ອງ​ປ່າ​ຂອງ​ດົງ ປະຈຳ​ສົກ​ປີ 2012-2013, ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​ແຂວງ​ບໍລິ​ຄຳ​ໄຊ ​ໄດ້​ຄົ້ນຄວ້າ​ພິຈາລະນາ​ເງື່ອນ​ໄຂ​ມາດຖານ​ຂອງ​ຜູ້​ຈະ​ມາ​ຮັບຜິດຊອບ​ກອງ​ຂຸດ​ຄົ້ນ​ໄມ້​ໃນ​ແຕ່​ລະ​ສົກ​ປີ, ຈາກ​ນັ້ນ ຈຶ່ງ​ໄດ້​ນຳ​ສະ​ເໜີ​ຫາ​ແຂວງ ​ເພື່ອ​ພິຈາລະນາ​ຕື່ມ ​ເມື່ອ​ເຈົ້າ​ແຂວງ​ພິຈາລະນາ​ຕົກລົງ​ແລ້ວ ຈຶ່ງ​ໄດ້​ຈັດຕັ້ງປະຕິບັດ. ສຳລັບ​ສົກ​ປີ 2012-2013 ນີ້, ທາງ​ແຂວງ​ໄດ້​ຕົກລົງ​ແຕ່ງຕັ້ງກອງ​ຂຸດ​ຄົ້ນ​ໄມ້ ຈຳນວນ 5 ກອງ ​ເພື່ອ​ປະຕິບັດ​ການ​ຂຸດ​ຄົ້ນ​ໄມ້​ທີ່​ລັດຖະບານ​ອະນຸມັດ ດ້ວຍ​ຄວາມ​ຮັບຜິດຊອບ​ສູງ. ການ​ຂຸດ​ຄົ້ນ​ໄມ້​ ນັບ​ແຕ່​ຂອດ​ການ​ຂຸດ​ຄົ້ນ, ການ​ຕັດ​ປ່າ​ໄມ້, ການ​ກຳນົດ​ເສັ້ນທາງ​ຂົນ​ສົ່ງ ຈາກ​ສະໜາມ I ຫາ​ສະໜາມ II, ຈຸດ​ທ້ອນ​ໂຮມ​ໄມ້ ​ແລະ ວັດ​ແທກ ຈັດ​ຊັ້ນຄຸນ​ນະພາ​ບ​ໄມ້ ​ແມ່ນ​ໄດ້​ຈັດ​ຢ່າງ​ເປັນ​ລະບົບ​ຕໍ່​ເນື່ອງ,
ການ​ຄຸ້ມ​ຄອງ​ການ​ເຄື່ອນ​ຍ້າຍ​ໄມ້ ຈາກ​ສະໜາມ II ​ຫາ​ສະໜາມ III ​ແມ່ນ​ພາຍຫລັງ​ໄດ້​ຊຳລະ​ຄ່າ​ພັນທະ​ອາກອນ​ຕ່າງໆ​ໃຫ້​ລັດຖະບານ​ເປັນ​ແຕ່​ລະ​ງວດ​ຄົບ​ຖ້ວນ​ແລ້ວ ກໍ​ໄດ້​ປະກອບ​ເອກະສານ​ເຄື່ອນ​ຍ້າຍ​ໄມ້​ຕາມ​ລະບຽບ​ການ ທັງ​ນີ້ກໍ​ເພື່ອ​ສະດວກ​ໃນ​ການ​ຄຸ້ມ​ຄອງ, ສ່ວນ​ການ​ສະຫລຸບ​ລາຍ​ງານ​ແມ່ນ​ໄດ້​ປະຕິບັດ​ຢ່າງ​ເປັນ​ປົກກະຕິ​ປະຈຳ​ອາທິດ, ປະຈຳ​ເດືອນ, ສາມ​ເດືອນ, ຫົກ​ເດືອນ, ​ເກົ້າ​ເດືອນ ​ແລະ ປະຈຳ​ປີ ​ເພື່ອ​ສະຫລຸບ​ຜົນ​ການຈັດຕັ້ງປະຕິບັດ​ທາງ​ດ້ານ​ໂຕ​ເລກ​ບໍລິ​ມາດ​ການ​ຂຸດ​ຄົ້ນ​ໄມ້​ຕົວ​ຈິງ​ໃຫ້​ກົມ​ປ່າ​ໄມ້. ພ້ອມ​ນັ້ນ ກໍ​ໄດ້​ຖອດ​ຖອນ​ບົດຮຽນ, ສັງ​ເກດ​ຕີ​ລາຄາ​ດ້ານ​ດີ-ດ້ານ​ອ່ອນ​ຕໍ່​ວຽກງານ​ດັ່ງກ່າວ.
      ສຳລັບ​ສະພາບ​ການ​ຕັດ​ໄມ້​ຢູ່​ເມືອງ​ວຽງ​ທອງ ​ແຂວງ​ບໍລິ​ຄຳ​ໄຊ ​ເຫັນ​ວ່າ​ໃນ​ໄລຍະ 1 ປີຜ່ານມາ​ນີ້ ກອງ​ກວດກາ​ປ່າ​ໄມ້​ປະຈຳ​ແຂວງ ​ໄດ້​ຮ່ວມ​ກັບ​ໜ່ວຍ​ສະ​ເພາະ​ກິດ​ຂອງ​ແຂວງ ​ແລະ ອົງການ​ປົກຄອງ​ທ້ອງ​ຖິ່ນ​ລົງ​ກວດກາ ​ແລະ ສະກັດ​ກັ້ນການ​ລັກລອບ​ຕັດ​ໄມ້​ແຕ່​ຫົວທີ ​ເຮັດ​ໃຫ້ການ​ຄຸ້ມ​ຄອງ​ໄມ້​ຢູ່​ເຂດ​ເມືອງ​ວຽງ​ທອງ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ.
      ສຳລັບ​ສະພາບ​ການ​ຕັດ​ໄມ້​ຢູ່​ເມືອງ​ໄຊ​ຈຳ​ພອນ ​ແຂວງ​ບໍລິ​ຄຳ​ໄຊ ​ແມ່ນ​ມີ​ພະນັກງານ​ຂອງ​ແຂວງ ​ແລະ ​ເມືອງ ຄຸ້ມ​ຄອງ​ການ​ຂຸດ​ຄົ້ນ​ໄມ້​ຢ່າງ​ຄັກ​ແນ່, ສ່ວນ​ການ​ຕັດ​ໄມ້​ທີ່​ມີ​ລັກສະນະ​ຊະຊາຍ​ແມ່ນ​ບໍ່​ມີ, ຖ້າ​ມີ​ກໍ​ພຽງ​ແຕ່​ຕັດ​ໄມ້​ເພື່ອ​ປຸກ​ສ້າງ​ເຮືອນ​ຊານ​ຂອງ​ປະຊາຊົນ​ໃນ​ເຂດ​ນັ້ນ.
     ສຳລັບ​ສະພາບ​ການ​ຕັດ​ໄມ້​ຢູ່​ເມືອງ​ແມດ ​ແຂວງ​ວຽງ​ຈັນ ມີ​ພຽງ​ແຕ່​ການ​ອະນຸຍາດ​ໃຫ້​ຂຸດ​ຄົ້ນ​ໄມ້​ອອກ​ຈາກ​ແລວ​ສາຍ​ໄຟຟ້າ ຢູ່​ເຂດຊາຍ​ແດນ​ລະຫວ່າງ​ເມືອງ​ກາສີ​ຫາ​ເມືອງ​ແມດ (​ເຂດ​ແກ່ວ​ກະດາກ) ຈຳນວນ 59 ທ່ອນ, ບໍລິ​ມາດ 15.095 ​ແມັດ​ກ້ອນ ​ເຊິ່ງ​ເຈົ້າ​ເມືອງ​ແມດ​ໄດ້​ອອກ​ຂໍ້​ຕົກລົງ​ໃຫ້​ຈັດຕັ້ງປະຕິບັດ ສະບັບ​ເລກທີ 272/ຈມ.ມມ, ລົງ​ວັນ​ທີ 6 ພຶດສະພາ 2013 ​ແລະ ບົດ​ບັນທຶກ​ກວດກາ​ຕົວ​ຈິງ​ຂອງ​ເມືອງ​ຄັດ​ຕິດ​ມາ​ພ້ອມ.

No comments:

Post a Comment