Ad

Ad

5 February 2014

ປີຜ່ານມາມູນຄ່າການສົ່ງອອກສິນຄ້າຂອງລາວເພີ່ມຂື້ນ 18,49%


        ໃນສົກປີຜ່ານມາ (2012-2013) ມູນຄ່າການສົ່ງອອກສິນຄ້າຂອງລາວປະຕິບັດໄດ້ 1,89 ຕື້ໂດລາ ສະຫາລັດເພີ່ມຂຶ້ນ 18,49% ທຽບໃສ່ສົກປີກ່ອນສ່ວນມູນຄ່າການ ນຳເຂົ້າສິນຄ້າມີມູນຄ່າທັງໝົດ 2,81 ຕື້ກວ່າໂດລາ  ໂດຍຂາດດຸນການຄ້າ ປະມານ  915,55 ລ້ານໂດລາສະຫະລັດ. ສະເພາະການຄ້າລາວກັບຈີນໄດ້ສືບຕໍ່ຂະຫຍາຍຕົວ ຢ່າງຕໍ່ເນື່ອງ ໃນປີ  2013 ມູນຄ່າການຄ້າສອງຝ່າຍ ບັນລຸ 2,03  ຕື້ກວ່າໂດລາເພີ່ມ ຂຶ້ນເກືອບ 30%  ໃນນີ້  ຈີນສົ່ງສິນຄ້າເຂົ້າລາວ  1,22 ຕື້ໂດລາ ເພີ່ມ ຂຶ້ນ 46,41%  ແລະ  ອີກ 803 ລ້ານໂດລາ ແມ່ນລາວສົ່ງອອກ ສິນຄ້າເຂົ້າຈີນເພີ່ມຂຶ້ນ 10,29%.
        ແນວໃດກໍດີກ່ອນໜ້ານີ້ເຈົ້າໜ້າທີ່ທະນາຄານໂລກກໍ່ໄດ້ຄາດຄະເນໄວ້ວ່າ: ເສດຖະກິດລາວ ໃນປີ  2014  ຈະຂະຫຍາຍ ຕົວຊ້າລົງເປັນປີທີ່ສອງຕິດຕໍ່ກັນ ຫລັງຈາກທີ່ປີ  2012  ຂະຫຍາຍຕົວສູງເຖິງ 8,2% ແຕ່ໃນປີ 2013  ຂະຫຍາຍພຽງ 8%,
ແລະ 7,7% ສຳລັບປີນີ້ ແລະ ຈະກັບຂຶ້ນມາຂະຫຍາຍຕົວສູ່ລະດັບ  8,1% ໃນປີ 2015 ຂະນະທີ່ມີຂໍ້ມູນລະບຸວ່າ:
ເສດຖະກິດລາວຈະຂະຫຍາຍຕົວໄດ້  8,5%  ເຊິ່ງເປັນຫນຶ່ງໃນ  10  ປະເທດທີ່ເສດຖະກິດຂະຫຍາຍຕົວໄວທີ່ສຸດໃນໂລກ ສຳລັບປີ  2014.
        ຕາມແຜນການ 5 ປີຄັ້ງທີ 7 (2011-2015) ຂອງລັດຖະບານ ໄດ້ກຳນົດຄາດໝາຍສູ້ຊົນຈະໃຫ້ຂະແໜງອຸດສາຫະກຳ ການຄ້າຂະຫຍາຍຕົວໃນອັດຕາສະເລ່ຍ 12-13% ຕໍ່ປີ, ຫັດຖະກຳປະມານ 15% ມູນຄ່າການຈໍລະຈອນສິນຄ້າໃຫ້ຂະ ຫຍາຍຕົວ 18% ຕໍ່ປີ ແລະ ມູນຄ່າການສົ່ງອອກສິນຄ້າຮອດປີ 2015 ໃຫ້ກວມເອົາ 80% ຂອງຈຳນວນກຸ່ມບ້ານໃນ ບັນດາຫົວໜ່ວຍວິສາຫະກິດ, ຕໍ່ແຜນການທີ່ຕັ້ງໄວ້ນັ້ນເປັນຕົວເລກທີ່ທ້າທາຍສົມຄວນ ເນື່ອງຈາກການຈັດຕັ້ງປະຕິບັດແມ່ນ ຖືກກັບໄລຍະທີ່ເສດຖະກິດໂລກຍັງຢູ່ໃນຈັງຫວະບອບບາງ ອາດຈະສົ່ງຜົນກະທົບໂດຍກົງຕໍ່ເສດຖະກິດຂອງບັນດາປະເທດ ດ້ອຍພັດທະນາລວມທັງ ສປປ ລາວ, ພ້ອມດຽວກັນນັ້ນການແຂ່ງຂັນດ້ານການຄ້າສາກົນທີ່ນັບມື້ຮຸນແຮງຂຶ້ນກໍ່ຄາດວ່າຈະສ້າງ ຄວາມກົດດັນບໍ່ໜ້ອຍຕໍ່ປະເທດສະຖານະພາບດ້ອຍພັດທະນາ.

No comments:

Post a Comment