Ad

Ad

5 February 2014

ຢູ່ນະຄອນຫຼວງວຽງຈັນ ອຸປະຕິເຫດເກີດຂື້ນ ກວມ 80% ແມ່ນເຂດໃຈກາງຕົວເມືອງ.


ໃນເດືອນຜ່ານມາ ຢູ່ນະຄອນຫຼວງວຽງຈັນ ອຸປະຕິເຫດຕາມທ້ອງຖະໜົນເກີດ ຂຶ້ນຫຼາຍກ່ວາໝູ່ແມ່ນເຂດໃຈກາງຕົວ ເມືອງກວມປະມານ 80% ຂອງຈຳນວນ ອຸປະຕິເຫດທີ່ເກີດຂຶ້ນທັງໝົດໂດຍສະເພາະແມ່ນເຂດ ເມືອງ ຈັນທະບູລບີ, ສີໂຄດ ຕະບອງ, ໄຊທານີ ແລະ ສີສັດຕະນາກ ຄື: ພຽງໄລຍະເດືອນທຳອິດຂອງປີນີ້ ຢູ່ນະຄອນຫຼວງວຽງຈັນ ມີອຸປະຕິເຫດເກີດຂື້ນ 164 ກໍລະນີ, ສົ່ງຜົນເຮັດໃຫ້ມີ ພາຫະນະເປ່ເພເລັກຫນ້ອຍ 115 ຄັນ, ສົມຄວນ 204 ຄັນ ແລະ ໃຊ້ການ ບໍ່ໄດ້ 1 ຄັນ, ມີຜູ້ໄດ້ຮັບບາດເຈັບເລັກຫນ້ອຍ 97 ຄົນ, ບາດເຈັບສົມຄວນ 114 ຄົນ, ສາຫັດ 32 ຄົນ ແລະ ເສຍຊີວິດ 27 ຄົນ ທຽບ ໃສ່ປີຜ່ານມາຈຳນວນອຸປະຕິເຫດເພີ່ມຂຶ້ນກວ່າ 20 ກໍລະນີ ແລະ ມີຜູ້ເສຍຊີວິດ ເພີ່ມຂຶ້ນ 5 ຄົນ ເຊິ່ງເຈົ້າໜ້າທີ່ຈະລາຈອນນະ ຄອນຫຼວງວຽງຈັນໃຫ້ຮູ້ວ່າ: ສາເຫດທີ່ມັກເກີດອຸປະຕິເຫດສ່ວນໃຫຍ່ແມ່ນເກີດ ຈາກກຸ່ມຊາຍໄວຫນຸ່ມອາຍຸແຕ່ 20-25 ປີ ແລະ ມີການດື່ມສິ່ງມຶນເມົາ, ຂັບຂີ່ລົດດ້ວຍຄວາມໄວເກີນກຳນົດ ແລະ ປະເພດລົດທີ່ມັກເກີດອຸປະຕິເຫດກໍແມ່ນລົດຈັກ, ນອກຈາກນີ້ ແມ່ນບັນຫາເລື່ອງສະພາບຫົນທາງທີ່ເປ່ເພ ແລະ ອື່ນໆ.
         ທ່ານ ພັນໂທ ພົມມະຈັນ ສວນບຸນມາ ຫົວໜ້າພະແນກຕຳຫຼວດຈະລາຈອນນະຄອນຫຼວງວຽງຈັນ ໃຫ້ທັດສະນະວ່າ: ບັນຫາອຸປະຕິເຫດທີ່ເກີດຂຶ້ນນີ້ ສ່ວນໃຫຍ່ຍ້ອນສະຕິການປະຕິບັດເຄົາລົບກົດລະບຽບຈະລາຈອນຂອງສັງຄົມບໍ່ທັນສູງ, ຂັບຂີ່ ໃນຂະນະມຶນເມົາ, ຂີ່ລົດດ້ວຍຄວາມໄວເກີນກຳນົດ, ແຊງບໍ່ຮັບປະກັນ ແລະ ອື່ນໆ, ສ່ວນໃຫຍ່ກໍແມ່ນກຸ່ມນັກຮຽນຊາວ ໜຸ່ມທີ່ບໍ່ໄດ້ຮັບການອົບຮົມດ້ານລະບຽບການຂັບຂີ່ປອດໄພເປັນຕົ້ນເຫດກໍ່ໃຫ້ເກີດອຸປະຕິເຫດຕາມທ້ອງຖະໜົນສູງ ແລະ ໃນ ໄລຍະຜ່ານມາທາງເຈົ້າໜ້າທີ່ກໍໄດ້ມີການໂຄສະນາເລື່ອງລະບຽບໃນການຂັບຂີ່, ພ້ອມທັງເຜີຍແຜ່ລະບຽບຈະລາຈອນໃຫ້ນັກ ຮຽນ, ນັກສຶກສາ ແລະ ກຳມະກອນຕາມໂຮງຮຽນ ແລະ ໂຮງຈັກໂຮງງານຕ່າງໆ ເພື່ອຄວາມເຂົ້າໃຈດ້ານລະບຽບຈະລາຈອນ ແຕ່ກໍຍັງເປັນສິ່ງທ້າທາຍ ເນື່ອງຈາກນັກຂັບຂີ່ເອງຍັງບໍ່ເອົາໃຈໃສ່ປະຕິບັດລະບຽບກົດໝາຍ ແລະ ເພື່ອສະກັດກັ້ນບັນຫາດັ່ງ ກ່າວທາງເຈົ້າໜ້າທີ່ຈະລາຈອນນະຄອນຫຼວງວຽງຈັນ ກໍໄດ້ເພີ່ມມາດຕະການໃນການອອກກວດກາຕາມສາຍທາງ ພ້ອມທັງມີ ການປັບໃໝຕາມລະບຽບຢ່າງເຂັ້ມງວດຕໍ່ຜູ້ບໍ່ມີໃບອະນຸຍາດຂັບຂີ່ລົດຢ່າງຖືກຕ້ອງ.
        ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນຕອນທ່ຽງ ຂອງວັນທີ 4 ກຸມພານີ້ ໄດ້ເກີດ ອຸປະຕິເຫດລົດເມໝາຍເລກທະ ບຽນ ບກ 5666 ກຳແພງນະຄອນ ຢຽບເດັກນ້ອຍອາຍຸປະມານ 5 ປິ ຢູ່ເສັ້ນທາງເຂດ ບ້ານດຸງ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ຊຶ່ງເຮັດໃຫ້ເດັກນ້ອຍເສຍຊີວິດຄາທີ່ໂດຍສາເຫດການເກີດອຸປະຕິເຫດເຈົ້າ ໜ້າທີ່ກຳລັງເລັ່ງເກັບກຳຂໍ້ມູນ.


No comments:

Post a Comment