Ad

Ad

5 February 2014

ເດືອດຮ້ອນຍ້ອນລົດແກ່ດິນ.



    ປະຊາຊົນຫລາຍຄອບຄົວ ທີ່ອາໄສຢູ່ແຄມເສັ້ນທາງເຂດ ບ້ານ ໂຊກນ້ອຍ, ໂຊກ ໃຫຍ່, ບ້ານ ຊຳເຄ້ ແລະ ບ້ານອື່ນໆ ເຂດ ເມືອງ ໄຊເສດຖາ ນະຄອນຫລວງວຽງ ຈັນ, ມີຄວາມເດືອດຮ້ອນ ຍ້ອນລົດແກ່ດິນຂະໜາດໃຫຍ່ຈຳນວນຫລາຍແລ່ນ ຜ່ານ ດ້ວຍຄວາມໄວ, ສົ່ງຜົນກະທົບຕໍ່ສະພາບແວດລ້ອມມົນລະພິດອາ ກາດ ແລະ ມີ ຄວາມສ່ຽງເກີດອຸປະຕິເຫດ.
        ນັກຂ່າວໜັງສືພິມ ລາວ ພັດທະນາໄດ້ລົງໄປເບິ່ງສະພາບເສັ້ນທາງດັ່ງກ່າວ ເມື່ອວັນທີ 3 ກຸມພາ, ພາຍຫລັງມີປະຊາຊົນ ທີ່ອາໄສຢູ່ເຂດນັ້ນໂທເຂົ້າມາ, ເພື່ອສະເໜີເຖິງຄວາມເດືອດຮ້ອນທີ່ພວກເຂົາ ຜະເຊີນຢູ່ ຍ້ອນລົດແກ່ດິນຂອງໂຄງການກໍ່ສ້າງສະ ໜາມກ໋ອບໃນເຂດບ້ານ ໂຊກນ້ອຍ ແລ່ນເຂົ້າ-ອອກຈາກໂຄງການດ້ວຍ ຄວາມໄວສູງ ແລະ ສ່ຽງຕໍ່ການເກີດອຸປະຕິເຫດ ແລະ ລົດສ່ວນຫລາຍແມ່ນໃສ່ດິນຈົນສວດມ໋ອກ, ແຕ່ບໍ່ມີສິ່ງປົກຄຸມ
ເຮັດໃຫ້ດິນຕົກເຮ່ຍ ແລະ ປິວໄຫງ່ຕະຫລອດສາຍທາງແຕ່ບໍ່ມີ ເຈົ້າໜ້າທີ່ກ່ຽວຂ້ອງໃດໆເຂົ້າມາເບິ່ງແຍງດູແລ ແລະ ຕັກເຕືອນ.
        ປະຊາຊົນທ່ານໜຶ່ງ ທີ່ອາໄສຢູ່ບໍລິເວນໃກ້ຄຽງ ກ່າວວ່າ: ນັບແຕ່ມີລົດແກ່ດິນຂອງໂຄງການດັ່ງກ່າວແລ່ນໄປມາຕະ ຫລອດວັນນີ້ ໄດ້ສ້າງຜົນກະທົບດ້ານມົນລະພິດອາກາດຫລາຍສົມຄວນ, ຫລາຍຄອບຄົວຕ້ອງປິດປະຕູເຮືອນສະໜິດຕະ ຫລອດ 24 ຊົ່ວໂມງ ແລະ ພາຍໃນເຮືອນເປັນຕົ້ນ: ພື້ນເຮືອນ, ໂຊຟາ, ໂຕະຕັ່ງ ແລະ ເຄື່ອງນຸ່ງແມ່ນມີຂີ້ຝຸ່ນຈັບເຕັມໄປໝົດ ແລະ ບໍ່ໄຫວໃນການອະນາໄມປັດຖູ. ນອກຈາກນີ້ ກໍມີບັນຫາຕໍ່ລະບົບຫາຍໃຈບໍ່ໜ້ອຍ.ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ພາກ ສ່ວນກ່ຽວຂ້ອງໄດ້ເຂົ້າມາຊຸກຍູ້ແກ້ໄຂສະພາບການແລ່ນໄປມາຂອງລົດແກ່ດິນຂອງໂຄງການດັ່ງກ່າວ ໃຫ້ຫລຸດຜ່ອນຄວາມໄວ ແລະ ຄວນມີຜ້າບັດປົກປິດດິນໃຫ້ດີ, ພ້ອມມີການຫົດນ້ຳເສັ້ນທາງໃຫ້ເປັນປະຈຳເພື່ອຫລຸດຜົນກະທົບຕ່າງໆທີ່ເກີດຂຶ້ນ.

No comments:

Post a Comment