Ad

Ad

5 February 2014

ບຸນນະມັດສະການຜາສາດຫີນວັດພູປີນີ້ ຈະໃຫ້ມີບັນຍາກາດຄຶກຄັກຍິ່ງຂຶ້ນ.



    ຫົວຫນ້າຫ້ອງການມໍລະດົກໂລກວັດພູຈຳປາສັກ ໄດ້ຖະແຫຼງຕໍ່ຫນ້າສື່ມວນຊົນທ້ອງຖິ່ນວ່າ: ງານບຸນນະມັດສະການຜາ ສາດຫີນວັດພູຈຳປາສັກປີນີ້ ຄະນະກຳມະການຜູ້ຮັບຜິດຊອບໃນການ ຈັດງານບຸນປີນີ້ຈະໃຫ້ມີບັນຍາກາດຄຶກຄື້ນຍິ່ງຂຶ້ນ ພ້ອມ ກັນນັ້ນ ກໍຈະສ້າງຄວາມເຊື່ອຫມັ້ນ ແລະ ໄວ້ວາງໃຈຂອງມວນຊົນໃນການບໍລິການ ບໍ່ວ່າຈະເປັນຄ່າຜ່ານປະຕູ, ຄ່າອະນາໄມ ຂີ້ເຫຍື້ອ ແລະ ບັນຫາອື່ນໆໃຫ້ສົມເຫດສົມຜົນ ປາສະຈາກຫາງສຽງວິພາກວິຈານໄປຕ່າງໆນາໆຄືດັ່ງປີ ຜ່ານມາ.
         ດັ່ງພວກເຮົາຮູ້ນຳກັນແລ້ວວ່າ: ບຸນນະມັດສະການຜາສາດຫີນວັດພູ ເປັນບຸນປະເພນີທີ່ມີ ຄວາມຫມາຍຄວາມສຳຄັນ ຍິ່ງຂອງປະຊາຊົນລາວເຮົາ ໂດຍສະເພາະຊາວແຂວງຈຳປາສັກມາ ດຶກດຳບັນ ໂດຍມັນໄດ້ຕິດພັນກັບວັດທະນະທຳ ແລະ ບຸນປະ ເພນີປະຈຳຊາດ ພ້ອມເປັນການ ສົ່ງເສີມການທ່ອງທ່ຽວ, ດ່ັງນັ້ນ, ການຈັດຕັ້ງສະເຫລີມສະຫລອງງານບຸນຜາສາດຫີນວັດພູ ຈຳປາສັກປີ 2014 ນີ້ ຈະໄດ້ຈັດຂຶ້ນ
ໃນ ວັນທີ 12-14 ກຸມພາ 2014, ເຊິ່ງໃນມື້ທຳອິດແມ່ນມື້ເປີດງານຢ່າງເປັນທາງການ ຈາກນັ້ນການຄົບງັນກໍຈະເລີ່ມຕົ້ນໄປ ຈົນເຖິງວັນທີ 14 ກຸມພາ ເຊິ່ງເປັນມື້ສຸດທ້າຍ ແລະ ໃນຄ່ຳຄືນນີ້ ເຊິ່ງພໍດີກັບວັນເພັງ 15 ຄ່ຳ ເດືອນ 3 ລາວ ແລະ ຈະມີການ
ຄົບງັນສະແດງສິລະປະວັນນະຄະດີ, ການປະກວດສາວງາມ ພ້ອມກັບການແຂ່ງຂັນກິລາ ພື້ນເມືອງອື່ນໆໃຫ້ມີຄວາມເບີກບານ ມ່ວນຊື່ນ.
         ສຳລັບການເກັບຄ່າທຳນຽມຕ່າງໆ ຫົວຫນ້າຫ້ອງການມໍລະດົກໂລກ ກ່າວວ່າ : ການບໍລິການ ເກັບປີ້ຜ່ານປະຕູ ສະເພາະປະຊາຊົນ ແມ່ນ 5.000 ກີບ/ຄົນ, ຄົນຕ່າງປະເທດ 35.000 ກີບ/ຄົນ, ຄ່າຜ່ານລົດໃຫຍ່ 35.000 ກີບ ( ບໍ່ ໄດ້ເສຍຄ່າຝາກລົດ ), ສ່ວນລົດຈັກ 5.000 ກີບ, ພ້ອມເສຍຄ່າຝາກອີກ 10.000 ກີບ ສ່ວນວັນທີ 14 ມື້ສຸດທ້າຍ ແມ່ນຈະບໍ່ເກັບຄ່າບໍລິການໃດໆ ແລະ ພ້ອມນີ້ ທາງຄະນະຈັດງານຍັງໄດ້ຮຽກຮ້ອງໃຫ້ຜູ້ທີ່ມາທ່ຽວຕ້ອງເປັນເຈົ້າພາບທີ່ດີຮ່ວມ ກັນໃນການຮັກສາຄວາມສະອາດຈົບງາມ, ບໍ່ໃຫ້ຖິ້ມຂີ້ເຫຍື້ອຊະຊາຍ ແລະ ຊ່ວຍກັນຮັກສາຄວາມເປັນລະບຽບຮຽບຮ້ອຍໃຫ້ ດີທີ່ສຸດ.

No comments:

Post a Comment