ວັນທີ 9 ພຶດສະພານີ້ ໂຮງໝໍແມ່ລະເດັກໄດ້ຈັດພິທີສະເຫຼີມສະຫຼອງວັນພະ ຍາບານສາກົນ
12 ພຶດສະພາ, ຄົບຮອບ 49 ປີ (1965-2014 )ຂື້ນ, ທີ່ໂຮງໝໍ ດັ່ງກ່າວ,ໂດຍການເຂົ້າຮ່ວມຂອງທ່ານ
ຮອງສາດສະດາ ຈານ ດຣ ບົວວັນ ແສນ ສະຖິດ, ອຳ ນວຍການໂຮງໝໍດັ່ງກ່າວ,
ພ້ອມດ້ວຍພະຍາບານ ແລະ ແພດໝໍ 150 ທ່ານເຂົ້າຮ່ວມ.
ທ່ານ ອຳນວຍການມີຄຳເຫັນໃນພິທີວ່າ:ທຸກປີໂຮງໝໍແມ່
ແລະເດັກຈັດພິທີສະເຫຼີມສະຫຼອງວັນພະຍາບານສາກົນຕະ ຫຼອດມາ, ເພື່ອເປັນການຍ້ອງຍໍຊົມເຊີຍພະຍາບານຂອງຕົນທີ່ເຮັດ
ວຽກ ດ້ວຍຄວາມຮັບ ຜິດຊອບ, ບໍ່ໄດ້ລັບໄດ້ນອນກອບ ກູ້ຊີວິດຜູ້ທີ່ມາເກີດລູກ, ແມ່ປອດໄພ, ລູກຢູ່ລອດຄື:
ປີຜ່ານມານີ້ໂຮງໝໍ ແມ່ລະເດັກໄດ້ຮັບເອົາຄົນເຂົ້າມາເກີດລູກ 5029 ຄົນ,
ຮົບປະກັບໄດ້ 100% ບໍ່ມີແມ່ຜູ້ເສຍຊີວິດແຕ່ຢ່າງໃດ ແລະ ເພື່ອເປັນການລະນຶກເຖິງປະຫວັດຄວາມເປັນມາຂອງ
ວັນພະຍາບານທີ່ໄດ້ປະກອບ ສ່ວນຊ່ວຍເຫຼືອສັງຄົມ, ຢ່າງບໍ່ຮູ້ອິດຮູ້ເມື່ອຍ ແລະ ເພື່ອເປັນການຈາລຶກບຸນຄຸນອັນສູງ
ສົ່ງດັ່ງກ່ າວສະພາ ພະຍາບານສາກົນຈຶ່ງໄດ້ຕົກລົງເອົາວັນທີ 12 ພຶດສະພາ ຂອງທຸກໆປີນັບແຕ່ປີ
1965 ເປັນຕົ້ນມາເປັນ ວັນຈາ ລຶກ ຄຸນງາມຄວາມ ດີຂອງພະຍາບານໃນທົ່ວໂລກ,ຊຶ່ງແມ່ນວັນຄ້າຍ ວັນເກີດຂອງທ່ານ
ນາງ ພະ ຍາບານ ຟໍລເຣັນສ໌ ໄນຕິງເກລ໌ ຄົນອັງກິດ,້ເມື່ອກາງຊຸມ 1800 ນາງ ຟໍລເຣັນສ໌ໄດ້ກາຍເປັນນາງພະຍາ ບານຕາມຄວາມຕ້ອງການຂອງລາວ,ໃນໄລຍະສັງຄົມ
ຄຼາຍມຽນ ທ່ານ ໄດ້ຂໍອະນຸຍາດຈາກກົມເລຂາ ທິ ການຂອງສົງເພື່ອເຝິກອົບຮົມໃຫ້ແມ່ຍິງໃນການປະຖົມ
ພະຍາບານໃຫ້ ແກ່ ຜູ້ປ່ວຍ ແລະ ຜູ້ຖືກບາດເຈັບ ໂດຍການເຮັດຄວາມສະອາດຕຶກ,ປັບປຸງລະບົບລະບາຍ
ອາກາດ,ເຮັດ ສຸຂະອະນາໄມ ແລ ະໂພ ຊະນາ ການອາຫານ,ໜ່ວຍພະບານຂອງນາງ ຟໍລເຣັນສ໌ ມີ 38 ທ່ານ
ແລະ ສາ ມາດຫຼຸດຜ່ອນອັດຕາການຕາຍຈາກ 60% ຫາ 1% ໄດ້,ໂດຍທ່ານໄດ້ເກັບຮັກສາບັນທຶກ ທາງການພະຍາບານ
ແລະ ສະຖິຕິຂໍ້ມູນທີ່ສົ່ງ ເສີມທິດສະດີຂອງທ່ານກ່ຽວກັບ ການດູແລຮັກສາ,ຊຶ່ງມີ ຫຼາຍທິດສະດີຍັງຖືກນຳໃຊ້ຈົນມາເຖິງປັດຈຸບັນ.

No comments:
Post a Comment