Ad

Ad

9 May 2014

ບໍລິສັດ Quasa - Geruco ນຳ​ກຳລັງ​ເຂົ້າກີດ​ຢາງພາລາ​ເປັນຄັ້ງທຳ​ອິດ



      ພິທີ​ເລີ່​ມຕົ້ນການ​ກີດ​ຢາງພາ ລາ​ຂອງ​ບໍລິສັດ Quasa - Geruco ສສ ຫວຽດນາມ ທີ່​ເຂົ້າມາ​ລົງ ທຶນ​ຢູ່​ລາວ ​ໄດ້​ມີ​ຂຶ້ນ​ໃນ​ເຊົ້າວັນ​ທີ 7 ພຶດສະພາ​ນີ້ ທີ່​ເມືອງ​ພີນ ແຂວງ​ສະຫວັນ​ນະ​ເຂດ ​ໂດຍ​ການ​ໃຫ້​ກຽດ​ເຂົ້າຮ່ວມ​ຂອງ​ທ່ານ ສົມ​ສະຫວາດ ​ເລັ່ງ ສະຫວັດ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນ ຕີ, ຜູ້​ຊີ້ນຳ​ວຽກ​ງານ​ເສດຖະກິດ​ ແຫ່ງ ສປປ ລາວ, ທ່ານ ສຸພັນ ແກ້ວ​ມີ​ໄຊ ກຳມະການ​ສູນ​ກາງ​ພັກ, ​ເລຂາ​ພັກ​ແຂວງ, ​ເຈົ້າ​ແຂວງ​ສະຫວັນ​ນະ​ເຂດ, ທ່ານ ຫວູວັນ​ຕ່າ​ມ ລັດ ຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ສສ ຫວຽດ ນາມ ພ້ອມ​ດ້ວຍ​ຄະນະ​ອຳນວຍ​ການ​ອຸດ ສາຫະກຳ​ກາວ​ຊູ​ຫວຽດ ນາມ ​ແລະ ພະນັກງານ​ກ່ຽວ ຂ້ອງ​ສອງ​ຝ່າຍ​ເຂົ້າຮ່ວມ​ເປັນ​ຈຳນວນ​ຫລາຍ.
      ​ໃນ​ບົດ​ລາຍ​ງານ​ຂອງ​ອຳ ນວຍ​ການ​ໃຫຍ່​ອຸດສາຫະກຳ​ກາວ​ຊູ​ຫວຽດນາມ ​ໃຫ້​ຮູ້​ວ່າ: ມາ​ຮອດ​ປັດຈຸບັນ ບໍລິສັດ​ຂອງ​ຕົນ​ໄດ້​ປະຕິບັດ 7 ​ໂຄງການ​ປູກ​ຢາງ ພາລາ​ຢູ່​ລາວ, ​ໃນ​ນັ້ນ ສະ​ເພາະ​ບໍລິສັດ​ຫຸ້ນ​ສ່ວນ Quasa - Geruco ​ໄດ້​ລົງທຶນ​ເຂົ້າ​ໃນ​ໂຄງ ການ​ດັ່ງກ່າວ​ມີ​ປະມານ 33 ລ້ານ​ໂດ​ລາ, ມາ​ຮອດ​ປີ 2014 ນີ້, ບໍລິ ສັດ​ຈະ​ສາມາດ​ກີດ​ຢາງ​ໄດ້​ໃນ​ເນື້ອ​ທີ່ 700 ​ເຮັກຕາ, ພ້ອມ​ໄດ້​ລົງ ທຶນ​ສ້າງ​ໂຮງງານ​ປຸງ​ແຕ່ງ​ຢາງ ໄລຍະ​ຕົ້ນຜຜະລິດ​ໄດ້ 5.000 ໂຕນ​ຕໍ່​ປີ.

     ​ໄປ​ຄຽງ​ຄູ່​ກັບ​ການ​ລົງທຶນ​ຢ່າງ​ມີ​ປະສິດທິ​ຜົນ​ດັ່ງກ່າວ, ບໍລິ ສັດ​ຍັງ​ໄດ້​ເອົາ​ໃຈ​ໃສ່​ປະຕິບັດ​ນະ​ໂຍບາຍ​ຊ່ວຍ​ເຫລືອ​ພັດທະນາ ທ້ອງ​ຖິ່ນ​ໃນ​ເຂດ​ໂຄງການ​ໄດ້​ດີ​ຕະຫລອດ​ມາຄື​ການ​ສ້າງ​ຕາ​ຂ່າຍ​ໄຟຟ້າ, ຖະໜົນ​ຫົນທາງ, ກໍ່ ສ້າງ​ນ້ຳບາ​ດານ, ສ້າງ​ເຂື່ອນ​ຊົນ ລະປະທານ, ກໍ່ສ້າງ​ໂຮງຮຽນ ແລະ ປົວ​ແປງ​ວັດວາອາ​ຮາມ​ຕ່າງໆ​ໃຫ້​ທ້ອງ​ຖິ່ນ​ຢ່າງ​ມີ​ຜົນສຳ​ເລັດ ​ແລະ ຊ່ວຍ​ເຫລືອ​ສັງຄົມ​ເຮັດ​ວຽກ​ງານ​ສະຫວັດດີ​ການ​ອື່ນໆ ລວມມີ​ມູນ​ຄ່າ​ຫລາຍ​ກວ່າ 1 ຕື້ກີບ ຫລື ປະມານ 2,3 ຕື້ດົງ (ສະກຸນ​ເງິນ​ຫວຽດນາມ) ພ້ອມ​ນັ້ນບໍລິສັດ​ຍັງ​ໄດ້​ເອົາ​ໃຈ​ໃສ່​ເຝິກ ອົບຮົມ​ເຕັກນິກ​ການ​ປູກ ​ແລະ ກີດ​ຢາງພາລາ, ການ​ຜະລິດ​ກະ ສິກຳ​ອື່ນໆ​ໃຫ້​ແກ່​ປະຊາຊົນ ​ແລະ ​ແຮງ​ງານ​ລາວ​ຢ່າງ​ເປັນ​ປົກກະ ຕິ.
     ທ່ານ​ຮອງ​ນາຍົກລັດຖະມົນຕີ ສົມ​ສະຫວາດ ​ເລັ່ງສະຫວັດ ​ໄດ້​ມີ​ຄຳ​ເຫັນ​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​ຕໍ່​ຜົນສຳ​ເລັດ​ຂອງ​ບໍລິສັດ ​ເຊິ່ງຜ່ານ​ໄລຍະ 7 ປີ​ເຂົ້າມາ​ລົງ ທຶນ​ຢູ່​ລາວ ສາມາດ​ພັດທະນາ​ເຂດ​ດິນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ຮ້າຍ​ແຮງ​ຈາກ​ສົງຄາມ​ທຳລາຍ​ໃນ​ເມື່ອ​ກ່ອນ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ໜ້າ​ຊົມ​ຊື່ນ, ທ່ານ​ຮອງ​ນາຍົກ ​ເວົ້າວ່າ: ນີ້​ແມ່ນ​ໃບ​ໜ້າ​ປະຫວັດສາດ​ໃໝ່​ຂອງ​ແຂວງ​ສະຫວັນ​ນະ​ເຂດ ​ເຊິ່ງບັນດາ​ໂຄງ ການ​ລົງທຶນ​ດັ່ງກ່າວ​ສາມາດ​ຊ່ວຍ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ປະຊາຊົນ​ນັບ​ຫລາຍ​ພັນ​ຄົນ, ສ້າງ​ໃຫ້​ເຂົາ​ເຈົ້າມີ​ເງື່ອນ​ໄຂ​ສ້າງ​ເສດຖະກິດ​ຄອບຄົວ, ຊ່ວຍ​ຫລຸດ ຜ່ອນ​ການ​ຖາງ​ປ່າ​ເຮັດ​ໄຮ່ ​ແລະ ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ພັດທະນາ​ເສດຖະກິດ​ທ້ອງ​ຖິ່ນຂະຫຍາຍຕົວ ​ແລະ ​ໃນ​ໂອກາດ​ນີ້, ທ່ານ​ຮອງ​ນາຍົກລັດ ຖະມົນຕີ ​ໄດ້​ຢືນຢັນ​ວ່າ: ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຈະ​ເອົາ​ໃຈ​ໃສ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບໍລິສັດ​ລົງທຶນ​ຫວຽດນາມ​ສາ ມາດ​ຂະຫຍາຍ ​ແລະ ຍົກ​ສູງ​ກິດ ຈະການ​ລົງທຶນ​ຂອງ​ຕົນ​ໃຫ້​ມີ​ປະ ສິດທິ​ຜົນ ​ແລະ ຫວັງ​ວ່າ​ບໍລິສັດ​ຈະ​ປະຕິບັດ​ວຽກ​ງານ​ຂອງ​ຕົນ​ດີ​ຂຶ້ນ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະ ພາບ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະ ຫວ່າງ​ສອງ​ປະ​ເທດ ລາວ-ຫວຽດນາມ ນັບ​ມື້​ແຕກ​ດອກ​ອອກ​ຜົນ ​ແລະ ງອກ​ງາມ​ຍິ່ງໆ​ຂຶ້ນ.

No comments:

Post a Comment