ໃນວັນທີ 27 ມິຖຸນານີ້ ຢູ່ ກອງບັນຊາການ ປກສ
ເມືອງ ສີສັດຕະນາກ ນະຄອນຫຼວງ ວຽງຈັນ, ເຈົ້າໜ້າທີ່ໄດ້ມອບ ລົດຮອນດາເວບ ຈຳນວນ 6 ຄັນ ຄືນ ໃຫ້ເຈົ້າຂອງເດີມພາຍຫຼັງຍຶດໄດ້ຈາກກຸ່ມຄົນບໍ່ດີ,
ຊຶ່ງມອບ ໂດຍ ທ່ານ ພັນໂທ ທອງສະຫວັດ ແສນ ສຸວາດ ຮອງກອງບັນຊາ ການ ປກສ ເມືອງ ສີສັດຕະນາກ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ໃນປີ 2013 ຜ່ານມາ
ໄດ້ມີສະພາບລັກ ຊັບໂດຍສະ ເພາະແມ່ນລັກລົດຈັກເກີດຂື້ນພົ້ນເດັ່ນ, ຊຶ່ງເຈົ້າໜ້າທີ່ ເມືອງສີສັດຕະນາກ
ກໍໄດ້ສຸມ ໃສ່ ແກ້ໄຂ ແລະ ສາມາດຈັບຕົວຜູ້ ຕ້ອງຫາໄດ້ 1 ຄົນ ຄື: ທ້າວ ທິບ ພະຄານ ຫຼື ແຮ່ວ
ຢູ່ບ້ານຮ່ອງ ແກ ເມືອງໄຊເສດຖາ ນະ ຄອນຫຼວງວຽງຈັນຖືກເຈົ້າໜ້າທີ່ກັກ ຕົວໄດ້ໃນວັນທີ 26 ພຶດສະພາ
ຜ່ານມາ, ພາຍຫຼັງຜູ້ກ່ຽວກຳລັງ ເຄື່ອນໄຫວລັກລົດຈັກ ຂອງປະ ຊາຊົນ ຢູ່ບ້ານໂຊກຄຳ ເມືອງ ໄຊເສດຖາ
ນະຄອນຫຼວງວຽງ ຈັນ, ຜ່ານການສືບສວນ-ສອບ ສວນຜູ້ກ່ຽວໄດ້ຮັບສາ
ລະພາບ ວ່າ : ເຄີຍຕ້ອງໂທດໃນຄະດີລັກ
ຊັບພົນລະເມືອງ ແລະ ໃນຕົ້ນປີ 2013 ໄດ້ລັກໂຕນໜີອອກຈາກ ຄ້າຍຄຸມຂັງແຫ່ງ ໜຶ່ງແລ້ວເຄື່ອນໄຫວລັກລົດຈັກໂດຍລົງມືມາ
ແລ້ວ 11 ຄັ້ງ ແລະ ນຳເອົາລົດ ໄປຂາຍໃຫ້ກັບຮ້າຍຂາຍລົດມື ສອງ ແລະ ມີປະ ຊາຊົນມາຮັບຊື້, ກ່ອນຈະຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີ.
ປກສ ເມືອງ ສີສັດຕະນາກ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້,
ເຈົ້າ ໜ້າທີ່ຕົນສາມາດຈັບໂຈນດຶງກະເປົານັກທ່ອງທ່ຽວຕົວ ອັນຕະລາຍຄື: ທ້າວ ສີສຸພັນ ຫຼື ລົ້ນ
ຢູ່ບ້ານ ຮ່ອງແກ ແລະ ທ້າວ ສຸກສາ ຄອນ ຢູ່ບ້ານທາດຫຼວງໃຕ້ ເມືອງ ໄຊເສດຖາ ນະຄອນຫຼວງວຽງ ຈັນ,
ທັງສອງໄດ້ຮ່ວມກັນດຶງກະ ເປົາຂອງນັກທ່ອງທ່ຽວໃນ ເຂດນະຄອນຫຼວງວຽງຈັນ ໂດຍສະ ເພາະແມ່ນສວນເຈົ້າອານຸວົງ
ແລະ ບ່ອນອື່ນໆ ໂດຍມີຄົນຕ່າງ ປະເທດຕົກເປັນເຫຍື່ອ ຫຼາຍກວ່າ 10 ຄົນ, ຄັ້ງລ່າສຸດ ທັງສອງໄດ້
ຂີ່ລົດເທນາໝາຍເລກທະບຽນ ຈຄ 7311 ກຳລັງຈະດຶງກະເປົາ ຂອງນັກທ່ອງທ່ຽວ ຢູ່ເຂດວັດ ໜອງບອນ ເມືອງໄຊເສດຖາ
ນະຄອນຫຼວງວຽງຈັນ, ກ່ອນຈະຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີຕາມລະບຽບ ກົດໝາຍ.

No comments:
Post a Comment