Ad

Ad

3 June 2014

ລັດ​ໄດ້​ອາກອນ​ຈາກ​ຢາສູບ​ໜ້ອຍ



      ຜະລິດ​ຕະພັນ​ຢາສູບ​ຈັດ​ຢູ່​ໃນ​ສິນຄ້າ​ປະ​ເພດ​ຟຸມ​ເຟືອຍ ​ແລະ ເປັນ​ອັນຕະລາຍ​ຕໍ່​ສຸຂະພາບ​ຂອງ​ຜູ້ບໍລິ​ໂພ​ກ ລວມທັງຜູ້​ຢູ່​ໃກ້​ຄຽງ. ​ໃນ​ຫລາຍ​ປີ​ມານີ້, ມີຫລາຍ​ປະ​ເທດ​ມີ​ຄວາມ​ພະຍາຍາມ​ກຳນົດ​ມາດ​ຕະການ​ດ້ານ​ຕ່າງໆ ​ເພື່ອ​ໃຫ້​ຜູ້​ບໍລິ​ໂພ​ກຢາສູບ​ຫລຸດໜ້ອຍ​ລົງ.
      ​ເນື່ອງ​ໃນ​ໂອກາດ​ວັນ​ຢຸດ​ສູບຢາ 31 ພຶ​ດສະພານີ້, ຄະນະ​ກຳມະການ​ແຫ່ງ​ຊາດ ​ເພື່ອ​ຄວບ​ຄຸມ​ຢາ​ສູບ ​ໃຫ້​ຮູ້​ວ່າ: ສົນທິ ສັນຍາ​ຂອງ​ອົງການ​ອະນາ​ໄມ​ໂລກ​ວ່າ​ດ້ວຍ​ການ​ຄວບ​ຄຸມ​ຢາ​ສູບ ​ໄດ້​ສະ​ເໜີ​ໃຫ້​ປະ​ເທດ​ພາຄີ​ຕ້ອງ​ພະຍາ ຍາມ​ປະຕິບັດ​ມາດ​ຕະການ ຄື​ການ​ໃຫ້​ຄວາມ​ຮູ້​ແກ່​ສັງຄົມ​ຢ່າງ​ທົ່ວ​ເຖິງ ​ແລະ ກວ້າງຂວາງ, ມີ​ຄຳ​ເຕືອນ​ອັນຕະລາຍ​ໃສ່​ຊອງ ຢາສູບ, ຫ້າມ​ໂຄສະນາ, ສົ່ງ​ເສີມ​ການ​ຂາຍ ​ແລະ ການ​ອຸປະຖຳ​ຈາກ​ຢາສູບ, ຈັດ​ໃຫ້​ບ່ອນ​ເຮັດ​ວຽກ, ສ​ະຖານ​ທີ່​ສາທາລະນະ​ເປັນ​ບ່ອນ​ປອດ​ຄວັນ​ຢາສູບ ​ແລະ ຕ້ອງ​ເກັບ​ອາກອນ​ຢາສູບ​ໃຫ້​ສູງ​ຢ່າງ​ຄວນ​ເກັບ 70% ຂອງ​ລາຄາ​ຂາຍຍ່ອຍ, ​ແຕ່​ໜ້າ​ເສຍ​ດາຍ​ ປັດ ຈຸບັນນີ້ ສຳລັບ ສປປ ລາວ​ເຮົາ ຍັງ​ບໍ່​ທັນ​ສາມາດ​ປະຕິ ບັດ​ຕາມ
​ຂໍ້​ສະ​ເໜີ​ຂອງ​ອົງການ​ອະນາ​ໄມ​ໂລກ​ໄດ້​ໝົດຍ້ອນ​ຍັງປະສົບ​ກັບ​ບັນຫາ​ສັນຍາ​ກັບ​ບໍລິສັດ​ຜະລິດ ຢາສູບ​ທີ່​ເຊັນ​ກັບ​ລັດຖະບານ​ໃນ​ປີ 2001 ທີ່​ເກັບ​ໄດ້​ພຽງ 15% ​ເທົ່າ​ນັ້ນ ​ແລະ ບໍ່​ສາມາດ​ເກັບ​ໄດ້​ຕາມ​ທີ່​ກຳນົດ​ໄວ້​ໃນ​ກົດໝາຍ​ວ່າ​ດ້ວຍ​ສ່ວຍ​ສາ​ອາກອນ​ທີ່​ກຳນົດ​ໃຫ້​ເກັບ 60% ຂອງ​ລາຄາ​ຕົ້ນທຶນ ຈຶ່ງ​ເຮັດ​ໃຫ້​ລັດຖະບານ​ສູນ​ເສຍ​ລາຍ​ຮັບ​​ເປັນຈຳນວນ​ມະຫາ ສານ​ໃນ​ແຕ່ລະ​ປີ ​ແລະ ສັນຍາ ນີ້ຈະ​ຍາວ​ໄປ​ຮອດ​ປີ 2026. ຫລັງ​ຈາກ​ນັ້ນ ຈຶ່ງ​ຈະ​ສາມາດ​ປະຕິ ບັດ​ຕາມ​ເງື່ອນ​ໄຂ​ທີ່​ກົດໝາຍ​ກ່ຽວ ຂ້ອງ​ຂອງ​ລາວລວມ​ເຖິງ​ສົນທິ ສັນຍາ​ຕ່າງໆ​ທີ່​ສາກົນ​​ໄດ້ກຳນົດ​ໄວ້​.

No comments:

Post a Comment