Ad

Ad

3 June 2014

ຜູ້​ລອດ​ຊີວິດ 3 ຄົນ ຈາກ​​ເຮືອບິນ​ຕົກ​ຢູ່​ແຂວງ​ຊຽງ​ຂວາງ ​ເສຍ​ຊີວິດ​ແລ້ວ 1 ຄົນ



    ອີງ​ຕາມ​ຂ່າວ​ຈາກ​ໜັງສືພິມ ປກສ ​ໃນ​ວັນ​ທີ 2 ມິຖຸນາ​ນີ້ ​ໃຫ້​ຮູ້​ວ່າ: ຮ້ອຍ​ເອກ ຄຳ​ຫລ້າ ສີ​ບົວ​ຄຳ ພະນັກງານ​ກອງ​ບັນຊາ​ການ​ປ້ອງ​ກັນ​ສູນ​ກາງ ​ເຊິ່ງ​ເປັນ​ໜຶ່ງ​ໃນ​ສາມ​ຄົນທີ່​ລອດ​ຊີວິດ​ຈາກ​ອຸປະຕິ​ເຫດ​ເຮືອບິນ​ຕົກ​ຢູ່​ແຂວງ​ຊຽງ​ຂວາງ ​ເມື່ອ​ວັນ​ທີ 17 ພຶດສະພາ​ຜ່ານ​ມານັ້ນ ​ແມ່ນ​ໄດ້​ເສຍ​ຊີວິດ​ແລ້ວ ​ໃນ​ວັນ​ທີ 30 ພຶດສະພາ​ນີ້ ​ແລະ ພິທີຊາ​ປະ​ນາ​ກິດ​ສົບ​​ໄດ້​ຈັດ​ຂຶ້ນໃນ​ວັນ​ທີ 31 ພຶດ ສະພາ 2014 ​ໂດຍ​ມີ​ຄະນະ​ນຳ​ຂັ້ນ ສູງ​ຂອງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ເຂົ້າຮ່ວມ​.
      ຮ້ອຍ​ຕີ ຄຳ​ຫລ້າ ສີ​ບົວ​ຄຳ ເປັນ​ໃກ້ຊິດຂອງ​ທ່ານ ທອງ​ບັນ ແສງ​ອາພອນ ອະດີດ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ທີ່​ເສຍ​ຊີວິດ​ຈາກ​ອຸປະຕິ​ເຫດ​ຍົນ​ຕົກ​ໃນ​ຂະນະ​ເດີນທາງ​ໄປ​ປະຕິບັດ​ໜ້າ​ທີ່ຢູ່​ແຂວງ​ຊຽງ​ຂວາງ.

No comments:

Post a Comment