Ad

Ad

3 July 2014

ເຜີຍແຜ່ຜົນສຳເລັດກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 8 ສະໄຫມທີ IX



       ສະພາ​ແຫ່ງຊາດ,​ ໄດ້​ຈັດ​ຕັ້ງ​ເຜີ​ຍແຜ່​​ເນື້ອ​ໃນຜົນ​ສຳ​ເລັດ​ກອງ​ປະຊຸມຄົບ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຄັ້ງ​ທີ 8 ສະ​ໄໝ IX ເຂົ້າ​ສູ່​ຊິວິດ​ຕົວ​ຈິງໃນ​ວັນ​ທີ 2 ກໍລະ​ກົດນີ້, ​ໃຫ້​ກຽດ​ເຜີຍ​ແຜ່​ໂດຍ​​ທ່ານ ດຣ​ໄຊ​ສົ​ມພອນ ພົມວິຫານ ຮອງ​ປະທານ​ສະພາ​ແຫ່ງ​ຊາດ.
       ທ່ານ ດຣ.​ ໄຊ​ສົມ​ພອນ ພົມວິຫານ ​ກ່າວວ່າ​: ກອງປະຊຸມ​ຄົບ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ຄັ້ງ​ທີ 8 ສະ​ໄໝ​ທີ IX ທີ່​ໄດ້​ດຳ​ເນີນ​​ແຕ່ ວັນ​ທີ 2​-11 ມິຖຸນາ 2014 ທີ່​ນະ ຄອນຫລວງ​ວຽງຈັນ, ພາຍ​ໃຕ້​ການ​ເປັນ​ປະທານຂອງ ສະຫາຍ ຈູມ​ມາລີ ​ໄຊ​ຍະ​ສອນ ​ເລຂາທິ ການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກປະຊາຊົນປະຕິວັດ​ລາວ.​ ເຊິ່ງ​ໃນ​ກອງ​ປະຊຸມ​ໄດ້​ຕີ​ລາຄາ​ຜົນ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາເສດຖະກິດ-ສັງ ຄົມ, ງົບປະມານ ​ແລະ ​ເງິນຕາ​ໃນ​ສົກ​ປີ 2013-2014, ກໍ​ຄື​​ການ​ກຳນົດ​ບັນດາ​ຄາດໝາຍ​ສູ້​ຊົນ ແລະ ທິດ​ທາງ​ແຜນການ​ວຽກ​ງານ​ເຫລົ່າ​ນີ້​ສຳລັບ​ສົກ​ປີ 2014- 2015​ ແນ​ໃສ່​ຊອກ​ຫາ​ທາງ​ອອກ​ທີ່​ສອດຄ່ອງ​ເໝາະ​ສົມ​ໃຫ້​ແກ່​ການ​ແກ້​ໄຂ​ບັນຫາ​ເສດຖະກິດ​ມະຫາ​ພາກ, ບັນຫາ​ຄວາມ​ຫຍຸ້ງ ຍາກ​ກດ້ານ​ການ​ເງິນ ​ແລະ ເງິນ ຕາ, ກໍ​ຄື​ວຽກ​ງານ​ໃນ​ຂົງ​ເຂດ​ສັງຄົມ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ຕາມ​ທິດ​ພັດທະນາ​ແບບ​ຍືນ​ຍົງ.

       ພ້ອມ​ນັ້ນ ທ່ານ ດຣ.​ໄຊ​ສົມ​ພອນ ພົມວິຫານ ຍັງ​ໄດ້​ຍົກ​ໃຫ້​ເຫັນ​ສະພາບ​ສາກົນ ​ແລະ ພາກ​ພື້ນ​ທີ່ມີ​ການ​ຜັນ​ແປ​ໄປ​ຢ່າງ​ໄວວາ ​ແລະ ສະຫລັບຊັບຊ້ອນ, ສະ ພາບ​ພາຍ​ໃນ​ປະ​ເທດ​ເຖິງ​ມີ​ບາງ​ດ້ານ​ພົບ​ຄວາມ​ຫຍຸ້ງຍາກ​ກໍ​ຕາມ, ແຕ່​ທົ່ວ​ພັກ, ທົ່ວ​ກອງ ທັບ ​ແລະ ທົ່ວ​ປວງ​ຊົນ​ລາວ​ທັງ​ຊາດ​ໄດ້​ສືບ​ຕໍ່​ຕັ້ງໜ້າ​ສຸມ​ໃສ່​ຈັດ​ຕັ້ງ​ຜັນ​ຂະ ຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ຂອງ​ພັກ ​ແລະ ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ VII ​​ແລະ ອື່ນໆ ​ໂດຍ​ຕິດ​ພັນ​ຢ່າງ​ແໜ້ນ​ແຟ້ນກັບ​ຂະ​ບວນການ​ແຂ່ງ​ຂັນ “ຮັກ​ຊາດ ​ແລະ ພັດທະນາ” ຊຸກ​ຍູ້​ວຽກ​ງານ 3 ສ້າງ, ​ໃນ​ນັ້ນ ​​ກອງ​ປະຊຸມ​ຄົບ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ຍັງ​ໄດ້​ລົງ​ເລິກ​ຕີ​ລາຄາ​ການ​ປະ ຕິບັດ​ແຜນ​ພັດທະນາ​ເສດຖະກິດ- ສັງຄົມ 6 ​ເດືອນ​ຕົ້ນ​ປີ ​ແລະ ວຽກ ງານ​ຈຸດ​ສຸມ​ໃນ 6 ​ເດືອນ​ທ້າຍ​ສົກ​ປີ 2013-2014 ​ແລະ ​ໄດ້​ໃຫ້​ທິດ​ຊີ້​ນຳ​ຕໍ່​ແຜນການວຽກ​ງານ​ສົກ​ປີ 2014-2015, ໃຫ້​ທັດສະນະ ​ແລະ ທິດ​ຊີ້​ນຳ​ຕໍ່​ຮ່າງ​ລາຍ​ງານ​ການ​ເມືອງ​​ເພື່ອ​ກະກຽມ​ໃຫ້​ແກ່ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ, ຮ່າງ​ແຜນ​ຍຸດ​ທະ​ສາດ​ຮອດ​ປີ 2025 ​ແລະ ວິ​ໄສ​ທັດ​ຮອດ​ປີ 2030 ​ແລະ ຮ່າງ​ແຜນພັດທະນາ​ເສດຖະກິດ-ສັງຄົມ 5 ປີ ຄັ້ງ​ທີ VIII ຂອງ​ລັດ.

No comments:

Post a Comment