ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຊີ້ນຳໃຫ້
ປກສ ເມືອງສີໂຄດຕະບອງ ເລັ່ງ ສືບສວນ-ສອບສວນ ເຫດ ການລະເບີດແຕກຢູ່ບ້ານໂນນສະຫວ່າງ ເມືອງສີໂຄດຕະບອງ
ນະ ຄອນຫຼວງວຽງຈັນ ໃນວັນທີ 29 ມິຖຸນາຜ່ານມາທີ່ເຮັດ ໃຫ້ມີຄົນໄດ້ຮັບບາດເຈັບເປັນຈຳນວນຫຼາຍ
ທ່ານ ພັນໂທ ວຽງທອງ ຮອງຫົວໜ້າກອງບັນຊາການ ປກສ
ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນໄດ້ຊີ້ແຈງຄວາມ ຄືບໜ້າຂອງການສືບສວນວ່າ: ເຫດດັ່ງກ່າວໄດ້ສ້າງຄວາມຢ້ານກົວຕໍ່ສັງຄົມ
ແລະ ປັດຈຸບັນເຈົ້າ ໜ້າທີ່ໄດ້ສົມທົບກັບ ປກສ ກຸ່ມບ້ານ ແລະ ອຳນາດການປົກ ຄອງບ້ານໂນນສະຫວ່າງເພື່ອ
ເລັ່ງນຳຈັບຕົວຜູ້ກໍ່ເຫດວາງລະ ເບີດມາດຳເນີນຄະດີ, ຊຶ່ງຜ່ານ ການເກັບກຳຂໍ້ມູນເບື້ອງຕົ້ນ,
ເຈົ້າໜ້າທີ່ຄາດວ່າມີ 3 ປະເດັນຄື: ເຫດລະເບີດແຕກດັ່ງກ່າວອາດ ແມ່ນຍ້ອນສາຍພົວພັນລະ
ຫວ່າງຜົວ-ເມຍທີ່ບໍ່ພໍໃຈເມຍເກົ່າໄປ
ເອົາຜົວໃໝ່, ສອງອາດແມ່ນ ຍ້ອນບັນຫາຂັດແຍ່ງທາງດ້ານ ທຸລະກິດ ແລະ ສາມອາດ ເປັນການກໍ່ຄວາມບໍ່ສະຫງົບພວກບໍ່ດີໃດໜຶ່ງ
ແລະ ຜ່ານມາເຈົ້າໜ້າ ທີ່ໄດ້ຮຽກຜູ້ຢູ່ໃນເຫດການ ແລະ ຜູ້ກ່ຽວຂ້ອງມາສືບ ສວນ-ສອບສວນ ແລ້ວ
ແລະ ຄາດວ່າຈະຮັບຮູ້ຜູ້ຮ້າຍໃນໄວໆນີ້.
ຂ່າວໃຫ້ຮູ້ອີກວ່າ: ປັດຈຸບັນ ເຈົ້າໜ້າທີ່ສືບສວນ-ສອບສວນ
ນະຄອນຫຼວງວຽງຈັນ ໄດ້ສົມ ທົບກັບ ປກສ ເມືອງຈັນທະ ບູລີ ເພື່ອນຳຈັບຕົວຜູ້ກໍ່ເຫດຍິງຊາຍໜຸ່ມຜູ້ໜຶ່ງເສຍຊີວິດ,
ຢູ່ບ້ານໂພນ ສະຫວ່າງ ເມືອງຈັນທະບູລີ ເມື່ອ ວັນທີ 2 ກໍລະກົດນີ້ ມາດຳເນີນ ຄະດີຕາມລະບຽບກົດໝາຍ.
No comments:
Post a Comment