Ad

Ad

9 July 2014

ຈັບໄວໜຸ່ມງັດຮ້ານຂາຍເສື້ອຜ້າ



     ເຈົ້າໜ້າທີ່ ປກສ ເມືອງ ສີສັດຕະນາກ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້ເຈົ້າໜ້າທີ່ຂອງຕົນໄດ້ກັກຕົວ ທ້າວ ເດຊາ ຫຼື ບ໋ອບ ອາຍຸ 18 ປີ ອາຊີບກຳມະກອນ ຢູ່ບ້ານບຶງ ຂະຫຍອງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໃນຂໍ້ຫາ ລັກຊັບພົນລະເມືອງມາ ແລ້ວ 3 ຄັ້ງ ຄື: ໃນເດືອນພຶດສະພາຜ່ານ ມາຜູ້ກ່ຽວໄດ້ຮ່ວມກັບໝູ່ 1 ຄົນ ໄປງັດໂຮງຮຽນປະຖົມບ້ານພະ ໄຊ ລັກເອົາເຄື່ອງ ຊຶ່ງໄດ້ພັດລົມ ເພດານ 3 ໜ່ວຍ, ໝໍ້ກະທະໄຟຟ້າ 2 ໜ່ວຍ ແລ້ວ ນຳເອົາໄປຂາຍ ແລະ ຕໍ່ມາກໍໄດ້ຮ່ວມກັບໝູ່ພາ ກັນໄປງັດ ຮ້ານຂາຍເສື້ອຜ້າຢູ່ ບ້ານບຶງຂະຫຍອງລັກເອົາເສື້ອຍືດ, ໂສ້ງ ແລະ ໂທລະສັບ 2 ໜ່ວຍ ພ້ອມເງິນ 50 ພັນກີບ ແລະ ຄັ້ງຫລ້າ ສຸດໄດ້ໄປງັດເຮືອນຂອງປະຊາຊົນຢູ່ບ້ານບຶງຂະຫຍອງແລ້ວກັບມາງັດຮ້ານຂາຍເສື້ອຜ້າຢູ່ບຶງຂະຫຍອງທີ່ເຄີຍໄປລັກຄັ້ງກ່ອນ ນັ້ນອີກກ່ອນຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີ.

      ທ່ານ ພັນໂທ ທອງສະຫວັດ ແສນສຸວາດ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີສັດຕະນາກ ໃຫ້ຮູ້ວ່າ: ສະພາບລັກ ຊັບຍັງເກີດຂຶ້ນ ຢູ່ເຂດເມືອງສີ ສັດຕະນາກໂດຍສ່ວນໃຫຍ່ແມ່ນ ກຸ່ມໄວໜຸ່ມທີ່ບໍ່ມີວຽກເຮັດງານທຳ ແລະ ຕິດສິ່ງເສບຕິດ ຄື: ໃນປີຜ່ານມາທົ່ວເມືອງມີຄະດີເກີດ ຂຶ້ນ 992 ເລື່ອງ, ສາມາດແກ້ໄຂ ໄດ້ 709 ເລື່ອງ, ກັກຕົວຜູ້ກະທຳຜິດມາດຳເນີນຄະດີ ໄດ້ 800 ກວ່າຄົນ, ສ່ວນໃຫຍ່ແມ່ນຄະດີລັກຊັບ, ປຸ້ນຈີ້-ຊີງຊັບ ແລະ ບັນຫາມົ້ວສຸມຢາເສບຕິດ.

No comments:

Post a Comment