ກອງປະຊຸມສະໄໝສາມັນ
ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VII, ໄດ້ໄຂ ຂຶ້ນຢ່າງເປັນ ທາງການໃນຕອນເຊົ້າວັນທີ 7 ກໍລະກົດນີ້,
ຢູ່ຫໍສະພາແຫ່ງ ຊາດ, ນະ ຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານນາງ ປານີ ຢາທໍຕູ້ ປະ ທານສະພາແຫ່ງຊາດ ແລະ ໄດ້ໃຫ້ກຽດເຂົ້າຮ່ວມຂອງທ່ານ ຈູມມາລີ ໄຊຍະສອນ ເລຂາທິການ ໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສ ປປ ລາວ, ມີບັນດາການນຳ ຂັ້ນສູງພັກ-ລັດ, ສະມາຊິກສະ ພາແຫ່ງຊາດ,
ທູຕານຸທູດ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນປະຈຳລາວເຂົ້າຮ່ວມເປັນຈຳນວນຫລາຍ.
ທ່ານປະທານສະພາແຫ່ງຊາດ
ໄດ້ກ່າວສູນທອນພົດໄຂກອງປະຊຸມສຳຄັນຄັ້ງນີ້ວ່າ: ສົກປີ 2013- 2014 ແມ່ນໄລຍະທ້າຍ ຂອງ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ
5 ປີຄັ້ງທີ VII ເຊິ່ງມີທັງເງື່ອນໄຂສະດວກ ແລະ ປະ ສົບກັບສິ່ງທ້າທາຍຫລາຍດ້ານເປັນຕົ້ນ:
ຄວາມຫຍຸ້ງຍາກດ້ານເສດຖະກິດ, ການເງິນ, ໄພທຳມະຊາດ ແລະ ອຸປະຕິເຫດທາງ
ເຮືອບິນ, ແຕ່ດ້ວຍຄວາມເອົາໃຈໃສ່ຊີ້ນຳຢ່າງໃກ້
ຊິດຈາກພັກ ແລະ ລັດຖະບານ ແລະ ຄວາມເປັນເຈົ້າການຂອງ ການນຳແຕ່ ລະຂັ້ນນັບທັງສູນກາງ ແລະ ທ້ອງຖິ່ນ
ພວກເຮົາ ສາມາດແກ້ໄຂສະພາບການ ຕ່າງໆດີຂຶ້ນເປັນກ້າວໆມາ ແລະ ຍາດໄດ້ຜົນ ສຳເລັດຫລາຍດ້ານ ເປັນຕົ້ນ:
ປະເທດຊາດສືບຕໍ່ມີ ສະຖຽນລະພາບທາງດ້ານການ ເມືອງຢ່າງໜັກແໜ້ນ, ສັງຄົມມີ ຄວາມສະ ຫງົບ ແລະ
ເປັນລະ ບຽບຮຽບຮ້ອຍໂດຍພື້ນຖານ, ຫລາຍຄາດໝາຍໃນການພັດທະນາເສດຖະກິດ-ສັງຄົມ, ການແກ້ໄຂ ຄວາມທຸກຍາກ,
ການປະຕິ ບັດເປົ້າໝາຍສະຫັດສະວັດດ້ານການພັດທະນາໄດ້ບັນລຸຜົນສຳ ເລັດ, ລັດຖະບານໄດ້ມີຄວາມ
ພະຍາຍາມແກ້ໄຂຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ, ການເງິນ, ເງິນເດືອນ ແລະ ອື່ນໆ ດ້ວຍບັນດານະໂຍບາຍ,
ມາດ ຕະການ, ກົນໄກຄຸ້ມຄອງ, ການປະສານງານທີ່ຕັ້ງໜ້າ ແລະ ມີປະສິດຕິຜົນດີຂຶ້ນກວ່າເກົ່າ,
ອັນ ໄດ້ປະກອບສ່ວນສຳຄັນເຂົ້າໃນ ການຮັກສາສະຖຽນລະພາບ ທາງດ້ານເສດຖະກິດມະຫາພາກ ແລະ ການພັດທະນາທີ່ຍືນຍົງ
ເພື່ອສ້າງບາດກ້າວໃໝ່ໃຫ້ແກ່ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດໃນສົກປີຕໍ່ໄປ.
ໃນກອງປະຊຸມສຳຄັນຄັ້ງນີ້,
ຈະໄດ້ພິຈາລະນາ ແລະ ຕົກລົງ ບັນຫາສຳຄັນຂອງຊາດຄື: ພິຈາລະນາ, ຮັບຮອງບົດລາຍງານ ຂອງລັດຖະບານກ່ຽວກັບ
ສະພາບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງ ຄົມ, ແຜນງົບປະມານແຫ່ງລັດ ປະຈຳ ສົກປີ
2013-2014, ທິດ ທາງວຽກງານສົກປີ 2014-2015 ແລະ ການສະເໜີດັດແກ້ງົບປະ ມານແຫ່ງລັດສົກປີ
2013-2014, ພິຈາລະນາຮັບຮອງເອົາການສະເໜີແຕ່ງຕັ້ງ, ຍົກຍ້າຍສະມາຊິກ ຄະນະລັດຖະບານຕາມການສະ
ເໜີຂອງນາຍົກລັດ ຖະມົນຕີ, ປະກອບຄຳເຫັນໃສ່ການຈັດສັນ 3 ປະເພດປ່າຄື: ປ່າປ້ອງກັນ, ປ່າ ສະຫງວນ
ແລະ ປ່າຜະລິດ, ພິຈາລະນາຮັບ ຮອງບົດລາຍງານ ການຈັດຕັ້ງປະຕິບັດວຽກງານ ປະຈຳສົກປີ
2013-2014 ແລະ ທິດທາງວຽກງານສົກປີ 2014- 2015 ຂອງອົງການກວດສອບ ແຫ່ງລັດ,ອົງການໄອຍະການ
ປະຊາຊົນ ແລະ ສານປະຊາຊົນ ແລະ ຂອງສະພາແຫ່ງຊາດ, ນອກຈາກ ນີ້ພິຈາລະນາຮ່າງກົດໝາຍ 6 ສະບັບ,
ໃນນີ້ຮ່າງກົດ ໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການຟອກເງິນ ແລະ ການສະ ໜອງທຶນໃຫ້ແກ່ການກໍ່ການຮ້າຍ
ແລະ ກົດໝາຍວ່າ ດ້ວຍການກວດສອບເອກະລາດແມ່ນສ້າງໃໝ່ ແລະ ກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ,
ກົດໝາຍວ່າດ້ວຍພາສີ, ກົດໝາຍວ່າດ້ວຍມາດຕະຖານ ແລະ ກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງ ທຸກແມ່ນໄດ້ມີການປັບປຸງໃໝ່.
ພ້ອມນີ້, ຍັງຈະໄດ້ຮັບຟັງການ ຊີ້ແຈງອະທິບາຍຕໍ່ຄຳຊັກຖາມ
ຂອງສະມາຊິກສະພາກໍຄືຄຳສະ ເໜີຂອງປະຊາຊົນຈາກ 12 ກະຊວງນຳອີກ.
ກອງປະຊຸມຈະດຳເນີນ ໄປຮອດວັນທີ 25 ກໍລະກົດນີ້ ແລະ
ໃນໄລຍະດຳເນີນກອງປະ ຊຸມສະພາແຫ່ງຊາດໄດ້ຈັດຕັ້ງ ໜ່ວຍງານຮັບຜິດຊອບໂທລະ ສັບສາຍດ່ວນເພື່ອຮັບເອົາຄຳຄິດຄຳເຫັນ
ແລະ ຄຳສະເໜີໂດຍກົງ ຈາກປະຊາຊົນທີ່ຈະສົ່ງໄປຍັງກອງປະຊຸມສາມາດໂທລະສັບ ເຂົ້າມາໂດຍບໍ່ເສຍຄ່າໝາຍເລກ
156, ໂທລະສານໝາຍເລກ: 021 452627, ສົ່ງເປັນຈົດ ໝາຍທາງໄປສະນີຕູ້ປນ.662 ຫລື ສົ່ງອີເມວ:
na_seeion@na.gov.la.
No comments:
Post a Comment