ຕາມການລາຍງານຂອງ ກະຊວງການຕ່າງປະເທດຂອງ ລາວ ໃຫ້ຮູ້ວ່າ:
ພາຍຫລັງ, ໄດ້ ມີພິທີລົງນາມສັນຍາລະຫວ່າງ ລັດຖະບານແຫ່ງສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນ
ລາວ ແລະ ສາທາລະນະລັດ ເຊີເບຍວ່າດ້ວຍການຍົກເວັ້ນວີ ຊາສຳລັບຜູ້ຖືໜັງສືຜ່ານແດນ ການທູດ ແລະ
ລັດຖະການ ເມື່ອ ວັນທີ 29 ພຶດສະພາ 2013 ທີ່ນະ ຄອນເບນກຣາດ ແລະ ສັນຍາດັ່ງ ກ່າວຈະມີຜົນບັງຄັບໃຊ້ນັບແຕ່
ວັນທີ 13 ກໍລະກົດ 2014 ນີ້ ເປັນ ຕົ້ນໄປ, ສະນັ້ນ ລະຫວ່າງພົນລະ ເມືອງລາວ ແລະ ພົນລະເມືອງ
ແຊັກບີທີ່ຖືໜັງສືຜ່ານແດນການທູດ ແລະ ລັດຖະການທີ່ມີອາຍຸ ນຳໃຊ້ຢ່າງໜ້ອຍ 6 ເດືອນສາ ມາດ
ເດີນທາງເຂົ້າ, ຜ່ານ ແລະ ພັກເຊົາຢູ່ ສປປ ລາວ ແລະ ສ. ແຊັກບີ ພາຍໃນໄລຍະ 30 ວັນ ໂດຍບໍ່ຈຳເປັນຕ້ອງມີວີຊາ.
No comments:
Post a Comment