Ad

Ad

1 July 2014

ສະພາແຫ່ງຊາດໄດ້ຮັບທຶນພັດທະນາຊັບພະຍາກອນມະນຸດ



        ອົງການສະຫະ​ປະຊາ​ຊາດ​​ເພື່ອ​ການ​ພັດທະນາ​ (UNDP) ປະ​ຈຳລາວ ​ແລະ ອົງການ​ເພື່ອ​ການ​ພັດທະນາ ​ແລະ ການ​ຮ່ວມ ມື​ສະ​ວິດ​ (SDC)​​ ໃຫ້​ທຶນ​ສະໜັບ ສະໜູນ​​ເຂົ້າ​ໃນ​ໂຄງການ​ຍົກ​ລະ ດັບ​ຂີດ​ຄວາມ​ສາມາດຂອງ​ສະພາ​ແຫ່ງ​ຊາດ​ມູນຄ່າ 730.000 ໂດ​ລາ​ສະຫະລັດ ຫລື ປະມານ 5,8 ຕື້​ກວ່າ​ກີບ, ໃນນັ້ນ ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດ ທະນາ​ປະ​ຈຳ​ລາວໃນ​ມູນ​ຄ່າ 310.000 ​ໂດ​ລາສະຫະ​ລັດ ຫລື ປະມານ 2,48 ຕື້ກີບ ​ແລະ ອົງ ການ​ເພື່ອ​ການ​ພັດທະນາ ​ແລະ ການ​ຮ່ວມ​
ມືສະ​ວິດ​ (SDC) ​​ມູນ​ຄ່າ 420.000 ​ໂດ​ລາ​ສະຫະລັດ ຫລື ປະມານ 3,3 ຕື້ກວ່າກີບ,    ເພື​່ອຍົກ​ລະດັບ​ຂີດ​ຄວາມສາມາດ​ຂອງ​ບັນດາ​ກຳມາ​ທິການ​ສະພາ​ແຫ່ງ​ຊາດ ໃນ​ການ​ປະຕິ ບັດ​ບົດບາດ​ການ​ສ້າງ​ນິຕິ​ກຳ, ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​​ຄວາມ​ສາມາດຂອງ​ສະ​ຖາ​ບັນ​ການຈັດ​ຕັ້ງ ​ແລະ ຊັບພະຍາ ກອນ​ມະນຸດ​ສຳລັບ​ກົງຈັກ​ຊ່ວຍ​ວຽກ​ສະພາ​ແຫ່ງ​ຊາດ​ທີ່​ມີ​ປະສິດ ທິ​ຜົນ ​
ແລະ ການ​ສົ່ງ​ເສີມ​ໃຫ້​ມີ​ການ​ພົບ​ປະລະ​ຫວ່າງ​ສະພາ​ແຫ່ງ​ຊາດ ​ແລ​ະ ປະຊາ​ຊົນ​ຫລາຍ​ຂຶ້ນ ​ແນໃສ່ເສີມ​ຂະຫຍາຍ​ວຽກ​ງານ​ນິຕິ ບັນຍັດ​ໃນ​ຖານະ​ເປັນ​ຕົວ​ແທນ​ຂອງ​ປະຊາຊົນ​ບັນດາ​ເຜົ່າ, ເຊິ່ງທຶນດັ່ງ​​ກ່າວຈະ​​ເລີ່​ມຈັດຕັ້ງ ປະຕິບັດເຂົ້າໃນໂຄງການ​ແຕ່​ເດືອນມິ ຖຸນາ 2014 ຫາເດືອນພຶດ ສະພາ 2015.
    ພິທີລົງນາມການສະໜັບສະ ໜູນທຶນດັ່ງກ່າວໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 30 ມິຖຸນານີ້, ລະຫວ່າງທ່ານ ດຣ.ອຸ່ນ​ແກ້ວ ວຸທິລາດ ຫົວ ໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ແລະ ທ່ານ ນາງ ກາຣີນາ ອິມ​ໂມ​ເນັນຜູ້ຕາງໜ້າ​ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະ ນາ, ສ່ວນ​ທຶນ​ຂອງອົງການ SDC ແມ່ນ​ມອບ​ຜ່ານອົງການ UNDP ​ໂດຍການ​ລົງນາມລະຫວ່າງ​ຂອງທ່ານນາງ ກາຣີນາ ອິມ​ໂມ​ເນັນ ຕາງໜ້າອົງການ UNDP ​ແລະ ທ່ານ ນາງ ຣຸດ ຮັບ​ເບີ ຜູ້​ອຳນວຍ​ການ​ປະ​ຈຳ​ພາກ​ພື້ນ​ອົງ ການ​ເພື່ອການ​ພັດທະນາ  ​ແລະ ການ​ຮ່ວມ​ມື​ສະ​ວິດ​.

No comments:

Post a Comment