Ad

Ad

13 August 2014

ເກີດອຸປະຕິເຫດລົດເກັງຕຳລົດຈັກເສຍຊີວິດຄາທີ 1 ຄົນ



    ເຈົ້າໜ້າທີ່ຈະລາຈອນນະຄອນຫລວງວຽງຈັນ ລາຍງານ ໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງຂອງວັນທີ 9 ສິງຫານີ້, ຢູ່ເສັ້ນທາງເຕ 4, ເຂດບ້ານໜອງໄຮ ເມືອງ ຫາດຊາຍຟອງ ນະຄອນຫລວງວຽງຈັນ ໄດ້ເກີດອຸປະຕິເຫດລົດເກັງສີດຳໝາຍ ເລກທະບຽນ ກນ 0602 ຂັບຂີ່ໂດຍ ທ້າວ ກອງແກ້ວ ອາຍຸ 26 ປີຢູ່ ບ້ານໜອງ ບອນ ເມືອງໄຊເຊດຖາ ນະຄອນຫລວງວຽງ ຈັນ ຕຳ ກັບລົດຈັກສະກູປີສີຂາວໝາຍ ເລກທະບຽນ ຈດ 9592 ຢ່າງຮຸນ ແຮງເຮັດໃຫ້ຜູ້ຂັບຂີ່ລົດຈັກຊື່ ທ້າວ ຈັນສະ ໝອນ ອາຍຸ 29 ປີຢູ່ ບ້ານໜອງແວງ ເມືອງຫາດ ຊາຍຟອງ ນະຄອນຫລວງວຽງ ຈັນເສຍຊີວິດຄາທີ່. ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ລົດເກງຄັນດັ່ງກ່າວ ແມ່ນມຸ້ງໜ້າມາແຕ່ສີ່ແຍກໄຟ ແດງໜອງໄຮດ້ວຍຄວາມໄວ, ສ່ວນລົດຈັກຄູ່ກໍລະນີແມ່ນມຸ້ງ ໜ້າມາແຕ່ທາງດອນກອຍດ້ວຍຄວາມໄວເຊັ່ນດຽວກັນບວກກັບມີຝົນຕົກລິນຈຶ່ງເຮັດ ໃຫ້ລົດທັງສອງເກີດອຸປະຕິເຫດດັ່ງກ່າວ.

No comments:

Post a Comment