Ad

Ad

13 August 2014

ນັກ​ສຶກສາລາ​ວຈຳນວນ 9 ຄົນ ​ໄດ້​ຮັບ​ທຶນ​​ສຶກສາຈາກສະຫະພາບເອີຣົບ



     ​ໃນ​ປີ 2014 ອົງການ​ສະຫະ ພາບ​ເອີຣົບ ຫລື ອີ​ຢູ ໄດ້​ຕົກລົງ​ສືບຕໍ່ໃຫ້​ທຶນ​ສະໜັບສະໜູນ​ນັກ​ສຶກສາລາວ​ໄປ​ຮຽນ​ຕໍ່ຢູ່ບັນ​ດາ​ປະ​ເທດ​ສະມາຊິກ​ສະຫະພາບ​ເອີ ຣົບ, ຊຶ່ງ​ຊຸດ​ທີ 1 ມີ​ນັກ​ສຶກສາ ລາວ ຈຳນວນ 9 ຄົນ ​ພວມກະ ກຽມ​ເດີນ​ທາງ​ໃນ​ລະຫວ່າງ ເດືອນສິງຫາ-​​ກັນຍາ 2014ນີ້, ສ່ວນ​ໄລຍະ​ທີ 2 ມີ​ຈຳນວນ 55 ທຶນ​ ພວມ​ຢູ່​ໃນ​ໄລຍະ​ການ​ຄັດ​ເລືອກ​ຈາກ​ຄະນະ​ກຳມະການ​ທີ່​ກ່ຽວຂ້ອງ​ຂອງລາວ ​ແລະ ສະ ຫະພາບ​ເອີຣົບ ​ເພື່ອ​ຈັດ​ສົ່ງ​ໃຫ້​ຜູ້​ທີ່​ໄດ້​ຮັບ​ທຶນ​ໄປ​ຮຽນ​ຕໍ່​ໃນ​ສົກ ຮຽນ​ປີ 2014-2015 ທີ່​ຈະ​ມາ​ເຖິງ. ທ່ານ​ມີ​ແຊນ ໂກ​ແຟງ ອຸປະ​ທູດ​ສຳນັກງານ​ສະຫະພາບ​ເອີ ຣົບ ປະຈຳ​ລາວ ​ໄດ້​ໃຫ້​ກຽດ​ຈັດ​ງານ​ລ້ຽງ​ສົ່ງ ບັນດາ​ນັກ​ສຶກ ສາ​ຊຸດ​ທຳ​ອິດ​ຈຳນວນ 9 ຄົນດັ່ງ ກ່າວຂຶ້ນ ໃນ​ຄ່ຳ​ຄືນ​ຂອງ​ວັນ​ທີ 11 ສິງຫາ​ນີ້, ຢູ່ໂຮງ​ແຮມກຣີນປາກ ນະຄອນຫລວງ​ວຽງ​ຈັນ, ໂດຍ​ມີ​ຜູ້​ຕາງໜ້າ​ຈາກ​ກະຊວງ​ສຶກສາທິການ ​ແລະ ກິລາ, ກະຊວງ​ການ​ຕ່າງ​ປະ​ເທດ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ ແລະ ບັນ ດາທູຕານູທູດປະເທດຕ່າງໆປະ ຈຳລາວເຂົ້າຮ່ວມນຳດ້ວຍ.

     ນັກ​ສຶກສາ​ທີ່​ຈະ​ເດີນທາງ​ໄປ​ສຶກສາ​ຕໍ່ໃນ​ປະ​ເທດ​ສະມາຊິກ​ອີ​ຢູ ​ປີນີ້​ເຊິ່ງປະກອບ​ມີ: ປະ​ເທດ​ໂອ​ຕຣິດ, ຝຣັ່ງ, ​ໂຮງ​ກາຣີ, ປອກຕຸຍ​ການ, ​ຣູມາ​ນີ ແລະ ​ແອັສປາຍ ເພື່ອ​ສືບຕໍ່​ໃນ​ລະດັບ​ຕ່າງໆ​ບໍ່​ວ່າ​ຈະ​ເປັນ​ລະດັບ​ປະລິນຍາ​ເອກ ຈົນ​ເຖິງ​ການ​ເຝິກ​ອົບ ຮົມ​ວິຊາ​ຊີບ​ໄລ ຍະ​ສັ້ນ.  ສຳລັບ​ຜູ້​ທີ່​ໄດ້​ຮັບ​ທຶນ​ຈຳ ນວນ 55 ທຶນນັ້ນແມ່ນພວມ​ຢູ່​ໃນ​ໄລຍະ​ການ​ກະກຽມ​ເນື່ອງຈາກ​ມະຫາ ວິທະຍາ​ໄລ​ແຫ່ງ​ຊາ​ດຢູ່​ນະຄອນຫລວງ​ວຽງ​ຈັນ ແລະ ມະຫາວິທະຍາ​ໄລ​ສະຫວັນ​ນະ​ເຂດ, ຊຶ່ງ​ເປັນ​ຄູ່​ຮ່ວມ​​ໃນ​ໂຄງ ການ​ຮ່ວມ​ມື​ທີ່​ຖືກ​ຄັດ​ເລືອກ​ຈາກ​​ແຜນ​ງານ​ອີ​ຣັສມູດ ມູນ​ດູ​ສ ​ໃນ​ປີ 2014, ຊຶ່ງ​ແຜນ​ງານ​ດັ່ງກ່າວ​ມາ​ຮອດ​ປັດຈຸບັນ​ໄດ້​ປ່ຽນ​ຊື່​ມາ​ເປັນ ເອຣັສມູສ ພຣັສ ມີໜ້າ​ທີ່​ສະໜອງ​ທຶນ​ການ​ຊ່ວຍ​ເຫລືອ​ທາງ​ດ້ານ​ການ​ເງິນ​ໃຫ້​ແກ່​ສະ​ຖາ​ບັນ​ການ​ສຶກສາ​ຕ່າງໆ ແລະ ທຶນ​ການ​ສຶກ ສາ​ສຳລັບ​ບຸກຄົນ ເພື່ອ​ເປົ້າ​ໝາຍ​ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ, ໂດຍ​ຜ່ານ​ການສະໜອງ​ທຶນ​ການ​ສຶກສາ ​ແລະ ການ​ຮ່ວມ​ມື​ດ້ານ​ວິຊາ​ການ​ລະຫວ່າງ​ເອີຣົບ ​ແລະ ປະ​ເທດຕ່າງໆ​​ໃນ​ທົ່ວ​​ໂລກ, ທັງ​ເປັນການ​ປັບປຸງ​ລະດັບ​ການ​ສຶກສາ ​ແລະ ການ​ປະຕິບັ ດ​ວຽກ​ງານ​ຂອງ​ນັກ​ສຶກສາ ​ແລະ ພະນັກ​ງານ​ຂອງ​ປະ​ເທດ​ເຫລົ່າ​ນັ້ນ.
     ທ່ານອຸປະ​ທູດ​ສຳນັກງານ​ຜູ້ຕາງໜ້າ​ສະຫະພາບ​ເອີຣົບໄດ້​ກ່າວ​ວ່າ: ການ​ສຶກສາມີ​ບົດບາດ​ສຳຄັນ​ໃນ​ການ​ພັດທະນາ​ຂອງ​ທຸກໆ​ປະ​ເທດ, ​ໂດຍ​ສະ​ເພາະ​ການ​ສະໜອງທຶນ​ໃຫ້​ແກ່​ຄົນ​ຮຸ້ນ​ໜຸ່ມ​ໄດ້​ມີ​ວິ​ໄສ​ທັດ​ກ້ວາງ​ໄກ, ເພື່ອ​ສົ່ງ​​ເສີມ​ການ​ແລກປ່ຽນດ້ານ ການສຶກສາລະຫວ່າງປະເທດ ຕ່າງໆ​ໃນ​ທົ່ວ​​ໂລກລວມທັງ ສປປ ລາວ. ນອກ​ນີ້ ຍັງ​ໄດ້​ປະກອບ ສ່ວນ​ເຂົ້າ​ໃນ​ການ​ນຳ​ເອົາບຸກ ຄະລາ​ກອນ​ທີ່​ມີ​ຄຸນ​ນະພາ​ບສູງ​ກັບ​ມາ​ ​ເພື່ອ​ພັດທະ​ນາ​ປະ​ເທດ​ຊາດ​ໃຫ້​ນັບມື້​ເຂັ້ມ​ແຂງ​. ນັບ​ແຕ່​ປີ 2003-2014 ສະຫະພາບ​​ເອີຣົບ ໄດ້​ສະໜອງ​ທຶນ​ການ​ສຶກສາ​ຈຳ ນວນ 187 ທຶນ ໃຫ້​ແກ່​ນັກ​ສຶກສາ ລາ​ວ​ເພື່ອ​ສືບຕໍ່​ການ​ສຶກສາ​ໃນ​ລະດັບ​ການເຝິກ​ອົບ​ຮົບ​ວິຊາ​ຊີບ, ປະລິ​ນຍາ​ຕີ, ​ປະລິນຍາ​ໂທ ແລະ ປະລິນຍາ​ເອກ ​ໃນ​ປະ​ເທດ​ຕ່າງໆ ທີ່​ເປັນ​ສະມາຊິກ​ອີ​ຢູ.

No comments:

Post a Comment