Ad

Ad

13 August 2014

ທົ່ວປະເທດປັກດຳນາປີສຳເລັດແລ້ວ 91%



         ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ມາຮອດຕົ້ນ ເດືອນສິງຫານີ້ທົ່ວປະເທດສາມາດປັກດຳເຂົ້ານາປີໄດ້ ແລ້ວ 704.831 ເຮັດຕາ, ເທົ່າກັບ 91% ຂອງແຜນການ, ໄດ້ຫຼາຍກວ່າ ໝູ່ແມ່ນບັນດາແຂວງພາກກາງ ປະຕິບັດໄດ້ 423 ພັນ ກວ່າເຮັກຕາ, ເທົ່າກັບ 96% ໃນນັ້ນມີ 2 ແຂວງປັກດຳສຳເລັດແລ້ວ100%ຄື:ແຂວງວຽງຈັນໃນເນື້ອທີ 52 ພັນກວ່າເຮັກຕາ ແລະ ແຂວງ ໄຊສົມບູນໃນເນື່ອທີ່ 7 ພັນກວ່າ ເຮັດຕາ, ພາກໃຕ້ບັນລຸໄດ້ແລ້ວ 187 ພັນກວ່າເຮັດຕາ, ເທົ່າກັບ 84% ແລະ ພາກເໜືອ 93 ພັນ ກວ່າເຮັກຕາເທົ່າກັບ 84%, ໃນ ນັ້ນສະເພາະແຂວງຜົ້ງສາລີປັກ ດຳນາປີແລ້ວ 100% ໃນເນື້ອ ທີ 7.250 ເຮັກຕາ, ທຽບໃສ່ປີຜ່ານ ມາເຫັນວ່າການປູກເຂົ້າປີນີ້ແມ່ນຍັງຢູ່ໃນເກນປົກປົກກະຕິ, ສ່ວນການປູກພືດລະດູຝົນກໍ ພວມດຳ ເນີນໄປຢ່າງເປັນຂະບວນຟົດຟື້ນ,ມາຮອດປັດຈຸບັນທົ່ວປະເທດປະ ຕິບັດໄດ້ 318.872 ເຮັກຕາ, ພົ້ນ​ເດັ່ນແມ່ນບັນ ດາ​ແຂວງ​ພາກ ເໜືອປະຕິບັດໄດ້ 146 ພັນເຮັກ ຕາ, ພາກໃຕ້ 95 ພັນ ກວ່າເຮັກ ຕາ ແລະ ພາກກາງ 76 ພັນກວ່າ ເຮັກຕາ
ແລະ ເພື່ອ ຮັບປະກັນໃຫ້ການຜະລິດໄດ້ຮັບຜົນສູງຂະ ແໜງການກະສິກຳ-ປ່າໄມ້ກໍໄດ້ ຈັດສົ່ງວິຊາການຂອງຕົນລົງຊ່ວຍເຫຼືອ ຊາວກະສິ ກອນບ່ອນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດເພື່ອໃຫ້ການປັກດຳສຳເລັດຕາມຄາດໝາຍທີ່ວາງໄວ້, ພ້ອມ ນັ້ນກໍໄດ້ເຕືອນ ໃຫ້ຊາວກະສິກອນໃສ່ໃຈຕໍ່ບັນຫາສິ່ງທ້າທາຍຕ່າງໆທີ່ອາດຈະເກີດຂຶ້ນໃນການຜະລິດລະດູຝົນນີ້ເປັນຕົ້ນການ ຕ້ານແລ້ງ, ຕ້ານ ຖ້ວມເຊິ່ງປະເທດເຮົາເຄີຍປະສົບກັບບັນຫາດັ່ງກ່າວ ແລະ ​ເຄີຍສ້າງຄວາມເສຍຫາຍໃຫ້ແກ່ການຜະລິດ ຂອງຊາວກະສິກອນມາແລ້ວນັບເປັນຈຳນວນບໍ່ໜ້ອຍ.

No comments:

Post a Comment