ໂດຍ : ວິເສດ ສະແຫວງສຶກສາ
ເຄີຍມີຫລາຍຄົນຕັ້ງເປັນບັນຫາໃຫ້ຄິດວ່າ: ເຫດໃດ
ຜູ້ປະກອບ ການ, ນັກທຸລະ ກິດ, ບັນດາເຈົ້າ ຂອງຫ້າງຮ້ານຈຳນວນໜຶ່ງ ຈຶ່ງພາກັນໄປຈ້າງສະຖານີວິທະຍຸ ໃນປະ ເທດໃກ້ຄຽງ
ເພື່ອໃຫ້ໂຄສະນາສິນຄ້າກໍຄືການບໍລິການຂອງ ຕົນ. ເປັນຫຍັງບໍ່ໃຊ້ການ ບໍລິການຂອງລາວເຮົາເອງ
?. ຄຳຕອບທີ່ ໄດ້ມາເປັນກອບເປັນກຳນັ້ນບອກ ວ່າ: ຍ້ອນກະແສການແຂ່ງຂັນ ກັນດ້ານທຸລະກິດນັ້ນ
ມາໄວມາແຮງຈົນກົງຈັກສື່ໂຄ ສະນາບ້ານ ເຮົາຮັບບໍ່ໄຫວ ຈຶ່ງຕ້ອງໄດ້ເສຍ ເງິນຈ້າງສະຖານີບ້ານເພິ່ນໂຄຊ່ວຍ.
ບາງຄຳຕອບບອກວ່າ: ຄື້ນສົ່ງຂອງເຂົາແຮງ, ຟັງແຈ້ງ ຟັງໃສກວ່າຂອງບ້ານເຮົາ. ເລື່ອງ ນີ້ຈານແຍ່ກໍບໍ່ແນ່ໃຈປານໃດ
ເພາະຜູ້ເວົ້າບໍ່ໄດ້ມີໂຕເລກໂຕຜາ ປຽບ ທຽບຄວາມແຮງຂອງຄື້ນສົ່ງຄັກແນ່. ບາງຄົນບອກວ່າ: ສະ
ຖານີວິທະຍຸພວກເຮົານອນແຕ່ ຫົວຄໍ່າໂພດ, ສ່ວນບ້ານເພິ່ນນັ້ນ ໄບ່ຕະຫລອດ 24 ຊົ່ວໂມງ. ແຕ່ທີ່
ຈານແຍ່ອ່າວ ຍອມຮັບແດ່ ກໍຄືວ່າ ຈຳນວນສະຖານີວິທະຍຸບ້ານເຮົາ ນັ້ນຍັງມີໜ້ອຍໂພດ. ແຕ່ກໍມີອີກ
ຄຳຕອບໜຶ່ງທີ່ຈານແຍ່ຢາກຖາມ ທ່ານຜູ້ອ່ານວ່າ: ມັນມີຄວາມຈິງ ປານໃດ. ເຂົາວ່າທີ່ຄົນລາວເຮົານິ
ຍົມໄປຈ້າງສະຖາ ນີວິທະຍຸໄທໂຄສະນາຈ່າວຂາຍສິນຄ້າ ແລະ ການບໍລິການນັ້ນ ກໍເພາະວ່າຜູ້ ຈັດລາຍການຂອງເຂົາເວົ້າມ່ວນ,
ມີສຳນຽງສຽງອ່ອນ ຊ້ອຍ, ອອນ ຊອນ, ຊ່າງເວົ້າ
ຊ່າງລົມມີເຕັກ ນິກຈູງໃຈໃນການໂຄສະນາຂາຍ ສິນຄ້າ.
ນອກຈາກຈ້າງໂຄສະນາ ສິນຄ້າແລ້ວ ຄົນ ລາວເຮົາເຊິ່ງ ເອີ້ນຕົນເອງວ່າ: ແຟນເພງນັ້ນກໍ ພາກັນໂຢດໄປຂໍຟັງເພງຈາກສະ
ຖານີວິທະຍຸໄທຢ່າງຂຶ້ນໜ້າຂຶ້ນຕາ. ເລື່ອງນີ້ກໍມີຜູ້ ໃຫ້ເຫດ ຜົນວ່າ: ຍ້ອນຜູ້ຈັດລາຍການ ຫລື
ໂຄສົກ ເຂົາເວົ້າມ່ວນແບບເປັນກັນເອງ, ຮູ້ເວົ້າຢອກເວົ້າໄຍ ແລະ ມີວາທະສິນ. ຄຳເຫັນຂໍ້ນີ້ລະ
ຈານແຍ່ ຢາກຖາມວ່າ: ເປັນຄວາມຈິງສໍ່າ ໃດ ?. ຄຳເວົ້ານີ້ ຈານແຍ່ເຄີຍ ອ່ານພົບຢູ່ໜ້າໜັງສືພິມລາວເຮົາ
ເອງ, ແຕ່ ບາດແລ້ວພັດມັກສະ ຫລຸບວ່າ: “ໂຄສົກລາວເຮົາກໍເວົ້າ ເກັ່ງເວົ້າດີຄືກັນ”. ຖ້າສະຫລຸບ
ແບບນີ້ ເຫດໃດຈຶ່ງຈຳ ຕ້ອງເສຍ ເວລາອ້າງຄ ຳເຫັນທີ່ມັນຂັດກັນ ໃນຕອນຕົ້ນ, ສ່ວນຈານແຍ່ເອງ ນີ້
ຂໍເວົ້າພຽງວ່າ: ໂຄສົກລາວທີ່ ເວົ້າດີເວົ້າມ່ວນ, ສຽງມີສະເໜ່ ນັ້ນມີຢູ່, ແຕ່ມັນມີເປີເຊັນໜ້ອຍ
ເຕັມທີ. ເລື່ອງນີ້ເປັນຄວາມຈິງ. ຄວາມຈິງທີ່ຈານແຍ່ໄດ້ມີໂອກາດ ສຳຜັດເອງ ຈາກໂຄສົກຈັດລາຍ
ການເພງ ປະກອບກັບການໂຄສະ ນາສິນຄ້າ ແລະ ການບໍລິການ. ຈານແຍ່ບໍ່ໄດ້ຕິສຳນຽງສຽງເວົ້າ ຄວາມສະຫລາດຜາດແຜ້ວ,
ຄວາມເປັນ ກັນເອງ, ຄວາມຮູ້ ຄວາມສາມາດຂອງຜູ້ຈັດລາຍ ການຄົນລາວເຮົາ, ແຕ່ທີ່ຈານແຍ່ ເຫັນວ່າຍັງອ່ອນນັ້ນແມ່ນຮູບ
ແບບ ຫລື ໂຄງສ້າງການໂຄສະ ນາທີ່ຍັງຂາດເນື້ອໃນສິນ ແລະ ວິ ທີດຶງດູດ. ປະໂຫຍກໂຄ ສະນາທີ່ ອັດມາເປີດສັບຫວ່າງກັບລາຍ
ການເພງນັ້ນ ກວ່າ 90% ແມ່ນ ຮູບການສົນທະນາເຊັ່ນ: ມີຜູ້ໜຶ່ງ ຖາມວ່າ: ໂຕໃຊ້ນ້ຳຫອມຫຍັງຄື
ຫອມແທ້ ?, ແລ້ວກໍມີສຽງຕອບ ວ່າ: ເອີ ! ນີ້ຄືນ້ຳຫອມ... ຈາກປະ ເທດ..., ໂຕໄປຊື້ແມ໋, ດຽວນີ້ເຂົາ
ມີໂປໂມຊັນໃດ໋. ຈາກນັ້ນກໍມີສຽງ ຜູ້ຕອບວ່າ: ... ເອີໆ ເຮົາຊິໄປ ດຽວນີ້ລະ. ຖ້າເປັນການໂຄສະ
ນາຂາຍຢາກໍມັກຈະມີຄຳເວົ້າ ວ່າ: ໂອຍ ! ເຮົາເຈັບທ້ອງໝົດຄືນ ກິນຢາອີ່ຫຍັງກໍບໍ່ຫາຍ, ແລ້ວກໍມີ
ຜູ້ຕອບວ່າ: ຕ້ອງໃຊ້ຢານັ້ນນີ້, ແລ້ວຜູ້ເຈັບກໍເວົ້າວ່າ: ຂອບໃຈເນີ ສ່ຽວ ເຮົາຊິໄປຊື້ມາກິນດຽວນີ້
ລະ. ຈານແຍ່ວ່າ: ການໂຄສະນາ ແບບໃຊ້ສຽງການສົນທະນານີ້ ມັນຕຶ້ບໂພດ, ບໍ່ມີສິນ, ໜ້າເບື່ອ,
ແຕ່ກໍເອົາກັນເຕັກໆຈົນເບື່ອຟັງ ອາດຈະເປັນຍ້ອນວ່າວິທີມັນເຮັດ ງ່າຍຊັ້ນບໍຈຶ່ງບໍ່ຄິດວິທີອື່ນ.
ຮູບ ການໂຄສະນາທີ່ຈານແຍ່ເຫັນວ່າ ດີແດ່ນັ້ນກໍມີຈຳນວນໜຶ່ງເຊັ່ນ: ການໂຄສະນາເລື່ອງການໃຊ້ຕູ້
ກົດເງິນຫລາຍໜ່ວຍທີ່ມີເຄືອ ຂ່າຍດຽວກັນ, ເລື່ອງການໃຊ້ບໍລິ ການເຄືອຂ່າຍໂທລະສັບເວລາ ໄປຕ່າງປະເທດເພື່ອໂທມາລາວ,
ເລື່ອງການບໍລິການ ໂທສະ ລັບເວລາບໍ່ມີ “ສັນຍານຕອບຮັບ”. ຈານ ແຍ່ເຫັນວ່ານັ້ນເປັນຮູບການທີ່ມີ
ສິນ, ບໍ່ຊ້ຳຊາກຄືຮູບການຖາມ ຕອບກັນໄປໆມາໆ.
ຍຸກນີ້ແມ່ນຍຸກສິນ, ເຮັດອີ່ ຫຍັງກໍຄວນສອດແສດສິນເຂົ້າ
ໄປແດ່ ຈຶ່ງເຈາະເອົາລູກຄ້າ ແລະ ຜູ້ຟັງຢູ່, ຂໍຢ່າຄິດຫາແຕ່ ແນວງ່າຍໆ, ຕື້ນໆ, ບໍ່ຊັ້ນຈະສູ້ເຂົາບໍ່
ໄດ້. ເລື່ອງສໍ່ານີ້ເຊື່ອວ່າຄົນລາວ ເຮົາເຮັດໄດ້ ແລະ ອາດເຮັດດີ ກວ່າສະຖານີບ້ານເພິ່ນອີກ
ເພາະ ແມ່ນຄົນລາວເຮັດໃຫ້ຄົນລາວ ເຮົາເອງຟັງ.
No comments:
Post a Comment