Ad

Ad

10 February 2015

ຮອງນາຍົກລັດຖະມົນຕີຜູ້ຊີ້ນຳວຽກງານວັດທະນາທຳ-ສັງຄົມ ແນະນຳກະຊວງ ຖວທ ເອົາໃຈໃສ່ 6 ບັນຫາສຳຄັນ


     ໃນວັນທີ 9 ກຸມພານີ້, ຢູ່ຫໍວັດທະນາທຳແຫ່ງຊາດ, ນະຄອນຫລວງວຽງຈັນ, ທ່ານ ດຣ ພັນຄຳ ວິພາວັນຮອງນາ ຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານວັດທະ ນະ ທຳ-ສັງຄົມ, ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາໄດ້ ໂອ້ລົມບັນ ດາສະມາຊິກພັກ-ພະນັກງານຫລັກແຫລ່ງອ້ອມຂ້າງກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງ ທ່ຽວ (ຖວທ), ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍບັນດາຜົນງານທີ່ສະມາຊິກພັກ-ພະນັກງານຍາດ ມາໄດ້ໃນໄລຍະຜ່ານມາໂດຍ ສະເພາະແມ່ນການຈັດຕັ້ງຜັນຂະຫຍາຍມະຕິ X ຂອງພັກ, ແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີຄັ້ງທີ VII, ມະຕິກອງປະຊຸມອົງຄະນະພັກກະຊວງ ຖວທ ຄັ້ງທີ III, ວຽກງານ 3 ສ້າງ ແລະ ວຽກງານ ອື່ນໆ ເຂົ້າສູ່ຊີວິດຕົວຈິງ, ອັນໄດ້ປະກອບສ່ວນເຄື່ອນໄຫວຢ່າງຕັ້ງໜ້າໃນທຸກຂະບວນການຂອງພັກ-ລັດ, ເຮັດ  ສຳເລັດໜ້າທີ່ການ ເມືອງຕາມພາລະບົດບາດຂອງຕົນດ້ວຍຄວາມຮັບພິຊອບສູງເປັນຢ່າງດີ. ແນວໃດກໍຕາມ, ເພື່ອ ເຮັດໃຫ້ວຽກງານໃນຂະແໜງ
ຖວທ ໄດ້ຮັບການພັດທະນາ ແລະ ມີບົດບາດສູງຂື້ນກວ່າເກົ່າ, ທ່ານຮອງນາຍົກລັດ ຖະມົນຕີ ດຣ ພັນຄຳ ວິພາວັນ ໄດ້ແນະ ນຳໃຫ້ຄະນະນຳກະຊວງດັ່ງກ່າວເອົາໃຈໃສ່ 6 ບັນຫາສຳຄັນຄື: ໜຶ່ງໃຫ້ຖື ເອົາການສຶກສາອົບຮົມການເມືອງແນວຄິດ, ການ ເຊື່ອມຊືມບັນດາມະຕິຄຳສັ່ງ, ແນວທາງນະໂຍບາຍຂອງພັກ-ລັດ ໃຫ້ພະນັກງານລັດຖະກອນຢ່າງເປັນປົກກະຕິ, ສອງເອົາ ໃຈໃສ່ການກໍ່ສ້າງບຸກຂະລະກອນໃນຂະແໜງການຂອງຕົນ ໃຫ້ມີຄວາມຮູ້, ຄວາມສາມາດສູງຂຶ້ນ.

No comments:

Post a Comment