Ad

Ad

10 February 2015

ທູດອາເມລິກາຢືນຢັນລາວຈະເປັນສູນກາງການຄ້າອາຊຽນພ້ອມ ຊັກຊວນນັກທຸລະກິດປະເທດຕົນໃຫ້ຮີບມາລົງທຶນດ່ວນ



    ທ່ານ ເດນຽວເອ ຄລູນ ເອກອັກຄະລັດຖະທູດສະຫະລັດອາເມລິກາປະ ຈຳລາວ ໄດ້ກ່າວຊັກ ຊວນໃຫ້ນັກທຸລະ ກິດສະຫະລັດອາເມລິກາເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ຫລາຍໆ, ພາຍຫລັງເຫັນວ່າຫລາຍປີຜ່ານມາຕົວເລກການ ເຕີບໂຕທາງດ້ານເສດ ຖະກິດລາວແມ່ນດີຂຶ້ນເທື່ອລະກ້າວ, ຂະນະດຽວກັນລັດຖະບານລາວກໍມີຄວາມ ພະຍາຍາມ ໃນການປັບປຸງສະພາບແວດລ້ອມດ້ານການຄ້າ, ການລົງທຶນໃຫ້ເອື້ອ ອຳນວຍດີເປັນລຳດັບ.
    ທ່ານ ເດນຽວ ເອຄລູນ ກ່າວວ່າ: ເສດຖະກິດຂອງລາວໄດ້ເຕີບໃຫຍ່ຢ່າງຕໍ່ ເນື່ອງອັນໄດ້ເຮັດໃຫ້ລາຍຮັບຂອງປະ ຊາຊົນສູງຂຶ້ນໃນແຕ່ລະປີ ແລະ ນອກຈາກນີ້, ລັດຖະບານລາວກໍໄດ້ພະຍາຍາມໃນການປະຕິຮູບລະບົບເສດຖະ ກິດໃຫ້ມີຄວາມສອດຄ່ອງໃນແຕ່ລະໄລຍະ, ການປັບປຸງ ກົດໝາຍ, ການສ້າງເຂດເສດຖະກິດພິເສດ, ເພື່ອເປັນການ ດຶງດູດ ແລະ ສົ່ງເສີມພາກການຄ້າ, ການລົງທຶນພາຍໃນປະເທດ ໃຫ້ຫລາຍຂຶ້ນທັງເປັນການກະກຽມເຂົ້າເປັນປະຊາ ຄົມເສດຖະກິດອາຊຽນ ແລະ ເຊື່ອມໂຍງກັບເສດຖະກິດສາກົນອື່ນໆ.

     ທ່ານທູດ ເດນຽວ ກ່າວວ່າ: ສ ປປ ລາວ ໄດ້ເປັນສະມາຊິກອົງການການຄ້າໂລກໃນປີ 2013 ເຊິ່ງໄດ້ສ້າງ ແລະ ປັບປຸງ ກົດໝາຍຫລາຍກວ່າ 90 ສະບັບໃນຊ່ວງ 10 ປີຜ່ານມາ ແລະ ໃນທ້າຍປີນີ້ກໍຈະເຂົ້າເປັນປະຊາຄົມເສດຖະ ກິດອາຊຽນ ເຊິ່ງຈະເປັນການເປີດຮັບເອົາເສດຖະກິດ, ການຄ້າ ແລະ ການລົງທຶນ ຈາກຕ່າງປະເທດ ແລະ ຢືນຢັນ ວ່າ: ສປປ ລາວ ຈະເປັນສູນກາງການຜະລິດສີນຄ້າຂອງອາຊຽນໃນອະນາຄົດ, ສະນັ້ນຈຶ່ງເປັນໂອກາດທີ່ດີສຳລັບການເຂົ້າມາລົງທຶນໃນ ຂະແໜງຕ່າງໆ.
     ການຊັກຊວນດັ່ງກ່າວມີຂື້ນໃນການກ່າວຄຳເຫັນຢູ່ກອງປະຊຸມປະຈຳເດືອນຂອງສະພາການຄ້າ ແລະ ອຸດສະຫະ ກຳຂອງສະຫະລັດອາເມລິກາທີ່ປະເທດສິງກະໂປ, ເຊິ່ງທ່ານທູດ ເດນຽວ ໄດ້ບັນຍາຍກ່ຽວກັບ ການປ່ຽນແປງດ້ານ ເສດຖະກິດຂອງລາວ, ເຊິ່ງມີນັກທຸລະກິດ, ຜູ້ຕາງໜ້າບໍລິສັດແຖວໜ້າຂອງສະຫະລັດອາເມລິກາເຂົ້າຮ່ວມເປັນຈຳ ນວນຫລາຍ.

No comments:

Post a Comment