Ad

Ad

10 February 2015

ນະຄອນຫລວງວຽງຈັນ: ພຽງວັນທີ 8 ກຸມພາ​ນີ້ ມີຜູ້ເສຍຊີວິດ 3 ຄົນ ຈາກອຸປະຕິເຫດບົນທ້ອງຖະໜົນ



     ເຈົ້າໜ້າທີ່ຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 8 ກຸມພານີ້, ຢູ່ນະຄອນຫລວງ ວຽງ ຈັນ ມີຜູ້ເສຍ ຊີວິດຈາກອຸປະຕິເຫດ 3 ຄົນຄື: ໃນເວລາປະມານ 2:00, ຢູ່ເຂດບ້ານດານ ຊີ, ເມືອງນາຊາຍທອງ, ໄດ້ເກີດ ເຫດລົດໃຫຍ່ ໝາຍເລກທະບຽນ ກຈ 7546 ກຳແພງນະຄອນ ຂັບຂີ່ໂດຍ ທ້າວ ພັດທະນາ ອາຍຸ 19 ປີ ອາຊີບນັກ ສຶກສາ, ຢູ່ບ້ານສີເກີດ ເມືອງນາຊາຍທອງ ດ້ວຍຄວາມໄວສູງຈຶ່ງເຮັດໃຫ້ລົດເສຍຫລັກໄປຕຳເອົາຫລັກເສົາໄຟຟ້າຢ່າງ ແຮງເຮັດໃຫ້ຜູ້ທີ່ຂີ່ນຳມາຄື: ນາງ ທັນທິດາ ອາຍຸ 19 ປີ, ອາຊີບນັກສຶກສາ, ຢູ່ບ້ານດຽວກັນເສຍຊີວິດຄາທີ່ ​ແລະ ຕໍ່​ມາເວລາປະມານ 20:30 ຢູ່ເຂດບ້ານ ແສງສະຫວ່າງ ເມືອງໄຊເສດຖາ, ໄດ້ເກີດເຫດລົດຈັກໝາຍເລກທະບຽນ ຈທ 2162 ກຳແພງນະຄອນ ຂັບຂີ່ ໂດຍທ້າວ ຈິດຕະກອນ ອາຍຸ 21 ປີ ອາຊີບທະຫານ, ຢູ່ບ້ານອາມອນ ເມືອງໄຊເສດ ຖາ ຂັບຂີ່ມາແຕ່ທາງ ອາມອນ ມຸ້ງໜ້າໄປ ທາງວັງຊາຍ, ເມື່ອມາຮອດຈຸດເກີດເຫດໄດ້ໄປຕຳເອົາລົດຈັກໝາຍເລກທະ ບຽນ ຈສ 6550 ກຳແພງນະຄອນ ຂັບຂີ່ໂດຍ ທ້າວ ເພັດນິຍົມ ອາຍຸ 32 ປີ ອາຊີບກຳມະກອນ, ຢູ່ບ້ານແສງສະ ຫວ່າງ, ເມືອງໄຊເສດຖາ ແລະ ທ້າວ ຫລ້າ ອາຍຸ 22 ປີ,
ອາຊີບກຳມະກອນຢູ່ບ້ານດຽວກັນ ທີ່ແລ່ນມາໃນທິດທາງ ກົງກັນຂ້າມດ້ວຍຄວາມຮຸນແຮງສົ່ງຜົນໃຫ້ທ້າວ ເພັດນິຍົມ ເສຍຊີ ວິດຄາທີ່. ໃນເວລາ 23:00 ໂມງ,​ ຢູ່ເຂດບ້ານ ໄຊມຸງຄຸນ ເມືອງນາຊາຍທອງ, ໄດ້ເກີດເຫດລົດໃຫຍ່ໝາຍເລກທະບຽນ ກຍ 7666 ກຳແພງນະຄອນ ຂັບຂີ່ໂດຍ ທ້າວ ພອນປະເສີດ ອາຍຸ 38 ປີ, ອາຊີບຄ້າຂາຍ, ຢູ່ບ້ານຄຳສະຫວ່າງ, ເມືອງໄຊທານີ ຂັບຂີ່ມາແຕ່ເສັ້ນທາງ 13 ເໜືອ ມຸ້ງໜ້າໄປທາງໜອງບຶກ ໄດ້ເກີດເສຍຫລັກຕຳເອົາຄົນຍ່າງຄື: ທ້າວ ສົມໝາຍ ອາຍຸ 25 ປີ, ອາຊີບກຳມະ ກອນ, ຢູ່ບ້ານໄຊມຸງຄຸນ ເມືອງນາຊາຍທອງ ທີ່ຍ່າງຕາມແຄມທາງເສຍຊີວິດຄາທີ່.
     ເຈົ້າໜ້າທີ່ຈະລາຈອນ ໃຫ້ຮູ້ວ່າ: ນັບແຕ່ວັນທີ 2-8 ກຸມພານີ້, ທົ່ວນະຄອນຫລວງວຽງຈັນ ໄດ້ມີອຸປະຕິເຫດ ເກີດຂຶ້ນທັງໝົດ 34 ກໍລະນີ, ມີຜູ້ເສຍຊີວິດ 6 ຄົນ. ດັ່ງນັ້ນ, ຈຶ່ງເຕືອນມາຍັງນັກຂັບຂີ່ຜູ້ໃຊ້ລົດໃຊ້ຖະໜົນຈົ່ງ​ມີສະ ຕິ, ປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ ​ເພື່ອ​ປາສະຈາກ​ຜົນ​ຮ້າຍ​ທີ່​ຈະ​ຕາ​ມມາ.

No comments:

Post a Comment