Ad

Ad

10 February 2015

ຕຳຫລວດເລັ່ງນຳຈັບຄູ່ກໍລະນີ ຕຳຄົນເສຍຊີວິດແລ້ວຫລົບໜີ



    ເຈົ້າໜ້າທ​ີ່ຈະລາຈອນ​ໃຫ້​ຮູ້​ວ່າ: ໃນເວລາ 12:55 ໂມງ ຂອງວັນທີ 7 ກຸມພານີ້, ຢູ່ເສັ້ນທາງເລກທີ 11 ເຂດ ບ້ານສີຊົມຊື່ນ, ເມືອງສີໂຄດຕະບອງ ນະຄອນຫລວງ ວຽງຈັນ, ໄດ້ເກີດອຸປະຕິເຫດລົດໃຫຍ່ບໍ່ຮູ້ໝາຍເລກທະບຽນຕຳລົດຈັກ ບໍ່ມີໝາຍ ເລກທະບຽນຂັບຂີ່ໂດຍທ້າວ ເຄນ, ອາຍຸ 40 ປີ ອາຊີບກຳມະກອນ, ຢູ່ບ້ານໂພນ ສົມບູນ ເມືອງສີໂຄດຕະບອງ ເຮັດໃຫ້ຜູ້ກ່ຽວເສຍຊີວິດຄາທີ່. ໃນເບື້ອງຕົ້ນເຈົ້າ ໜ້າທີ່ໃຫ້ ຮູ້ວ່າ: ລົດທັງສອງຄັນແລ່ນມາ ແຕ່ທາງເກົ້າລ້ຽວມຸ້ງໜ້າໄປທາງສີໄຄ, ເມື່ອມາຮອດຈຸດເກີດເຫດ ລົດຈັກໄດ້ແຊງລົດໃຫຍ່ຄັນດັ່ງກ່າວດ້ວຍຄວາມ ໄວເຮັດໃຫ້ລົດຈັກເສຍຫລັກລົ້ມລົງກາງທາງ ຈຶ່ງເປັນ ເຫດເຮັດໃຫ້ລົດໃຫຍ່ທີ່ແລ່ນມາຕາມຫລັງຢຽບເອົາຫົວ ສົ່ງຜົນໃຫ້ເສຍຊີວິດແລ້ວລົດໃຫຍ່ຄັນດັ່ງກ່າວຫລົບໜີ. ຊຶ່ງປັດຈຸບັນເຈົ້າ ໜ້າທີ່ກຳລັງເລັ່ງນຳຈັບຕົວຜູ້ກ່ຽວເພື່ອມາດຳເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment