ຄືດັ່ງພວກເຮົາຮູ້ນຳກັນວ່າ: ນັບແຕ່ວັນທີ 1 ມີນາ
2015 ເປັນຕົ້ນມາ ລັດຖະບານ, ໄດ້ປະກາດປັບເງິນຄ່າແຮງງານ ຂັ້ນຕ່ຳຈາກ 6 ແສນກວ່າກີບ ຂຶ້ນເປັນ
9 ແສນກີບ, ອັນໄດ້ສ້າງຄວາມເພິ່ງພໍໃຈໃຫ້ກັບຖັນແຖວກຳມະ ກອນຊາວຜູ້ອອກ ແຮງງານຢູ່ຕາມຫົວໜ່ວຍທຸລະກິດ,
ໂຮງຈັກໂຮງງານຕ່າງໆໃນທົ່ວປະເທດເປັນຢ່າງດີແຕ່ໃນຂະ ນະດຽວກັນ, ກຳມະກອນສ່ວນຫລວງຫລາຍຍັງມີຄວາມໜັກໃຈຕໍ່ບັນຫາການໂກງຄ່າແຮງງານຈາກນາຍຈ້າງຢູ່
ຕາມຫົວໜ່ວຍທຸ ລະກິດຕ່າງໆທີ່ເຫັນວ່າຍັງແຜ່ຫລາຍ, ຊຶ່ງສ້າງຜົນກະທົບຕໍ່ການດຳລົງຊີວິດຂອງເຂົາເຈົ້າເປັນຈຳ
ນວນບໍ່ໜ້ອຍ.
ເຖິງຢ່າງໃດກໍດີຄ່າແຮງງານຢູ່ປະເທດເຮົາເຖິງວ່າຈະຢູ່ໃນລະດັບຕ່ຳແຕ່ທຽບໃສ່ກັບປະເທດໃກ້ຄຽງ
ໂດຍສະ ເພາະບັນ ດາປະເທດສະມາຊິກອາຊຽນ ກໍເຫັນວ່າບໍ່ແຕກໂຕນກັນຫລາຍຕາມຂໍ້ມູນ ທີ່ເກັບກຳໄດ້ໃນປີຜ່ານມາ
ຢູ່ຫວຽດນາມຄ່າ ແຮງງານຂັ້ນຕ່ຳແມ່ນ 711.000 ກີບ, ອິນໂດເນເຊຍ 1,7 ລ້ານກີບ, ກຳປູເຈຍ 557
ພັນກີບ/ ເດືອນ, ມຽນມາ 823 ພັນກີບ, ບຣູໄນ 13 ລ້ານກີບ, ມາເລເຊຍ 2 ລ້ານກີບ, ສິງກະໂປ
14 ລ້ານກີບ, ຟີລິປິນ 2,2 ລ້ານກີບ ແລະ ໄທ 2,2 ລ້ານກີບຕໍ່ເດືອນ.
ເມື່ອເບິ່ງລວມແລ້ວການເພີ່ມຄ່າແຮງງານຂັ້ນຕ່ຳຢູ່ປະເທດເຮົາເຖິງວ່າມີຈຳນວນບໍ່ຫລາຍແຕ່ກໍເປັນການຈູງໃຈ
ເຮັດ
ໃຫ້ຖັນແຖວຊາວຜູ້ອອກແຮງງານມີຄວາມກະຕືລືລົ້ນ ເຂົ້າໃນການປະຕິບັດວຽກງານຂອງເຂົາເຈົ້າດີຂຶ້ນ
ກວ່າ ເກົ່າ ແລະ ຊີວິດການເປັນຢູ່ ກໍໄດ້ຮັບການປັບປຸງຂຶ້ນສ່ວນໃດສ່ວນໜຶ່ງ. ໃນນີ້, ສິ່ງທີ່ໜັກໃຈ
ແລະ ຫາທາງອອກ ຢາກກໍແມ່ນການໂກງ ຄ່າແຮງງານຂອງນາຍຈ້າງຢູ່ຕາມຫົວໜ່ວຍທຸລະກິດຕ່າງໆ ໂດຍສະເພາະແມ່ນທຸລະກິດຂະ
ໜາດນ້ອຍ ແລະ ກາງ ນັບວ່າຍັງມີ ແຜ່ຫລາຍ, ຊຶ່ງມັນສະແດງອອກດ້ວຍຫລາຍຮູບແບບທີ່ແຕກຕ່າງກັນເປັນຕົ້ນການອອກແຮງງານເກີນຊົ່ວໂມງແຕ່ບໍ່ມີການ ຄິດໄລ່ເງິນໃຫ້, ຊາວຜູ້ອອກແຮງງານຈຳນວນຫລວງຫລາຍຍັງບໍ່ທັນ
ໄດ້ຮັບບັດປະກັນສັງຄົມ ໃນເວລາເກີດມີສະພາບ ເຈັບເປັນກໍຕ້ອງໄດ້ກຸ້ມຕົນເອງ, ໜັກໜ່ວງໄປກວ່ານັ້ນ
ກຳມະກອນ ຂັ້ນຕ່ຳ ຫລື ຂັ້ນກາງທີ່ພັກວຽກຈະມີເຫດຜົນ ຫລື ບໍ່ມີເຫດຜົນກໍຖືກຕັດເງິນເດືອນ
ໃນລະດັບ 5 ສີບພັນກີບ ຫາ 1 ແສນກີບຂຶ້ນໄປ, ໃນນີ້ ໜັກໜ່ວງກວ່າໝູ່ກໍລະນີຕົວຢ່າງ ເກີດຂຶ້ນຢູ່ບໍລິສັດ
ເຄເບີ້ນ ແຫ່ງໜຶ່ງ, ຊຶ່ງເປັນການລົງທຶນ ຂອງຕ່າງປະເທດ ໄດ້ມີສຽງຈົ່ມວ່າຈາກກຳມະກອນ ຢູ່ບໍລິສັດດັ່ງກ່າວວ່າ:
ບໍລິສັດນີ້ ເວລາເກີດມີສະພາບເຈັບເປັນ ຕ້ອງໃຊ້ເງິນຕົນເອງເຂົ້າປິ່ນປົວຢູ່ໂຮງໝໍ ແລະ ບໍ່ສະເພາະແຕ່ເທົ່ານັ້ນເກີດມີກໍລະນີເວລາຍາດຕິພີ່ນ້ອງເສຍຊີວິດ
ເຂົາເຈົ້າໄດ້ມີການລາຄອບຢ່າງຄັກແນ່ແລ້ວ ແຕ່ເຈົ້າຂອງບໍລິສັດກໍ ບໍ່ມີການໂຍະຍານ ໂດຍຕັດຄ່າແຮງງານ
1 ແສນ ກີບ/ມື້ ຖ້າຂາດວຽກ 4 ວັນ ກໍຈະຖືກຕັດເງິນ 1,2 ລ້ານກີບ, ຈາກເງິນພຽງ 2 ລ້ານກີບ/ເດືອນ,
ເຊິ່ງບັນຫາດັ່ງກ່າວ ຈະແມ່ນກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ອົງການກຳມະບານ ແລະ ອື່ນໆ
ທີ່ຈະເປັນບ່ອນອີງອັນ ແໜ້ນແກ່ນ ແລະທັງເປັນຜູ້ຮັບຜິດຊອບໂຊກຊະຕາກຳຂອງຊາວຜູ້ອອກແຮງງານສົມຄວນລົງຕິດຕາມເບິ່ງຊີວິດ
ການເປັນຢູ່ ແລະ ບັນຫາຫຍໍ້ທໍ້ອື່ນໆ ເພື່ອຮ່ວມແກ້ໄຂຢ່າງສົມເຫດສົມຜົນໂດຍພື້ນຖານລະຫວ່າງນາຍຈ້າງ
ແລະ ລູກຈ້າງ ຕ່າງກໍມີຜົນປະໂຫຍດຮ່ວມກັນບົນຈິດໃຈແຫ່ງຄວາມຍຸຕິທຳ.
No comments:
Post a Comment