Ad

Ad

26 March 2015

ຄະນະຈັດຕັ້ງສູນກາງພັກສະຫລອງວັນສຳຄັນຂອງຊາດ



     ຄະນະ​ຈັດຕັ້ງສູນ​ກາງ​ພັກ, ໄດ້​ຈັດພິທີສະເຫລີມສະຫລອງ​ວັນ​ສ້າງຕັ້ງພັກ​ປະຊາຊົນ​ປະຕິວັດ​ລາວຄົບຮອບ 60 ປີ (22 ມີນາ 1955​- 23 ມີນາ 2015) ​ແລະ ວັນ​ສ້າງ​ຕັ້ງຄະນະ​ຈັດຕັ້ງສູນ​ກາງ​ພັກຄົບຮອບ 60 ປີ (25 ມີນາ 1955-25 ມີນາ 2015) ຂຶ້ນໃນວັນທີ 25 ມີນານີ້, ໂດຍການເປັນປະທານຂອງສະຫາຍ ຈັນ​ສີ ​ໂພ​ສີຄຳ ​ເລຂາທິການ​ສູນ​ກາງ​ພັກ​ເລຂາ​ຄະນະ​ພັກຫົວໜ້າ​ຄະນະ​ຈັດຕັ້ງສູນ​ກາງ​ພັກ, ມີ​ບັນດາ​ສະມາຊິກ​ພັກ, ພະນັກງານ​ພາຍ​ໃນຄະນະຈັດຕັ້ງ​ສູນ​ກາງ​ພັກ​ເຂົ້າ​ຮ່ວມ ຢ່າງພ້ອມພຽງ, ເພື່ອເຮັດໃຫ້ສະມາຊິກ​ພັກ-ພະນັກງານ​ພາຍ​ໃນ​ຄະນະ​ຈັດຕັ້ງສູນ​ກາງ​ພັກມີຄວາມຮັບຮູ້, ເຂົ້າ ໃຈເຊື່ອມຊຶມ ແລະ ກຳແໜ້ນມູນເຊື້ອປະຫວັດສາດ, ຜົນງານແຫ່ງການຊີ້ນຳ-ນຳພາຂອງພັກ ປະ ຊາຊົນປະຕິວັດລາວ ໃນການຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດ ແລະ ຜົນງານໃນການນຳພາປົກປັກຮັກສາ ແລະ ສ້າງ ສາພັດທະນາປະ ເທດຊາດຢ່າງກວ້າງຂວາງ ແລະ ເລິກເຊິ່ງ.
ສະຫາຍ ຈັນ​ສີ ​ໂພ​ສີຄຳ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງການເຕີບໃຫຍ່ຂະຫຍາຍຕົວ ແລະ ມູນເຊື້ອ ອັນສະຫງ່າລາສີຂອງພັກ​ແຕ່ລະ​ໄລຍະ, ນັບແຕ່ວັນສ້າງຕັ້ງຈົນເຖິງປະຈຸບັນ, ເຊິ່ງເປັນພັກທີ່ມີ ການນຳພາອັນ ສະຫລາດ ສ່ອງໃສຊີ້ນຳໆພາປະຊາຊົນລາວບັນດາເຜົ່າຕໍ່ສູ້ກູ້ຊາດຕ້ານຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ໃໝ່ ຈົນສາມາດ
ປົດປ່ອຍປະເທດຊາດຢ່າງສົມບູນໃນວັນທີ 2 ທັນວາ 1975 ແລະ ສືບຕໍ່ຊີ້ນຳ-ນຳພາໃນພາລະກິດ ປົກປັກ ຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຕາມແນວທາງທີ່ພັກໄດ້ກຳນົດໄວ້. ກ່ອນໜ້ານີ້ 60 ປີ ຄືວັນທີ 22 ມີນາ 1955, ພັກປະຊາຊົນລາວ, ເຊິ່ງເປັນພັກປະຊາຊົນປະຕິວັດລາວໃນປັດຈຸບັນ, ໄດ້ຮັບການສ້າງຕັ້ງ ຂຶ້ນໂດຍສະຫາຍ ໄກສອນ ພົມວິຫານ ເພື່ອສືບທອດພາລະກິດອັນສະຫງ່າງາມຂອງພັກກອມມູນິດອິນດູຈີນ ໃນການ ນຳພາຂະບວນການປະຕິວັດ ຂອງປະເທດເຮົາໂດຍກົງ, ແມ່ນເປັນຂີດໝາຍ ແລະ ເປັນບາດລ້ຽວປະຫວັດສາດ ອັນ ສຳຄັນຍິ່ງໃນວິວັດທະນາການ ຂອງຊາດເຮົາໄດ້ກ້າວຂຶ້ນສູ່ຄຸນນະພາບໃໝ່ແຫ່ງການຕໍ່ສູ້ປົດປ່ອຍປະເທດຊາດ, ປົດ ປ່ອຍປະຊາຊົນທັງເປັນການເປີດ ເສັ້ນທາງອັນສະຫວ່າງສະໄຫວແຫ່ງການນຳພາຊາດລາວ ເຮົາກ້າວໄປສູ່ຄວາມເປັນເອ ກະລາດ ແລະ ສ້າງສາພັດ ທະນາບ້ານເມືອງໄປສູ່ຄວາມວັດທະນາຖາວອນ.
    ໃນໂອກາດນີ້, ສະຫາຍ ຈັນສີ ໂພສີຄຳ ຍັງໄດ້ໃຫ້ຮູ້ເຖິງປະຫວັດຄວາມເປັນມາການກຳເນີດ, ການເຕີບໃຫຍ່ຂະ ຫຍາຍຕົວ ແລະ ການເຄື່ອນໄຫວຂອງຄະນະຈັດຕັ້ງສູນກາງພັກ, ເຊິ່ງໄດ້ຕິດແໜ້ນກັບປະຫວັດມູນເຊື້ອການເຄື່ອນ ໄຫວຂອງພັກປະຊາຊົນປະຕິວັດລາວ. ຕະຫລອດ​ໄລຍະ 60 ປີບົນ​ເສັ້ນທາງ​ແຫ່ງ​ການ​ເຕີບ​ໃຫຍ່​ຂະ​ຫຍາບ​ຕົວ​ຂອງ​ວຽກ​ງານ​ຈັດຕັ້ງ, ກໍ່ສ້າງ​ພັກ ​ແລະ ວຽກ​ງານ​ພະນັກງານ. ຄະນະ​ຈັດຕັ້ງສູນ​ກາງ​ພັກ ​ແມ່ນ​ໜຶ່ງ​ໃນ​ອົງການ​ຈັດຕັ້ງຂອງພັກທີ່​ມີ​ການ​ປະກອບສ່ວນ​ຢ່າງ​ໃຫຍ່​ຫລວງ​ເຂົ້າ​ໃນ​ພາລະກິດ​ປົດ​ປ່ອຍ​ຊາດ ກໍ​ຄື​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ​ຊາດ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ​ໃຫ້​ກາຍ​ເປັນ​​ພັກ​ປະຕິວັດທີ່​ມີ​ຄຸນ​ທາດ​ການ​ເມືອງ​ຢ່າງ ໜັກ​ແໜ້ນ, ມີ​ລະບົບ​ການຈັດ​ຕັ້ງທີ່​​ແໜ້ນໜາ​​ເຂັ້ມ​ແຂງ ແລະ ມີ​ຖັນ​ແຖວ​ພະນັກງານ​ສະມາຊິກ​ພັກ​​ອົງອາດ​ກ້າຫານ.

No comments:

Post a Comment