ກົມອຸຕຸນິຍົມ ແລະ
ອຸທົກກະສາດ ໃຫ້ຮູ້ວ່າ: ບໍລິເວນຄວາມກົດດັນຕ່ຳຂອງອາ ກາດຮ້ອນ ຍັງມີກຳລັງປານກາງ ປົກຄຸມຢູ່ ທົ່ວທຸກພາກຂອງລາວ,
ສົມທົບກັບກະແສລົມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຮັດໃຫ້ອຸນຫະພູມອາກາດຮ້ອນຂຶ້ນຕື່ມອີກ ໃນຕອນກາງ ເວັນ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ
ແລະ ຈະມີຝົນຕົກຟ້າຄະນອງກະຈາຍໃນລະ ດັບຄ່ອຍເປັນບາງ ໂອກ າດໃນແຕ່ລະພາກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງ
ທ້ອງຖິ່ນ, ນັບທັງນະຄອນຫລວງວຽງຈັນ.
ສະພາບອາກາດໃນໄລຍະນີ້,
ໂດຍທົ່ວໄປແລ້ວ ຍັງຈະຮ້ອນຫາຮ້ອນເອົ້າໃນຕອນ ກາງເວັນ ພ້ອມມີໝອກແຫ້ງປົກ ຫຸ້ມເປັນສ່ວນຫລາຍ,
ແຕ່ອຸນຫະພູມອາກາດຍັງຈະເຢັນ ຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກ
ແລະ ເຂດພູສູງ, ພູດອຍ, ພູພຽງ ບໍລິເວນປາກຊ່ອງ,
ນິຄົມ 34, ເມືອງທ່າແຕງ ແລະ ເມືອງດາກຈຶງ.
ນັບແຕ່ວັນທີ 25-30 ມີນານີ້, ຈະມີຝົນ ຕົກຟ້າຄະນອງກະຈາຍໃນລະດັບຄ່ອຍພ້ອມມີລົມພັດແຮງຢູ່ບາງ ທ້ອງຖິ່ນ ໃນແຕ່ລະພາກ.
ພ້ອມດຽວກັນນີ້ ຍັງໄດ້ແຈ້ງເຕືອນເຖິງປະຊາຊົບບັນດາເຜົ່າຢູ່ໃນເຂດພື້ນທີ່ດັ່ງ
ກ່າວໃຫ້ລະມັດລະວັງພະຍາດທີ່ຕາມມາ ແລະ ມີສະຕິໃນການຂັບຂີ່ຕາມທ້ອງຖະໜົນດ້ວຍ.
No comments:
Post a Comment