ອົງການສະຫະປະຊາຊາດ(ສປຊ)ເພື່ອການພັດທະນາປະຈຳລາວ
ໃຫ້ຮູ້ວ່າ: ເຖິງວ່າລັດຖະບານລາວໄດ້ມີຄວາມຄືບໜ້າຫລາຍໃນການປັບປຸງສຸຂະພາບ ຂອງແມ່ໃຫ້ດີຂຶ້ນໃນຕະ ຫລອດໄລຍະ
20 ປີຜ່ານມາ, ໂດຍສະເພາະອັດຕາການ ຕາຍຂອງແມ່ແມ່ນຫລຸດລົງຈາກ
796 ຄົນໃນປີ 1995 ມາເປັນ 357 ຄົນຕໍ່ ການເກີດ 1 ແສນຄົນໃນປີ 2012, ຊຶ່ງຕົວເລກດັ່ງກ່າວນັບວ່າຍັງສູງຫລາຍ
ແລະ ເປັນປັດໃຈໜຶ່ງທີ່ທ່ວງດຶງຄວາມຈະເລີນດ້ານເສດຖະກິດ-ສັງຄົມຂອງປະເທດ,
ສະນັ້ນ ການຊ່ວຍຊີວິດຂອງແມ່ ແລະ ເດັກ ຈຶ່ງເປັນບູລິມະສິດຂອງລັດຖະບານທີ່ຈະຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນ.
ພາຍຫລັງ, ສປປ ລາວ ເຂົ້າເປັນພາຄີຂອງແຜນປະຕິບັດງານສາກົນວ່າດ້ວຍປະຊາກອນ
ແລະ ການພັດທະນາ
(ICPD) ໃນປີ 1994, ແມ່ນໄດ້ປະຕິບັດພັນທະໃນການຂະຫຍາຍການສະໜອງການບໍລິການສຸຂະພາບຂອງແມ່ໃຫ້ເປັນ ການຮັກ ສາສຸຂະພາບຂັ້ນພື້ນຖານ,
ໂດຍສະເພາະການເກີດລູກທຸກຄັ້ງແມ່ນຕ້ອງໄດ້ຮັບການ ຊ່ວຍເກີດໂດຍແພດພະດຸງຄັນທີ່ຜ່ານການເຝິກກອົບຮົມ
ຫລື ຜູ້ຊ່ວຍເກີດທີ່ມີຄວາມຊຳນານ. ປັດຈຸບັນ ສປປ ລາວ, ພວມສຸມໃສ່ການບັນລຸເປົ້າໝາຍສະຫັດສະວັດທີ
5 ເພື່ອຫລຸດຜ່ອນອັດຕາການຕາຍຂອງແມ່ ແລະ ແຜນງານຍຸດທະ ສາດສາກົນວ່າດ້ວຍສຸຂະພາບຂອງແມ່ ແລະ
ເດັກ,
ໃນນັ້ນລັດຖະບານສະໜອງແພດພະດຸງຄັນເພື່ອຮັບປະກັນການ ເຂົ້າເຖິງບ່ອນທີ່ມີຄວາມຕ້ອງການໃຫ້ໄດ້ຢ່າງໜ້ອຍ
1.500 ຄົນໃນປີ 2015. ຕໍ່ບັນຫາສຳຄັນດັ່ງກ່າວ, ໄລຍະຜ່ານມາອົງ ການສະຫະປະຊາຊາດກອງທຶນເພື່ອປະຊາກອນຈຶ່ງໄດ້ໃຫ້ການຊ່ວຍເຫລືອລາວໃນການສະໜອງການເຂົ້າເຖິງການບໍລິ
ການທາງດ້ານສຸຂະພາບໃນຫລາຍຂົງເຂດ, ຊຶ່ງສາມາດປ້ອງກັນອັດຕາການຕາຍຂອງແມ່ໄດ້ເກືອບ 75%, ປັດຈຸບັນ
ຫລາຍກວ່າ 29% ຂອງການຖືພາແມ່ນບໍ່ໄດ້ມີການວາງແຜນ ແລະ ປະມານ 20% ຕ້ອງການຄຸມກຳເນີດແຕ່ບໍ່ສາມາດ
ເຮັດໄດ້, ດັ່ງນັ້ນການຖືພາແຕ່ລະຄັ້ງແມ່ນມີີຄວາມສ່ຽງຕໍ່ການເສຍຊີວິດຈາກອາການສົນໃນເວລາຖືພາ
ແລະ ເກີດລູກ ເຊັ່ນ: ອາການຕົກເລືອດ, ຊຶມເຊື້ອ, ການລຸລູກ, ຄວາມດັນສູງ, ການກີດກັ້ນການເກີດ
ແລະ ບັນຫາອື່ນໆ. ແນວ ໃດກໍ ຕາມເກືອບວ່າການຕາຍຂອງແມ່ແມ່ນສາມາດປ້ອງກັນໄດ້ໂດຍຜ່ານການເບິ່ງແຍງຢ່າງເປັນປົກກະຕິຂອງຜູ້ຊ່ວຍເກີດ
ຫລື ແພດພະດຸງຄັນ, ໃນບັນດາປະເທດທີ່ສາມາດຫລຸດຜ່ອນອັດຕາການຕາຍຂອງແມ່ໄດ້ສຳເລັດນັ້ນ ກໍຍ້ອນມີແພດພະດຸງ
ຄັນທີ່ມີຄວາມຊຳນານ, ເຊິ່ງມັນແມ່ນປັດໄຈຕົ້ນຕໍຂອງການບັນລຸເປົ້າໝາຍດັ່ງກ່າວ.
No comments:
Post a Comment