ທຸກຄັ້ງເມື່ອໄດ້ຮັບຂ່າວວ່າຈະມີການແຂ່ງຂັນຊິງນັ້ນຊິງນີ້,
ຈານແຍ່ກໍຮູ້ສຶກປວດ ຂຶ້ນຍ່າວໆຢາກເຂົ້າຮ່ວມ, ແຕ່ພໍຮູ້ວ່າເປັນການແຂ່ງຂັນເຕັ້ນລຳ ແຕ່ໃຊ້ພາ
ສາຢືມວ່າ “ລີລາດ” ຫລື ການ ແຂ່ງຂັນກິລາແບບຫັກໂຫມແລ້ວ ກໍອ່ອນແອດແລດລົງປານຜັກ ໜຶ້ງ ເພາະມັນກາຍໄວ
(ອາຍຸຍັງ ໜ້ອຍ) ແລະ ເກີນກຳລັງ. ຖ້າ ເປັນການແຂ່ງ ຂັນ ປະຊັນປາຍປາກການີ້ຍັງພໍແຄນແດ່, ແຕ່ກໍບໍ່
ໝັ້ນໃຈຄືກັນ ເພາະປາຍປາກກາ ໃນໄລ ຍະນີ້ ເວ່ໃສ່ແຕ່ເລື່ອງແຍ່, ສາລະຄະດີ ແລະ ບັນຫາຕະປິດ ຕະປີ່ທີ່ດີດເຕັ້ນຢູ່ໃນວິຖີຊີ ວິດສັງ
ຄົມ ແລະ ຄົນລາວໃນປັດຈຸບັນ.
ການແຂ່ງຂັນ
ເພື່ອຊິງລາງ ວັນໃນໄລຍະນີ້ເຮັດກັນຖີ່ກວ່າ ເກົ່າ ແລະ ມີສີສັນ ຈົນບາງຄັ້ງ ຄາດບໍ່ເຖິງ ເຊັ່ນການ
ແຂ່ງຂັນປາກພາສາຍີ່ປຸ່ນ, ພາສາຈີນ, ພາສາຫວຽດນາມ, ການແຂ່ງໂຕ້ ວາທີ, ເລື່ອງກິລາ ກໍມີຮອດການແຂ່ງລົດ
ໄຖເດີນຕາມ, ດີບໍ່ດີອາດ ຈະມີຮອດກິລາເອົາຈູຈີ່ຊົນກັນ ເພື່ອຊິງລາງວັນ, ແຕ່ຈານແຍ່ເຫັນວ່າ ມີອັນໜຶ່ງທີ່ພວກ
ເຮົາຂີ້ຄ້ານປ່ຽນ ນັ້ນກໍຄືປະເພດລາງວັນ ຄືຍາມໃດກໍແມ່ນເພື່ອ “ຊິງຂັນ” ຜູ້ນັ້ນຜູ້ນີ້, ສ່ວນຫລາຍກໍ
ແມ່ນຂັນຂອງຜູ້ ຫລັກສັກໃຫຍ່. ນີ້ລະຄືເລື່ອງທີ່ຢາກແລກປ່ຽນກັບທ່ານຜູ້ອ່ານເພື່ອຊອກເຫດຜົນວ່າ:
ເປັນຫຍັງພວກ
ເຮົາຈຶ່ງນິຍົມ ແຕ່ແຂ່ງຂັນກັນເພື່ອ “ຊິງຂັນ” ລາງວັນ, ພວກເຮົາໝົດແນວຊິງ ທີ່ເໝາະສົມກວ່ານີ້ແລ້ວບໍ່
?, ເຫດໃຜບໍ່ຊິງແນວ ທີ່ມັນເໝາະສົມກັບປະເພດການແຂ່ງຂັນ ?. ການ ແຂ່ງຂັນເພື່ອ “ຊິງຂັນ” ລາງວັນນັ້ນ
ພວກເຮົານິຍົມໃຊ້ກັບການ ແຂ່ງຂັນ ກິລາປະເພດຕ່າງໆເຊັ່ນການຊ່ວງເຮືອເພື່ອ “ຊິງຂັນ” ເຈົ້າຄອງນະຄອນຫລວງ,
ການແຂ່ງຂັນກິລາໝາກ ຂົນໄກ່ເພື່ອ “ຊິງຂັນ“ ປະທານສະພາແຫ່ງ ຊາດ ເນື່ອງໃນໂອກາດວັນລັດ ຖະທຳມະນູນ,
ແຂ່ງຂັນກິລາກ໋ອບເພື່ອ “ຊິງຂັນ” ເຈົ້າແຂວງ (ສຳລັບ ແຂວງທີ່ມີສະໜາມກ໋ອບ) ການ “ຊິງຂັນ” ໃນການແຂ່ງຂັນ
ກິລານັ້ນ ພວກເຮົາເຮັດມາ ເຫິງ ແລ້ວ ຈົນບໍ່ສາມາດຈະປ່ຽນເປັນ ແນວອື່ນໄດ້, ແຕ່ຢູ່ບາງປະເທດ
ເຂົາເຮັດໄດ້ ອາດເປັນເພາະເຂົາ ຕ້ອງການສີ ສັນແປກໆໃໝ່ໆບໍ່ຊ້ຳຊາກ ຫລື ອາດເປັນຍ້ອນເຂົາບໍ່ຮັ່ງ
“ຂັນເງິນ” ຄືບ້ານເຮົາກໍເປັນ ໄດ້. ພວກເຮົາໄດ້ຍິນວ່າເຂົາຕີ ມວນເພື່ອຊິງນວມຄຳ (ຊົບມືສຳ
ລັບຕີມວຍ) ຫລື ເພື່ອຊິງສາຍ ແອວ “ຊະນະເລີດ”, ຖ້າເປັນກິລາບານເຕະເຂົາກໍມີ ລາງວັນ “ບານຄຳ”
ດັ່ງນີ້ເປັນຕົ້ນ.
ນັ້ນເປັນເລື່ອງກິລາ ຈະເຮັດແນວໃດມັນກໍຄ່ອງຄືໄປໃນຕົວ,
ແຕ່ທີ່ຈານແຍ່ຍິນແລ້ວສີຂັດໆຫູນີ້ ກໍແມ່ນການ ຊິງລາງວັນທີ່ຍ່າງ ສວນທາງກັບເນື້ອໃນການແຂ່ງ
ຂັນ ເຊັ່ນການແຂ່ງຂັນຫັດຂຽນ ຫັດແຕ່ງເລື່ອງວັນນະຄະດີ ເພື່ອ “ຊິງຂັນ” ຜູ້ນັ້ນຜູ້ນີ້ (ແທນທີ່ຈະ
ຊິງລາງວັນ “ປາກກາຄຳ” ຂອງ ທ່ານ...) ເຊິ່ງເປັນຂ່າວຫວ່າງບໍ່ພໍ ເທົ່າໃດວັນຜ່ານ ມາ. ຢາກຂໍຖາມວ່າ:
ການ “ຊິງຂັນ” ນັ້ນມັນກ່ຽວຫຍັງກັບການຂີດຂຽນ ?. ຊິບໍ່ດີ ກວ່າບໍ່ຖ້າພວກເຮົາຊອກປະ ເພດລາງວັນທີ່ເໝາະສົມກວ່ານີ້
? ເຊັ່ນແຂ່ງກັນເກັບກູ້ເຂົ້ານາແຊງເພື່ອຊິງລາງວັນ “ກ່ຽວຄຳ” ຂອງເຈົ້າຄອງ (ແນ່ ນອນຕ້ອງ
ເປັນກ່ຽວທີ່ເຮັດດ້ວຍວັດຖຸມີຄ່າ ແລະ ມີຝີມືສິນ), ຖ້າມີການແຂ່ງ ຂັນກັນເລື່ອງຫຍິບປັກ-ຖັກແສ່ວ
ກໍຄວນມີລາງວັນ “ເຂັມຄຳ”, “ເຂັມເງິນ”, “ເຂັມທອງ” ຕາມລຳດັບ. ລາງວັນສຳລັບຄວາມພິລະອາດຫານໃນ
ບັ້ນຮົບທັບມ້າງສັດຕູຜູ້ຮຸກຮານກໍຄວນຈະມີລາງວັນ “ດາບຄຳ” ຫລື “ດາບເຈົ້າອານຸ” ທັງໝົດນີ້
ຈານແຍ່ຍົກຂຶ້ນ ເປັນການສົມມຸດຊື່ໆເພື່ອໃຫ້ແຈ້ງນຳກັນ. ແນ່ນອນພວກເຮົາ ຄົງຈະຈັດລາງວັນໃຫ້ຄົບກັບທຸກໆປະເພດການ
ແຂ່ງຂັນບໍ່ໄດ້, ແຕ່ພວກເຮົາສາມາດຈັດເປັນຂະ ແໜງການໄດ້ ເຊັ່ນລາງວັນສະ ເພາະຂົງເຂດວັນນະຄະດີ,
ກິລາ, ການອອກແຮງງານ ແລະ ອື່ນໆ. ຂໍຢ່າເນັ້ນແຕ່ເລື່ອງ “ຊິງຂັນ” ຫລາຍເກີນໄປ.
No comments:
Post a Comment