Ad

Ad

22 April 2015

ສອງສະມາຄົມ​ມິດຕະພາບ​ລາວ-ຫວຽດນາມສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື



          ໃນວັນທີ 21​ ເມສານີ້, ຢູ່ນະຄອນຫລວງວຽງຈັນໄດ້ມີການພົບປະສອງຝ່າຍລະຫວ່າງຄະນະຜູ້ແທນສະມາຄົມມິດຕະພາບລາວ-ຫວຽດນາມ, ຝ່າຍລາວນໍາໂດຍທ່ານ ດຣ. ພັນຄໍາ ວິພາວັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າ ການກະຊວງສຶກສາທິການ ແລະ ກິລາປະທານສະມາຄົມມິດຕະພາບລາວ-ຫວຽດນາມ ແລະ ຝ່າຍຫວຽດນາມ ນໍາ​​ໂດຍທ່ານ ຫວູຈ້ອງກິມ ຮອງປະທານທັງເປັນເລຂາທິ ການສູນກາງແນວໂຮມປະເທດຊາດຫວຽດນາມ, ປະທານສະມາຄົມມິດຕະພາບຫວຽດນາມ​-ລາວ.
ການພົບປະຄັ້ງນີ້ສອງຝ່າຍໄດ້ລາຍງານໃຫ້ກັນຊາບກ່ຽວກັບສະພາບການ​​ພົ້ນເດັ່ນພາຍໃນປະເທດ, ສະຫລຸບຕີລາຄາແລະ ຖອດຖອນບົດຮຽນຜົນການຮ່ວມມືສອງຝ່າຍໃນໄລຍະຜ່ານມາ ແລະ ປຶກສາຫາລືກ່ຽວກັບແຜນການຮ່ວມມືໃນຕໍ່ໜ້າພິເສດແມ່ນເພື່ອປະກອບສ່ວນເຂົ້າໃນການສະເຫລີມສະຫລອງວັນບຸນສໍາຄັນຕ່າງໆຂອງຊາດຢ່າງຄຶກຄື້ນເຊັ່ນ: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 60 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ, ວັນສ້າງຕັ້ງພັກກອມມູນິດ
ຫວຽດນາມຄົບຮອບ 85 ປີ, ວັນສະຖາປະນາ ສສ ຫວຽດນາມ ຄົບຮອບ 70 ປີ, ວັນປົດປ່ອຍພາກໃຕ້ຫວຽດນາມຄົບຮອບ 40 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 95 ປີ, ວັນຄ້າຍວັນເກີດປະ ທານ ໂຮ່ຈມິຄົບຮອບ 125 ປີ ແລະ ວັນສໍາຄັນອື່ນໆອີກ,​ ພ້ອມນີ້ສອງຝ່າຍໄດ້ເຫັນດີເປັນເອກະພາບກັນຈັດກິດຈະກໍາຕ່າງໆເປັນຕົ້ນ​: ການເຄື່ອນໄຫວກິດຈະກໍາວັນຄ້າຍວັນເກີດຂອງປະທານໂຮ່ຈມິຄົບຮອບ 125 ປີ​(19/5/1890-19/5/2015) ​ໂດຍໃສ່ຊື່ວ່າ“​ເດີນຕາມຮອຍປະທານໂຮ່ຈິມິ ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 95 ປີ(13/12/1920-13/12/2015)​ໂດຍໃສ່ຊື່ວ່າ” ​ເດີນຕາມຮອຍປະທານໄກສອນ ພົມວິຫານເພື່ອຍົກໃຫ້ເຫັນປະຫວັດຄວາມເປັນມາ ແລະ ຄຸນງາມຄວາມດີຂອງປະທານໂຮ່ຈິມິນແລະ ປະທານ ໄກສອນ ພົມວິຫານ ທີ່ແສນເຄົາລົບຮັກ .ການເຄື່ອນໄຫວຈັດກິດຈະກໍາດັ່ງກ່າວ​​ເປັນການປະກອບສ່ວນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະ ພາບ, ຄວາມສາມັກຄິພິເສດອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ, ​ໂດແມ່ນປະທານໂຮ່ຈິມິ, ປະທານໄກສອນພົມວິຫານພ້ອມດ້ວຍບັນດາການນໍາລຸ້ນຕ່າງໆ ແລະ ປະຊາຊົນສອງປະເທດໄດ້ທຸ້ມເທເຫື່ອແຮງກໍ່ຕັ້ງ ແລະ ເພີ່ມພູນຄູນສ້າງສະນັ້ນ, ສະມາຄົມມິດຕະພາບລາວ-ຫວຽດນາມ ແລະ ສະມາຄົມມິດຕະພາບຫວຽດນາມ-​ລາວ​, ຈຶ່ງສະເໜີໃຫ້ບັນດາກະຊວງ, ຂະແໜງການ, ອົງການແນວ​​ໂຮມແຫ່ງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ບັນດາອົງການຈັດຕັ້ງຕ່າງໆຂອງສອງປະເທດຈົ່ງພ້ອມກັນຈັດຕັ້ງການເຄື່ອນໄຫວສະເຫລີມສະຫລອງວັນສໍາຄັນດັ່ງກ່າວດ້ວຍຫລາຍຮູບການ, ກິດຈະກໍາ ​​ແລະ ເນື້ອໃນຕ່າງໆຢ່າງເປັນຂະບວນຟົດຟື້ນ ແລະ ມີຄວາມໝາຍເລິກເຊິ່ງ,​ ໂຄສະນາສຶກສາອົບຮົມ, ປູກຈິດສໍານຶກໃຫ້ແກ່ປະຊາຊົນບັນດາຊັ້ນຄົນຂອງສອງປະເທດໂດຍສະເພາະແມ່ນຖັນແຖວເຍົາວະຊົນ, ຄົນຮຸ່ນໜຸ່ມຮັບຮູ້ກ່ຽວກັບມູນເຊື້ອແຫ່ງການພົວພັນສາມັກຄີ ແລະ ການຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນໃນໄລຍະຕໍ່ສູ້ກູ້ຊາດກໍຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງໃຜລາວໃນປັດຈຸບັນແລະ ເປັນເຈົ້າການຖະນຸຖະໜອມ, ເພີ່ມພູນຄູນສ້າງມູນເຊື້ອແຫ່ງການພົວພັນສາມັກຄິພິເສດ, ອັນບໍລິສຸດຜຸດຜ່ອງ ແລະ ຫາຍາກໃນການພົວພັນສາກົນລະຫວ່າງລາວ-ຫວຽດນາມໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

No comments:

Post a Comment