Ad

Ad

22 April 2015

ໂຄງການບໍ່ຄໍາ-ທອງ ເຊໂປນມອບ​ເງິນ​ປັນ​ຜົນ​ໃຫ້​ລັດຖະບານ​5ລ້ານ​ໂດ​ລາສະຫະລັດ



          ໃນວັນທີ 21 ເມສານີ້, ຢູ່ກະຊວງການເງິນທ່ານ ຣໍບິນ ແຮມິລເຕິໂຄຕສ໌ ຜູ້ຈັດການຝ່າຍພົວພັນພາຍນອກບໍລິສັດລ້ານຊ້າງມີເນໂຣນໂຄງການບໍ່ຄຳ-ທອງເຊໂປ​(MMG),​ ໄດ້ນຳເງິນປັນຜົນງວດສຸດທ້າຍຂອງປີ 2014 ​ຈຳນວນ 5 ລ້ານໂດລາສະຫະລັດຫລືປະມານ 40 ຕື້ກີບມອບໃຫ້ທ່ານອັກຄະວອນຫລວງສຸວັນນະວົງຮອງຫົວໜ້າກົມຄຸ້ມຄອງການເງິນລັດວິສາຫະກິດກະຊວງການເງິນ,​ ເຊິ່ງລວມເງິນປັນຜົນທັງໝົດທີ່ບໍລິສັດມອບໃຫ້ລັດຖະບານໃນປີ 2014 ​ເປັນຈຳນວນ 10 ລ້ານໂດລາສະຫະລັດຫລື ປະມານ 80 ຕື້ກີບ.
ທ່ານ ຣໍບິນ ແຮມິລເຕິໂຄຕສ໌ ກ່າວວ່າ: ​ໃນນາມເປັນຜູ້ປະກອບສ່ວນພັນທະພາສີອາກອນຫລາຍທີ່ສຸດໃນລາວ, ບໍລິສັດພວກເຮົາມີຄວາມພູມໃຈເປັນຢ່າງຍິ່ງທີ່ໄດ້ປະກອບສ່ວນຢ່າງຕໍ່ເນື່ອງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງລາວດ້ວຍດີຕະຫລອດມາ, ທັງໄດ້ປະກອບສ່ວນສ້າງລາຍຮັບໂດຍກົງໃຫ້ແກ່ລັດຖະບານຫລາຍກວ່າ1,3 ຕື້ໂດລາສະຫະ ລັດຫລືປະມານ 1 ​ແສນກວ່າຕື້ກີບໃນຮູບແບບການຈ່າຍພາສີອາກອນ ແລະ ຄ່າພາກຫລວງ, ນັບຕັ້ງແຕ່ບໍ່ຄຳ-ທອງເຊໂປນ
ໄດ້ດຳເນີນການຜະລິດໃນປີ 2003 ເປັນຕົ້ນມາ .ນອກນີ້, ພວກເຮົາຍັງສືບຕໍ່ສຸມໃສ່ການພັດທະນາຊຸມຊົນທ້ອງຖິ່ນ ແລະ ການພັດທະນາບຸກຄະລາກອນໂດຍຜ່ານການຈັດ​ເຝິກອົບຮົມ ແລະ ແນະນຳໃນໜ້າວຽກຕົວຈິງໃຫ້ແກ່ພະນັກງານ ລາວເພື່ອປັບປຸງສີມືແຮງງານ ແລະ ປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນຢູ່ໃນບໍລິເວນອ້ອມຂ້າງບໍ່ແຮ່.
ລັດຖະບານລາວຖືຮຸ້ນ 10% ​ໃນບໍລິສັດ(MMG) ແລະ ໃນປີ2014 ບໍລິສັດໄດ້ສ້າງກໍາໄລທັງໝົດ99,2 ລ້ານໂດລາ ສະຫະລັດ ແລະ ສາມາດສ້າງລາຍຮັບທີ່ໝັ້ນຄົງໃນຈຳນວນ 2.479,8 ລ້ານໂດລາສະຫະລັດ, ຍ້ອນສະຖິຕິຂອງຈຳນວນຂາຍ ແຮ່ທອງທີ່ສູງໂດຍສວນທາງກັບລາຄາຂາຍທອງທີ່ຫລຸດລົງ. ພາຍຫລັງທີ່ການຜະລິດຄຳໄດ້ຢຸດຕິລົງໃນທ້າຍປີ2013 ບໍລິສັດ ໄດ້ສຸມໃສ່ດຳເນີນການຜະລິດທອງຄົບໜຶ່ງປີທຳອິດຢ່າງມີປະສິດທິຜົນ, ​ສາມາດຜະລິດແຜ່ນທອງໄດ້ 88.541 ໂຕນໃນປີ 2014, ເຊິ່ງຕໍ່າກວ່າປີ 2013 ໃນອັດຕາ 2%, ສຳລັບແຜນການຜະລິດໃນປີ 2015 ແມ່ນຈະຢູ່ລະຫວ່າງ80-87 ພັນໂຕນ.
ສ່ວນໃນວາລະຕໍ່ໄປບໍ່ຄຳ-ທອງເຊໂປນແມ່ນກຳລັງຫັນປ່ຽນເຂົ້າສູ່ໄລຍະການຜະລິດແຮ່ທີ່ມີຄຸນນະພາບຕໍ່າລົງແລະມີການບັນຈຸທາດກາກບອນທີ່ສູງຂຶ້ນເຊິ່ງປັດໄຈດັ່ງກ່າວຈະກະທົບຕໍ່ການຜະລິດແລະຜົນກຳໄລຂອງບໍ່ຄຳ-ທອງເຊໂປນໃນອະນາຄົດ.

No comments:

Post a Comment