ຄິດວ່າຫລາຍທ່ານຄົງໄດ້ອ່ານບົດ “ບົດດີລາສີຂອງນາມປາກກາ” ຂອງຈານ ແຍ່ໃນວັນ ສຸກທີ 7 ເດືອນມີນາຜ່ານມາ ເຊິ່ງ ໃນນັ້ນໄດ້ເນັ້ນວ່າ: ນາມປາກກາມີ ຄວາມສຳຄັນສ່ຳຊື່ແທ້ຂອງເຈົ້າຂອງບົດ. ດັ່ງນັ້ນ ການຕັ້ງ ນາມປາກກາປະເພດ ສົມມຸດຈຶ່ງ ຕ້ອງພິຖີພິຖັນຄັກແນ່ ເພື່ອໃຫ້ພໍ ດ້າມພໍດີກັບປະເພດບົດ. ບົດທີ່ມີ ລັກສະນະເຄັ່ງຂຶມເອົາການເອົາງານ ເລື່ອງວຽກບ້ານ ການເມືອງ, ເຮົາຊິໄປໃສ່ນາມ ປາກກາ ວ່າ: “ຊຽນເມົາ” ຫລື “ກະເທີນ” ກໍຄົງຈະເຮັດໃຫ້ຜູ້ອ່ານຂາດສັດ ທາ, ບົດທີ່ມີລັກສະນະອ່ອນຊ້ອຍ ສອດສີສັນວັນນະຄະດີກໍບໍ່ຄວນ ໄປໃສ່ນາມປາກກາ ທີ່ແຂງກະດ້າງຂັດກັບຄວາມ ນິ້ມນວນຂອງ ບົດເລື່ອງສັ້ນ-ບົດກະວີ. ບົດກ່ຽວກັບອາຫານການກິນ, ການແຕ່ງ ເພດແຕ່ງຊົງບາງຄົນອາດເລືອກ ໃສ່ ນາມປາກກາ “ແຊບອີ່ຫລີ”, “ງາມເລິກ” ແລະ ອື່ນໆ ເພື່ອໃຫ້ ເຂົ້າກັບບັນຍາກາດ. ບົດຂຽນກ່ຽວກັບວິລະກຳອາດ ມີຜູ້ ເລືອກໃສ່ “ເຫລັກກ້າ”. ນັກປະພັນທີ່ມີຊື່ ສຽງໂດ່ງ ດັງຢູ່ບ້ານເຮົາຫລາຍ ທ່ານໄດ້ເລືອກນາມປາກກາສົມ ມຸດທີ່ກິນໃຈ ໄດ້ຄວາມໝາຍທີ່ສຸດ ເຊັ່ນ: ມັດສານ້ອຍ, ສັດປະເສີດ, ປິຕິທິວາຊົນ, ປາກກາແດງ, ດອກຊ້ອນດອນໂຂງ. ອາດເປັນ ນາມປາກກາຂອງໂຊເຟີຂັບລົດ ຂົນສົ່ງ ແລະ ຜູ້ທີ່ມີອາຊີບ
ເປັນກະ ສິກອນ-ຊາວນາ. ສຳລັບນາມປາກກາສົມມຸດທີ່ສ່ອງ ແສງເຖິງອາຊີບນີ້ກໍບໍ່ຈຳເປັນເຖິງຂັ້ນວ່າ ເຈົ້າຂອງບົດຕ້ອງມີ ອາຊີບດັ່ງກ່າວດ໋ອກ, ແຕ່ອາດເປັນພຽງນາມປາກກາທີ່ໃຊ້ ສະເພາະກັບບົດທີ່ກ່ຽວກັບອາຊີບທີ່ກ່ຽວຂ້ອງກໍໄດ້.
ທ່າອ່ຽງນິຍົມອັນທີສາມໃນການຕັ້ງນາມປາກກາສົມມຸດນີ້ ແມ່ນຕັ້ງໄປຕາມເນື້ອໃນຂອງປະເພດບົດ. ຈານແຍ່ວ່າ: ນາມປາກກາປະເພດນີ້ລະຄວນພິຖີພິຖັນທີ່ສຸດເພາະຖ້າຕັ້ງບໍ່ເຂົ້າກັບເນື້ອໃນ ແລະ ເປົ້າໝາຍຂອງບົດແລ້ວມັນກໍອາດ ເຮັດໃຫ້ຜູ້ອ່ານເສື່ອມສັດທາຕໍ່ບົດ ຫລື ຮ້າຍແຮງໄປກວ່ານັ້ນມັນອາດເຮັດໃຫ້ເຈົ້າ ຂອງບົດເປັນຕົວຕະຫລົກໃນສາຍ ຕາຜູ້ອ່ານກໍໄດ້, ບໍ່ຕ່າງຫຍັງກັບຄົນໆໜຶ່ງນຸ່ງເສື້ອໃຫຍ່, ມັດກາລະວັດ ແຕ່ພັດນຸ່ງໂສ້ງຫົວ ຮູດ ແລະ ໃສ່ເກີບແຕະ. ຕົວຢ່າງຂຽນເລື່ອງວຽກບ້ານການເມືອງ, ເລື່ອງລະບຽບກົດໝາຍພັດເລືອກໃສ່ນາມປາກກາວ່າ: ໄຫລເຕົ້າ” ຫລື “ໝ່າເພ້ຍ”, ຂຽນ ເລື່ອງສິລະທຳ, ເລື່ອງຄຸນສົມບັດ ພັດໄປໃສ່ນາມປາກກາວ່າ: ດາວ ເໜືອ, ກຸຫລາບເໜືອ ແລະ ອື່ນໆ.
ຈານແຍ່ບໍ່ມີສູດສຳເລັດຮູບ ເພື່ອເລືອກນາມປາກກາປະເພດ ຊື່ສົມມຸດໃຫ້ດີທີ່ສຸດ, ແຕ່ກໍພໍເບິ່ງ ອອກວ່າ: ທ່າອ່ຽງ ໃນການເລືອກໃສ່ນາມປາກກາຢູ່ບ້ານເຮົານັ້ນ ເກືອບວ່າກວ່າ 80% ແມ່ນໃສ່ ຈາກຈຸດພິເສດ ແລະ ເອກະລັກ ຂອງທ້ອງ ຖິ່ນກຳເນີດຂອງບັນ ດາເຈົ້າຂອງບົດເຊັ່ນ: ໃສ່ຕາມຊື່ ແມ່ນ້ຳລຳເຊ, ພູຜາປ່າໄມ້, ອາ ຫານການກິນ, ເຄື່ອງນຸ່ງຫົ່ມ ແລະ ກໍມີຫລາຍທ່ານຕັ້ງນາມ ປາກກາແປະໆກັບຊື່ວິລະຊົນ, ຊື່ ນັກປະຕິວັດຍຸກກ່ອນໆໃນທ້ອງ ຖິ່ນຂອງພວກຕົນ. ນາມ ປາກກາ ທີ່ຕິດພັນກັບບັນດາເອກະລັກ ແລະ ຈຸດພິເສດທີ່ກ່າວມາຂ້າງ ເທິງນັ້ນມີຕົວຢ່າງໃຫ້ເຫັນຈິງ ແລະ ຕົວຢ່າງທີ່ ຈານແຍ່ສົມມຸດ ຂຶ້ນເອງເຊັ່ນ: ພູຟ້າ, ສາຍນ້ຳກົງ, ລູກດອນກະເດັນ, ແພອີ່ໂປ້, ແອ່ນ ຕຸ້ງ, ພູສະພອງ, ລູກພູສີ, ເອາະ ຫລາມ, ທິດາອົງແກ້ວ, ຖິ່ນໄດ ໂນເສົາ. ທ່າອ່ຽງນິຍົມອັນທີສອງ ໃນການໃສ່ນາມປາກກາສົມມຸດ ນັ້ນ ແມ່ນຕັ້ງຕາມ ອາຊີບເຊັ່ນ: “ນັກຮົບເສື້ອຂາວ” (ຜູ້ມີອາຊີບ ເປັນແພດ-ໝໍ), “ສໍຂາວ” (ອາດ ເປັນນາມປາກກາຂອງຜູ້ມີອາ ຊີບຄູ), “ສິບລໍ້”, “ງ້ອນໄຖ”, “ຈິ ໂກະ” ຫລື “ນ້ອງງົວ” ດັ່ງນີ້ເປັນຕົ້ນ.
ແຕ່ແນວໃດກໍດີ, ຄືໄດ້ເວົ້າມາ ຫັ້ນແລ້ວວ່າ: ນາມປາກກາຂອງ ແຕ່ລະຄົນນັ້ນມັນມີຄຸນຄ່າສ່ຳຊື່ ຈິງ. ການ ເລືອກນາມປາກກາປະ ເພດສົມມຸດນັ້ນແມ່ນຜູ້ເປັນເຈົ້າ ຂອງເອງເປັນຜູ້ຕັດສິນເລືອກ ຕາມທີ່ເຫັນວ່າເໝາະສົມທີ່ສຸດ. ດັ່ງນັ້ນ ການທີ່ຈະໄປວິຈານ ຫລື ຕັດສິນນາມປາກກາແທນເຈົ້າ ຂອງໆມັນນັ້ນ ຕ້ອງລະວັງໃຫ້ດີ. ເຈົ້າຂອງນາມປາກກາ “ແອ່ນ ຕຸ້ງ” ເຂົາອາດຢາກໃຫ້ຜູ້ອ່ານຮູ້ ວ່າເຂົາເປັນຄົນຈາກທ້ອງຖິ່ນ ແຂວງຊຽງຂວາງ ເພາະນົກ ແອ່ນຕຸ້ງແມ່ນເຍື່ອງ ອາຫານທີ່ ແຊບຊ້ອຍ ແລະ ເປັນເອກະລັກຂອງທ້ອງຖິ່ນນັ້ນ. ຄົນອື່ນບໍ່ຄວນວິຈານວ່າ: “ນົກແອ່ນຕຸ້ງ” ແມ່ນເຍື່ອງ ອາຫານບໍ່ສົດ, ມີກິ່ນເໝັນ, ບໍ່ຖືກຫລັກອະນາໄມ. ດັ່ງນັ້ນ ບໍ່ຄວນເອົາມາຕັ້ງເປັນນາມປາກກາ. ມີບາງຄົນອາດໃສ່ນາມ ປາກກາ “ລາບເລືອດ” ເພື່ອສະແດງໃຫ້ເຫັນວ່າຕົນເປັນຄົນມັກກິນອາຫານແບບດັ້ງເດີມ, ແບບຄົນລາວຢ້ອນຍຸກ, ແລ້ວເຮົາຊິໄປຕິວ່າເຂົາມັກກິນດິບກິນແດງກໍບໍ່ຖືກ. ຄົນລາວເຮົາຫລາຍຄົນຊື່ “ຫຳ” ແລະ ຊື່ “ໂໝະ” ກໍມີ, ເຮົາ ບໍ່ ຄວນໄປຕິວ່າຊື່ເຂົາ “ລາມົກ”. ບາງທີ່ພໍ່ແມ່ຂອງເຂົາໃສ່ແນວ ນັ້ນກໍເພາະວ່າຮັກກໍເປັນໄດ້. ເຈົ້າ ຂອງນາມປາກກາ “ສາວສິ້ນ ແຕ້ມ” ເຄີຍບອກວ່ານາມປາກ ການີ້ຕັ້ງຂຶ້ນເພື່ອເປັນສັນຍາລັກ ຂອງແມ່ຍິງທີ່ອອກແຮງງານເພາະກ່ອນ ຈະລົງຫລົກກ້າ-ດຳ ນາ ຫລື ເຮັດວຽກນັ້ນ, ແມ່ຍິງ ລາວຕ້ອງນຸ່ງສິ້ນແຕ້ມ, ນຸ່ງສິ້ນ ກາປາລາຄາຖືກໆແຕ່ຫາກບໍ່ນຸ່ງ ສິ້ນໄໝ, ເກົ້າຜົມ, ບ່ຽງຜ້າ ເຊິ່ງ ຫລາຍຄົນຄິດວ່າຄົນເປັນສັນຍະລັກຂອງແມ່ຍິງລາວ, ແຕ່ເຈົ້າ ຂອງນາມປາກກາ “ສາວສິ້ນ ແຕ້ມ” ພັດເຫັນວ່າ: ຄວາມດຸໝັ່ນ ຂະຫຍັນວຽກນັ້ນລະເປັນສັນຍາ ລັກ ແລະ ຄຸນສົມບັດອັນດີເລີດ ຂອງແມ່ຍິງລາວ.
No comments:
Post a Comment