Ad

Ad

22 April 2015

ປກສ ເມືອງສີໂຄດຕະບອງຈັບຜູ້ຄ້າຢາເສບຕິດຕົວອັນຕະລາຍມາດຳເນີນຄະດີ



   ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ລາຍງານໃຫ້ຮູ້ວ່າ: ເມື່ອບໍ່ດົມນານີ້, ໄດ້ນຳກຳລັງເຂົ້າ ກວດ ຄົ້ນເຮືອນເປົ້າໝາຍຄ້າຢາເສບຕິດຕົວອັນຕະລາຍຢູ່ບ້ານໃໝ່ ເມືອງສີໂຄດຕະບອງ, ເຊິ່ງເປັນເຮືອນຂອງທ້າວ ບຸນ ໂຮມ ອາຍຸ 42 ປີ ແລະ ຜ່ານການກວດຄົ້ນພາຍໃນເຮືອນພົບຢາບ້າຈຳນວນ 260 ເມັດ, ຈຶ່ງໄດ້ຍຶດໄວ້ເປັນຫລັກຖານ ໃນການດຳເນີນ ຄະດີ.
    ເຈົ້າໜ້າທີ່ໃຫ້ຮູ້ວ່າ: ທ້າວບຸນໂຮມແມ່ນເຄືອຂ່າຍຄ້າຢາເສບຕິດຕົວອັນຕະລາຍທີ່ເຄື່ອນໄຫວຈຳໜ່າຍຢາບ້າໃຫ້ກັບໄວ ລຸ້ນພາຍໃນເມືອງດັ່ງກ່າວ ແລະ ເປັນເປົ້າໝາຍຕິດຕາມຂອງເຈົ້າໜ້າທີ່ມາດົນຈົນມີຂໍ້ມູນຫລັກຖານແໜ້ນຈຶ່ງໄດ້ນຳກໍາ ລັງ ເຂົ້າຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍ.
    ຂ່າວໃຫ້ຮູ້ຕື່ມວ່າ: ໃນໄລຍະສະຫລອງບຸນປີໃໝ່ລາວແຕ່ວັນທີ 9-15 ເມສາ 2015, ຢູ່ນະຄອນຫລວງວຽງຈັນ, ມີຄະດີເກີດຂຶ້ນ 26 ເລື່ອງ, ໃນນີ້ລັກຊັບ 16 ເລື່ອງ, ຊິງຊັບ 2 ເລື່ອງ, ສໍ້ໂກງຊັບ, ທຳຮ້າຍຮ່າງກາຍ, ກະທຳ
ຊຳເລົາ ແລະ ຢາເສບຕິດອີກຈຳນວນໜຶ່ງ, ຊຶ່ງມີຜົນເສຍຫາຍຫລາຍສີບລ້ານກີບ, ຄຳຮູບປະພັນ 4 ບາດ,ລົດໃຫຍ່ ໜຶ່ງຄັນ, ລົດຈັກ 10 ຄັນ ແລະ ສາມາດຈັບຜູ້ຕ້ອງຫາໄດ້ແລ້ວ 13 ຄົນ, ຍິງ 2 ຄົນ.

No comments:

Post a Comment