Ad

Ad

22 April 2015

ໄຟ​​ໄໝ້ກຸ​ຕິ​ວັດ ບ້ານ​ນາ​ເຕີຍ ​ແຂວງ​ສະຫວັນ​ນະ​ເຂດ ​ເສຍ​ຫາຍ​ໝົດ​ກ້ຽງ ​



     ​​ເຈົ້າໜ້າທີ່ກອງມອດໄຟແຂວງສະຫວັນນະເຂດໃຫ້ຮູ້ວ່າ: ​ໃນເວລາປະມານ 15:20 ​ໂມງຂອງວັນທີ 20 ​ເມສານີ້, ​ໄດ້ເກີດໄຟໃໝ້ກຸຕິວັດ,ບ້ານນາເຕີຍ, ​ເມືອງໄກສອນ, ​ແຂວງສະຫວັນນະເຂດ, ​ເຊິ່ງເປັນກຸຕິ 2 ຊັ້ນໄມ້ເທິງ-ລຸມກໍ່  ໄດ້ຮັບຄວາມເສຍຫາຍໝົດກ້ຽງ. ພາຍຫລັງເຈົ້າໜ້າທີ່ໄດ້ຮັບແຈ້ງກໍຮີບລົງໄປຈຸດເກີດເຫດໂດຍໃຊ້ລົດນ້ຳດັບເພີງຫລາຍຄັນແລະ ເຈົ້າໜ້າທີ່ຈຳນວນໜຶ່ງເຂົ້າຄວບຄຸມເພີງໄວ້ໄດ້ໃນເວລາຕໍ່ມາ, ໂຊກດີ​​ບໍ່ມີຜູ້ໄດ້ຮັບບາດເຈັບຫລືເສຍຊີວິດ. ສ່ວນສາເຫດແລະ ມູນຄ່າຄວາມເສຍຫາຍຂອງການເກີດເຫດຄັ້ງນີ້ ຍັງຢູ່​​ໃນຂັ້ນຕອນການສືບສວນ-ສອບສວນຂອງເຈົ້າໜ້າທີ່. ​​ແຕ່ເຖິງຢ່າງໃດກໍຕາມໃນໄລຍະນີ້ ອາກາດຮ້ອນອົບເອົ້າຈົ່ງລະມັດລະວັງການໃຊ້ເຄື່ອງໄຟຟ້າແລະ ອຸປະກອນຕ່າງໆທີ່ສາມາເກີດໄຟໄດ້ງ່າຍ, ທັງນີ້ ກໍເພື່ອຫລີກລ້ຽງອັກຄີໄພທີ່ຈະເກີດຂຶ້ນໄດ້ທຸກເວລາ, ​ພ້ອມກັນນີ້ ກໍຝາກເຕືອນມາຍັງປະຊາຊົນທີ່ຍັງນຳໃຊ້ສາຍໄຟເກົ່າຢູ່ນັ້ນ​, ​ໃຫ້ກວດກາແລະ ປ່ຽນຖ່າຍໃໝ່ກ່ອນເຫດການທີ່ບໍ່ຄາດຄິດຈະເກີດຂຶ້ນ.

No comments:

Post a Comment