Ad

Ad

2 October 2015

ສະພາບອາກາດ​ເຢັນ​ຈາກ​ຈີນ​ແຜ່​ລົງ​ມາ​ປົກ​ຄຸມ​ລາວ

   
 ກົມອຸຕຸນິຍົມແລະ ອຸທົກກະສາໃຫ້ຮູ້ວ່າ: ຄວາມກົດດັນອາກາດສູງຂອງອາກາດເຢັນຈາກປະເທດຈີນໄດ້ແຜ່ລົງມາປົກຄຸມຢູ່ເຂດພາກເໜືອຫາພາກກາງດ້ານຕາເວັນອອກຂອງລາວ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມພາກເໜືອ, ສ່ວນພາກກາງແລະ ພາກໃຕ້ ກະແສລົມເວັນຕົກສ່ຽງໃຕ້ພັດປົກຄຸມດ້ວຍກຳລັງອ່ອນ, ​ເຊິ່ງລັກສະນະເຊັ່ນນີ້ເຮັດໃຫ້ອາກາເຢັນໃນຕອນເຊົ້າແລະຈະມີຝົນຕົກເຢັນໃນຕອນເຊົ້າແລະຈະມີຝົນຕົກຟ້າຄອງຄະນອງກະຈາຍເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກຕື່ມອີກ.
+ ພາກເໜືອດ້ານຕາເວັນອອກ: ມີເມກປົກຄຸມເປັນສ່ວນຫລາຍ, ອາກາດເຢັນພ້ອມມີໝອກບາງປົກຄຸມໃນຕອນເຊົ້າແລະ ຈະມີຝົນຕົກຟ້າຄອງກະຈາຍໃນລະດັບຄ່ອຍຕື່ມອີກ ອຸນນະພູມຕ່ຳສຸດ 18-20 ອົງສາແລະ ສູງສຸດ 28-30 ອົງສາ.

+ ພາກເໜືອດ້ານເວັນຕົກ: ມີເມກປົກຄຸມເປັນສ່ວນຫລາຍ, ອາກາດເຢັນພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າແລະ ຈະມີຝົນຕົກກະຈາຍໃນລະດັບຄ່ອຍ ຢູ່ບາງທ້ອງຖິ່ນ ຕື່ມອີກ ອຸນຫະພູມຕ່ຳສຸດ 19-21 ອົງສາແລະ ສູງສຸດ 33-35 ອົງສາ.
+ ນະຄອນຫລວງວຽງຈັນ: ມີເມກປົກຄຸມເປັນບາງສ່ວນ, ອາກາດເຢັນພ້ອມມີໝອກບາງໃນຕອນເຊົ້າແລະ ຈະມີຝົນຕົກກະຈາຍເປັນບາງບໍລິເວນຕື່ມອີກ ອຸນຫະພູມຕ່ຳສຸດ 25-27 ອົງສາແລະ ສູງສຸດ 33-35 ອົງສາ.
+ ພາກກາງ: ມີເມກປົກຄຸມເປັນບາງສ່ວນ, ອາກາດເຢັນໃນຕອນເຊົ້າແລະ ຈະມີຝົນຕົກ​​ຟ້າຄະນອງກະຈາຍ​​ເປັນບາງໂອກາດຢູ່ບາງທ້ອງຖິ່ນ ອຸນຫະພູມຕ່ຳສຸດ 21-23 ອົງສາແລະ ສູງສຸດ 32-34 ອົງສາ. ແຂວງໄຊສົມບູນ: ອາກາດເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປແລະ ຈະມີຝົນຕົກກະຈາຍເປັນບາງໂອກາດ ອຸນຫະພູມຕ່ຳສຸດ 16-18 ອົງສາແລະ ສູງສຸດ 26-28 ອົງສາ.

+ ພາກໃຕ້: ມີເມກຂະຫຍາຍຕົວໃນຕອນບ່າຍຫາຕອນຄ່ຳ ອາກາດຮ້ອນແລະ ຈະມີຝົນຕົກກະຈາເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງຈຳປາສັກ, ສາລະວັນແລະ ອັດຕະປືຕື່ມອີກ ອຸນຫະພູມຕ່ຳສຸດ 22-24 ອົງສາແລະ ສູງສຸດ 28-30ອົງສາ. ສຳລັບເຂດປາກຊ່ອງ, ນິຄົມ 34: ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າແລະ ຈະມີຝົນຕົກຟ້າຄະນອງຢູ່ບາງບໍລິເວນ ອຸນຫະພູມຕ່ຳສຸດ 13-15 ອົງສາແລະ ສູງສຸດ 25-27 ອົງສາ.

No comments:

Post a Comment