Ad

Ad

1 October 2015

ສປ ຈີນ ເປັນອັນດັບໜຶ່ງ​ລົງທຶນໃນລາວ

​    ທ່ານລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນ ດຣ ບຸນທະວີ ສິສຸພັນທອງ ໄດ້ກ່າວໃນກອງປະຊຸມທຸລະກິດການຄ້າ ແລະ ການລົງທຶນລາວ-ຈີນ ທີ່ເມືອງໜານນິງ, ແຂວງກວາງຊີ ສປຈີນ ເມື່ອບໍ່ດົນນີ້ວ່າ: ປັດຈຸບັນຕົວເລກການລົງທຶນຂອງຕ່າງປະເທດຢູ່ລາວບັນລຸຫລາຍກວ່າ 25 ຕື້ໂດລາສະຫະລັດ, ຈາກນັກລົງທຶນ 53 ປະເທດ,ໃນນັ້ນ ສປຈີນ ເປັນອັນດັບໜຶ່ງໃນການລົງທຶນຢູ່ລາວມີຫລາຍກວ່າ 761 ໂຄງການ,ມີມູນຄ່າຫລາຍກວ່າ 6 ຕື້ໂດລາສະຫະລັດ,ໃນຂະແໜງພະລັງງານ ແລະ ບໍ່ແຮ່, ກະສິກໍາ, ອຸດສະຫະກໍາ, ຫັດຖະກໍາ, ການບໍລິການ ແລະ ອື່ນໆ,ເຊິ່ງເປັນຜົນມາຈາກນະໂຍບາຍການເປີດກວ້າງການລົງທຶນຕ່າງປະເທດ, ການປັບປຸງບັນດານິຕິກໍາເພື່ອສົ່ງເສີມ ແລະ ດຶງດູດການລົງທຶນຈາກຕ່າງປະເທດທີ່ນັບມື້ສອດຄ່ອງ ແລະ ໃນຕໍ່ໜ້າລັດຖະບານຈະເລັ່ງປັບປຸງຫລາຍນິຕິກໍາເພື່ອສ້າງສິ່ງຮອງຮັບ ແລະ ອໍານວຍຄວາມສະດວກດ້ານຕ່າງໆໃຫ້ແກ່ນັກລົງທຶນເຊັ່ນ:ການປະຕິບັດນະໂຍບາຍສົ່ງເສີມ ແລະ ສະໜັບສະໜູນສິດທິພິເສດໃນການດໍາເນີນທຸລະກິດຕ່າງໆອີກດ້ວຍ ເພື່ອຮັບປະກັນໃຫ້ການດຶງດູດການລົງທຶນຈາກຕ່າງປະເທດເຂົ້າມາລາວນັບມື້ເພີ່ມຂຶ້ນ.

No comments:

Post a Comment