Ad

Ad

29 February 2016

ຖະແຫຼງກ່ຽວກັບການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມໂຕະມົນລະດັບສູງຄັ້ງທີ 12

ບ່າຍວັນທີ 26 ກຸມພາ ນີ້, ຢູ່ສະມາຄົມນັກຂ່າວແຫ່ງ ສປປ ລາວ, ນະຄອນຫຼວງວຽງຈັນ, ທ່ານ ດຣ ກິແກ້ວ ຈັນທະບູລີ, ລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນ ໄດ້ຖະແຫຼງຕໍ່ສື່ມວນຊົນວ່າ: ກອງປະຊຸມໂຕະມົນລະດັບສູງ ຄັ້ງທີ 12 ໄດ້ປຶກສາຫາລື ແລະ ກຳນົດນະໂຍບາຍການພັດທະ ນາໃນ 4 ຂົງເຂດຕົ້ນຕໍເຊັ່ນ: ການຄຸ້ມຄອງເສດຖະກິດມະຫາພາກ ແລະ ການເຕີບໂຕແບບສົມສ່ວນ, ການພັດທະນາຊັບພະຍາກອນມະນຸດ ແລະ ຂະແໜງສັງຄົມ, ການປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມຍືນຍົງ ແລະ ການຄຸ້ມຄອງບັນຫາປິ່ນອ້ອມຕ່າງໆ ເຊັ່ນການປົກ ຄອງ, ອົງການຈັດຕັ້ງທາງສັງຄົມ, ຢາເສບຕິດ ແລະ ລະເບີດບໍ່ທັນແຕກທີ່ຕົກຄ້າງ, ສະນັ້ນ, ການເພີ່ມທະວີຄວາມເອົາໃຈໃສ່ຕໍ່ບັນດາບູລິມະສິດ ແມ່ນມີຄວາມສຳຄັນ ແລະ ຈຳປັນສຳລັບການພັດທະນາຂອງ ສປປ ລາວ, ຊຶ່ງ
ຂົງເຂດດັ່ງກ່າວລວມທັງການເພີ່ມການລົງທຶນໃສ່ຂະແໜງການທີ່ເປັນບູລິມະສິດເຊັ່ນ: ຂະແໜງສາທາລະນະສຸກ ແລະ ການສຶກ ສາ ຕະຫຼອດຮອດການພັດທະນາພື້ນຖານໂຄງລ່າງຢູ່ເຂດຊົນນະບົດ ແລະ ປັບປຸງຜະລິດຕະພາບດ້ານກະສິກຳໃຫ້ມີຄວາມກ້າວໜ້າ ແລະ ທັນສະໄໝ, ເຖິງແນວໃດກໍຕາມ ຕ້ອງມີການຮັບປະກັນດ້ານສະບຽງອາຫານ ແລະ ໂພຊະນາການ, ການເຂົ້າເຖິງການສຶກສາ ແລະ ສາທາລະນະສຸກທີ່ມີຄຸນນະພາບ ເພື່ອໃຫ້ໄດ້ຮັບໝາກຜົນສູງສຸດ, ຊຶ່ງການຈັດຕັ້ງປະຕິບັດຫຼັກການເປີດກ້ວາງການເປັນຄູ່ຮ່ວມພັດທະນາຂອງ ສປປ ລາວ ທີ່ໄດ້ກຳນົດໃນຖະແຫຼງການວຽງຈັນ ວ່າດ້ວຍການເປັນຄູ່ຮ່ວມເພື່ອການພັດທະນາທີ່ມີປະສິດທິຜົນ ແລະ ໄດ້ຖືກນຳສະເໜີໃນກອງປະຊຸມໂຕະມົນລະດັບສູງ, ແມ່ນມີຄວາມສຳຄັນຫຼາຍໃນການສະໜັບສະໜູນ ແລະ ການຈັດຕັ້ງປະຕິບັດບັນດານະໂຍບາຍສຳລັບຂົງເຂດບູລິມະສິດຕ່າງໆດັ່ງກ່າວ, ຊຶ່ງມາຮອດປັດຈຸບັນ ຖະແຫຼງການດັ່ງ ກ່າວ ແມ່ນໄດ້ຖືກຮັບຮອງເອົາໂດຍຄູ່ຮ່ວມພັດທະນາ 28 ພາກສ່ວນ ແລະ ໄດ້ຍົກໃຫ້ເຫັນເຖິ່ງການປ່ຽນແປງຈາກການຊ່ວຍເຫຼືອລ້າ ມາເປັນການຮ່ວມມືເພື່ອການພັດທະນາທີ່ມີປະສິດທິຜົນ ແລະ ແຫຼງທຶນເພື່ອການພັດທະນາຮູບແບບໃໝ່ ລວມທັງການລະດົມແຫຼງທຶນຢູ່ພາຍໃນປະເທດ ໂດຍສະເພາະປະເທດທີ່ກຳລັງພັດທະນາດ້ວຍກັນ, ກໍຖືວ່າເປັນຄູ່ຮ່ວມພັດທະນາເຊັ່ນກັນ, ສິ່ງສຳຄັນຕໍ່ກັບການ ພັດທະນາຂອງປະເທດເຮົາອີກດ້ານໜຶ່ງແມ່ນວາລະການພັດທະນາຫຼັງປີ 2015  ກໍຄືເປົ້າໝາຍການພັດທະນາແບບຍືນຍົງ (SDGs) ທີ່ໄດ້ປືກສາຫາລືກັນຢູ່ໃນກອງປະຊຸມໂຕະມົນລະດັບສູງ ຄັ້ງທີ 12 ທີ່ຜ່ານມາ, ຊຶ່ງລວມມີທັງໝົດ  17 ເປົ້າໝາຍ ທີ່ບັນດາປະເທດສະມາຊິກຂອງອົງການສະຫະປະຊາຊາດໄດ້ຕົກລົງຮັບຮອງເອົາ ເພື່ອພັດທະນາໂລກໃຫ້ມີຄວາມຍືນຍົງພາຍໃນປີ 2030 ສຳລັບ ສປປ ລາວ, ເປົ້າໝາຍການພັດທະນາແບບຍືນຍົງແມ່ນຈະໄດ້ຈັດຕັ້ງປະຕິບັດ ພາຍໃຕ້ຂອບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 ເຊິ່ງປັດຈຸບັນລັດຖະບານ ໄດ້ເຊື່ອມສານເນື້ອໃນຈິດໃຈຂອງເປົ້າໝາຍດັ່ງກ່າວເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ທ່ານ ນາງ ຄາຣິນາ ອິມໂມເນັນ, ຜູ້ປະສານງານອົງການສະຫະປະຊາຊາດ ທັງເປັນຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອພັດການທະນາ ປະຈຳລາວໃຫ້ຮູ້ວ່າ: ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ການຈັດຕັ້ງຜັນຂະຫຍາຍເປົ້າໝາຍການພັດທະນາແບບຍືນຍົງ ແມ່ນມີຄວາມສອດຄ່ອງກັນ, ເພາະເປົ້າໝາຍດັ່ງກ່າວເປັນເຄື່ອງມື ເພື່ອແກ້ໄຂບັນດາສິ່ງທ້າທາຍຂອງການພັດທະນາ ດັ່ງນັ້ນ, ເພື່ອໃຫ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ສປປ ລາວ ມີຄວາມຈຳເປັນຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂບັນຫາຄວາມສະເໝີພາບທີ່ມີຄວາມແຕກໂຕນກັນຫຼາຍຂຶ້ນ ແລະ ສ້າງໂພຊະນາການຂອງເດັກນ້ອຍ ແລະ ຄວາມຍືນຍົງຂອງສິ່ງແວດລ້ອມ, ອົງການສະຫະປະຊາຊາດແມ່ນໄດ້ເຮັດວຽກຮ່ວມກັບລັດຖະບານໃນການແກ້ໄຂບັນຫາດັ່ງກ່າວ ໂດຍຜ່ານການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ແລະ ຫຼັກການເປີດກ້ວາງການເປັນຄູ່ຮ່ວມໃນຖະແຫຼງການວຽງຈັນ ທີ່ພວກເຮົາໄດ້ລົງນາມຮັບຮອງເອົາ ແລະ ໃນເດືອນ ພະຈິກ ຂອງປີນີ້, ຈະໄດ້ຈັດກອງປະຊຸມໂຕະມົນ ປະຈຳປີ ຢູ່ຂັ້ນແຂວງ ເພື່ອລາຍງານຄວາມຄືບໜ້າ ແລະ ກຳນົດທິດທາງແຜນການໃນຕໍ່ໜ້ານຳອີກ.

No comments:

Post a Comment