Ad

Ad

29 February 2016

ກອງປະຊຸມວົງແຄບກຳນົດ 8 ບູລິມະສິດຜັນຂະຫຍາຍວິໃສທັດອາຊຽນ

           ກອງປະຊຸມວົງແຄບຂອງລັດຖະມົນຕີຕ່າງປະເທດອາຊຽນ, ໄດ້ໄຂຂຶ້ນໃນວັນທີ 27 ກຸມພານີ້ທີ່ນະຄອນຫລວງວຽງຈັນ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດລາວ, ເພື່ອປຶກສາຫາລືກ່ຽວກັບການ ຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025, ໂດຍສະເພາະໃຫ້ສອດຄ່ອງກັບຄໍາຂວັນການເປັນປະທານອາຊຽນຂອງ ສປປ ລາວ ຄື: ຫັນວິໄສທັດໃຫ້ເປັນຮູບປະທໍາເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນ, ເຊິ່ງແມ່ນກອງປະຊຸມຄັ້ງທໍາອິດຂອງລັດຖະມົນຕີຕ່າງປະເທດອາຊຽນພາຍໃຕ້ການເປັນປະທານອາຊຽນຂອງ ສປປ ລາວ ປີ 2016.

            ໃນໂອກາດດັ່ງກ່າວນີ້, ທ່ານຮອງນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ແຈ້ງບັນດາບູລິມະສິດສໍາລັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2016 ລວມມີ 8 ບູລິມະສິດຄື: (1)ຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2025. (2) ຮັດແຄບຄວາມແຕກໂຕນທາງດ້ານການພັດທະ ນາ.(3) ການອໍານວຍຄວາມສະດວກດ້ານການຄ້າ.(4) ການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ.(5) ການພັດທະນາການທ່ອງທ່ຽວ.(6) ການເຊື່ອມຈອດ.(7) ການສົ່ງເສີມວຽກເຮັດງານທໍາຫັນໄປສູ່ເສດຖະກິດໃນລະບົບຂອງອາຊຽນ ແລະ (8) ສົ່ງເສີມການຮ່ວມມືພາກພື້ນເພື່ອການອະນຸລັກ,ປົກປ້ອງ ແລະ ສົ່ງເສີມມໍລະດົກທາງດ້ານວັດທະນະທໍາອາຊຽນ, ລວມທັງປຶກສາຫາລື ແລະ ສະໜັບສະໜູນບູລິມະສິດການເປັນປະທານຂອງ ສປປ ລາວ ເພື່ອແນໃສ່ປະກອບສ່ວນເຂົ້າໃນການສົ່ງເສີມ ແລະ ຮັດແໜ້ນປະຊາຄົມອາຊຽນ.

           ພ້ອມນີ້, ບັນດາລັດຖະມົນຕີຕ່າງປະເທດອາຊຽນຍັງໄດ້ປຶກສາຫາລືກ່ຽວກັບການພົວພັນ ແລະ ການຮ່ວມມືກັບພາຍນອກ, ເຊິ່ງເນັ້ນເຖິງຄວາມສໍາຄັນຂອງການເປັນແກ່ນກາງຂອງອາຊຽນໃນກົນໄກຕ່າງໆທີ່ອາຊຽນເປັນຜູ້ສ້າງຂຶ້ນທ່າມກາງໂຄງສ້າງພາກພື້ນມີການຜັນແປ. ໃນນັ້ນ, ໄດ້ມີການແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບພາກພື້ນ ແລະ ສາກົນ, ສິ່ງທ້າທາຍ, ບັນຫາການກໍ່ການຮ້າຍ, ໄພພິບັດທາງທໍາມະຊາດ, ການປ່ຽນແປງດິນຟ້າອາກາດ, ໂລກລະບາດ, ການຍ້າຍຖິ່ນຖານຂອງປະຊາຊົນແບບຜິດປົກກະຕິ, ສະພາບຢູ່ຕາເວັນອອກກາງ ແລະ ອື່ນໆ. 

No comments:

Post a Comment