Ad

Ad

1 March 2016

ລາວ-ອາ​ເມ​ລິ​ກາຮ່ວມ​​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານບຸກຄະລາ​ກອນ​

           ກະຊວງພະລັງງານແລະ ບໍ່ແຮ່ຮ່ວມກັບອົງກາ Army Corps and Engineers, Pacific Ocean and Division (USACE) ຈາກສະຫະລັດອາເມລິກາ, ​​ໄດ້ຈັດຊຸດອົບຮົມວິຊາການຄັ້ງທີ I ກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ວຽກງານການມີສ່ວນຮ່ວມຂອງຊຸມຊົນ, ການຮ່ວມມື, ວິທີປ່ຽນແປງຄວາມຂັດແຍ່ງ​, ການນໍາໃຊ້ຍຸດທະວິທີໃນການແກ້ໄຂບັນຫາແລະ ອື່ນໆ ຂຶ້ນລະຫວ່າງວັນທີ 23-25 ກຸມພານີ້ທີ່ນະຄອນຫລວງວຽງຈັນ.
            ທ່ານຫົວໜ້າ​ກົມ​ນະ​ໂຍບາຍ ​ແລະ ພະລັງງານ ດຣ. ດາວວົງ ພອນແກ້ວໄດ້​​ສະແດງຄວາມຂອບໃຈ ຕໍ່ສະຖານທູດສະຫະລັດອາເມລິກາແລະ ອົງການດັ່ງກ່າວຈາກສະຫະລັດອາເມລິກາ ທີ່ໄດ້ໃຫ້ການ
ຊ່ວຍເຫລືອການຈັດຝຶກອົບຮົມຄັ້ງນີ້ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນ​, ຄະນະວິຊາການແລະສື່ມວນຊົນລາວ ເຫັນໄດ້ຄວາມສໍາຄັນໃນການສ້າໂອກາດອັນດີແລະ ສົ່ງເສີມຄວາມຮູ້ຄວາມສາມາດ​​ໃຫ້ຂະແໜງການຕ່າງໆທົ່ວສັງຄົມພາຍໃນໃຫ້ມີຄວາມ​​ເຂົ້າໃຈທີ່ຖືກຕ້ອງຕໍ່ກັບການພັດທະນາຂະແໜງພະລັງງານ​​ໄຟຟ້າແບບຍືນຍົງຢູ່ລາວ ໂດຍສະເພາະພະລັງງານໄຟຟ້າ, ຊຶ່ງເປັນປັດ​ໄຈພື້ນຖານໃນການຊຸກຍູ້ບັນດາຂະແໜງການອື່ນໆ ທີ່ປິ່ນອອ້ມໃຫ້ມີການຂະຫຍາຍຕົວໄປຕາມກົນໄກຂອງການພັດທະນາເສດຖະກິດ​-ສັງຄົມ ລວມທັງການແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າໃນທົ່ວປະເທດ.

          ຫລາຍ​​ປີຜ່ານມາ, ການຈັດຕັ້ງປະຕິບັດຂອງຂະແໜງການພະລັງງານໄຟຟ້າໄດ້ຮັບການພັດທະນາແລະ ມີການຂະຫຍາຍຕົວຢ່າງແຂງແຮງແບບກ້າວກະໂດດ, ສາມາດປະຕິບັດໄດ້ລື່ນຄາດໝາຍ​​ຫລາຍດ້ານເຊັ່ນ: ການພັດທະນາໂຄງການໄຟຟ້າ​​​ໄຊຍະບູລີແລະໂຄງການພັດທະນາໄຟຟ້າດອນສະໂຮງ​,ໄດ້ສ້າງພື້ນຖານໜັກແໜ້ນໃຫ້ແກ່ການຫັນເປັນອຸດສາຫະກໍາແລະ ທັນສະໄໝແຕ່ແນວໃດກໍດີ ພວກເຮົາຍັງພົບກັບຄວາມຍຸ້ງຍາກແລະ ສິ່ງທ້າທາຍຈໍານວນໜຶ່ງ ກ່ຽວກັບການເຜີຍແຜ່ຂໍ້ມູນຂ່າວສານດ້ານເຕັກນິກ, ​ເສດຖະກິດ-ສັງຄົມ ໃຫ້ສັງຄົມທັງພາຍໃນແລະ ສາກົນເຂົ້າໃຈຖືກຕ້ອງຕໍ່ກັບການພັດທະນາໂຄງການເຫລົ່ານັ້ນເຊິ່ງບັນຫາດັ່ງກ່າວໄດ້ພົວພັນເຖິງລະດັບຄວາມຮັບຮູ້, ຄວາມສາ ມາດ, ບົດຮຽນແລະ ປະສົບການຕົວຈິງ ເປັນຕົ້ນ​​ຄວາມເຂົ້າໃຈແຕກຕ່າງກັນ, ບໍ່ເປັນເອກະພາບພາຍໃນແນວຄວາມຄິດຂອງສັງຄົມ ເກີດຂໍ້​ຂັດ​​ແຍ່ງບາງຄັ້ງ ສະນັ້ນ, ການຝຶກອົບຮົມຄັ້ງນີ້​​​ເປັນໂອກາດດີທີ່ສຸດ ​ໄດ້​ມີໂອກາດຮັບຟັງບົດຮຽນແລະ ປະສົບການຕ່າງໆຈາກປະເທດທີ່ພັດທະນາແລ້ວກ່ຽວກັບວຽກງານປະຊາສໍາພັນໂຄງການ​​ໄຟຟ້າ ທີ່ລວມເອົາສະພາບຄວາມເປັນຈິງ, ຂໍ້ສະດວກແລະ ຫຍຸ້ງຍາກເຊິ່ງສາມາດຖອດຖອນໄດ້ຈາກການນໍາສະເໜີແລະແລກປ່ຽນຄວາມຄິດຄວາມເຫັນກັບບັນດານັກວິສະວະກອນແລະ ຊ່ຽວຊານຈາກສະຫະລັດ ຜູ້ທີ່ມີປະສົບການຫລາຍເພື່ອນໍາໄປຈັດຕັ້ງຜັນຂະຫຍາຍແລະໂຄສະນາເຜີຍແຜ່ໃຫ້ຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງຕາແນວທາງນະໂຍບາຍຂອງພັກ-ລັດຖະບານແລະ ສາມາດເຊື່ອມໂຍງກັບສາກົນເທື່ອລະກ້າວ.

No comments:

Post a Comment