Ad

Ad

1 March 2016

ລາວ ​ແລະ ສາກົນ​ຈະຫາລືກ່ຽວກັບການ​ພັດທະນາຊັບພະຍາກອນນໍ້າ ​ແລະ ພະລັງງານໄຟຟ້າ​

            ກະຊວງພະລັງງານ​ ​ແລະ ບໍ່ແຮ່ຂອງລາວ​ ​ແລະ ອົງການ​ຈັດ​ຕັ້ງສາກົນກ່ຽວກັບພະລັງງານ-ເຂື່ອນໄຟຟ້າ ( the International Journal on Hydropower and Dams) ໄດ້ຈັດກອງປະຊຸມສາກົນຄັ້ງທີ VI ແລະ ການວາງສະແດງຮູບພາບຜະລິດຕະພັນກ່ຽວກັບຊັບພະຍາກອນນໍ້າ, ການພັດທະນາເຂື່ອນໄຟຟ້າໃນອາຊີຂຶ້ນ​ໃນລະຫວ່າງ​ວັນ​ທີ 1-3 ມີນານີ້ທີ່​ນະຄອນຫລວງ​ວຽງ​ຈັນ, ​ເຊິ່ງ​ມີ​ຄະນະ​ຜູ້​ແທນ, ຜູ້​ຊ່ຽວຊານ ​ແລະ ​ເຈົ້າ​ທີ່​ກ່ຽວຂ້ອງທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເຂົ້າ​ຮ່ວມເປັນຈໍານວນຫລາຍເພື່ອປຶກສາ​ຫາ​ລື​ແລ​ກປ່ຽນ​ຄວາມ​ຄິດ​​​ເຫັນ ​ແລະ ບົດຮຽນກ່ຽວ​ກັບການພັດທະນາ​ດ້ານ​ວິທະຍາສາດ, ການ​ຄົ້ນ​ຄວ້າ, ການ​ພັດທະນາພະລັງງານ​ໄຟຟ້າ, ຊັບພະ​ຍາກ​ອນນໍ້າ ​ແລະ ວຽກ​ງານອື່ນໆທີ່ມີສ່ວນສຳຄັນ​ໃນ​ການ​ພັດທະນາ​ເສດຖະກິດ​-ສັງຄົມໃຫ້ເກີດປະໂຫຍດຢ່າງ​ກວ້າງຂວາງ.

​            ລັດຖະບານລາວ, ໄດ້ຖືເອົາຂະແໜງພະລັງງານ​​ເປັນບູລິມະສິດຕົ້ນຕໍເພື່ອຊຸກຍູ້ການພັດທະ ນາເສດຖະກິດ-ສັງຄົມ ຕິດພັນກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາ ຊົນບັນດາເຜົ່າ. ປະເທດລາວມີຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ, ມີແຫລ່ງນ້ຳທຳມະຊາດຢ່າງຫລວງຫລາຍ, ເຊິ່ງສາມາດພັດທະນາພະລັງງານໄຟຟ້າສະໜອງ​ໃຫ້​ແກ່​ການ​ຊົມ​ໃຊ້​ຢູ່​ພາຍ​ໃນ​ປະ​ເທດ ​ແລະ ສົ່ງ​ອອກ​​ເປັນ​ສິນຄ້າ​ສ້າງ​ແຫ​ລ່ງລາຍ​ຮັບເງິນຕາເຂົ້າປະເທດ.

         ກະຊວງດັ່ງກ່າວໃຫ້ຮູ້ວ່າ: ປັດຈຸບັນມີໂຄງການໄຟຟ້າພະລັງງານຄວາມຮ້ອນໜຶ່ງແຫ່ງ ແລະ ພະລັງງານນ້ຳ 38 ແຫ່ງ, ມີກຳລັງຕິດຕັ້ງ 6.264 ເມກາວັດ, ມີກຳລັງການຜະລິດກະແສໄຟຟ້າຫລາຍກວ່າ 33 ພັນລ້ານກິໂລວັດໂມງຕໍ່ປີ, ສາມາດສະໜອງໄຟຟ້າໃຫ້ປະຊາຊົນໄດ້ຊົມໃຊ້ກວມຫລາຍກວ່າ 90% ຂອງຄອບຄົວໃນທົ່ວປະເທດ.

No comments:

Post a Comment